Ad

Ad

13 February 2017

14 ກຸມພາ ຢ່າຮືຮາໄປທາງອີ່ເຕືອກ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ວັນທີ 14 ກຸມພາ ເປັນວັນແຫ່ງຄວາມຮັກ ຫລື ທີ່ເອີ້ນກັນ ແບບຄຸ້ນຫູຕາມພາສາອັງກິດກໍແມ່ນວັນວາເລັນທາຍ (VALENTINE). ທີ່ຈິງແລ້ວ ເມື່ອເອີ່ຍເຖິງວັນດັ່ງກ່າວມັນກໍມີຄວາມໝາຍອັນສຳຄັນທັງກວ້າງຂວາງ ແລະ ເລິກເຊິ່ງ ເຊິ່ງສັງຄົມຊາວເອີຣົບຕາເວັນຕົກໄດ້ສະຖາປະນາຂຶ້ນໃນທ່າມກາງໂລກເລີ່ມມີການປ່ຽນແປງຢ່າງໃຫຍ່ຫລວງ. ອັນທີ່ໂດດເດັ່ນທີ່ສຸດນັ້ນ ກໍແມ່ນໄດ້ດ້ານເສດຖະກິດ-ສັງຄົມຢູ່ຊີກໂລກຕາເວັນຕົກໄດ້ມີການພັດທະນາກ້າວຂຶ້ນດ້ວຍເຕັກໂນໂລຊີອັນທັນສະໄໝຈົນເກີດໃຫ້ມີເຫດການ ແລະ
ປາກົດການແກ່ງແຍ້ງແຂ່ງຂັນກັນຫລາຍຢ່າງຢູ່ພາກພື້ນ ແລະ ໃນໂລກ. ສິ່ງທີ່ເກີດຂຶ້ນນັ້ນມັນກໍມີທັງອັນຕັ້ງໜ້າ ແລະ ຫຍໍ້ທໍ້. ອັນທີ່ປາກົດຂຶ້ນຢ່າງໃຫຍ່ໂຕນັ້ນກໍແມ່ນໄດ້ເກີດສົງຄາມປະຫັດປະຫານຍາດແຍ່ງອານານິຄົມ, ເກີດມີລັດທິລ່າເມືອງຂຶ້ນ ຈົນກ້າວໄປເຖິງການເກີດສົງຄາມໂລກຄັ້ງທີໜຶ່ງ ແລະ ຄັ້ງທີສອງຕາມມາ.
ຈາກເຫດ ແລະ ຜົນທີ່ໄດ້ເວົ້າມາຂ້າງເທິງນີ້ລະ ຈຶ່ງເກີດໃຫ້ມີວັນແຫ່ງຄວາມຮັກເພ່ືອປູກຈິດສຳນຶກໃຫ້ທຸກຄົນໃນໂລກມີຄວາມຮັກຄວາມສະໝານສາມັກຄີຕໍ່ກັນ, ຊ່ວຍເຫລືອກັນ ແລະ ໃຫ້ ພາກັນຫລີກເວັ້ນສົງຄາມອັນປ່າເຖື່ອນ ເຊິ່ງໃຜກໍບໍ່ເພິ່ງປາຖະໜາ. ສະນັ້ນ ຈຶ່ງເວົ້າໄດ້ວ່າ: ໃນຄວາມໝາຍຂອງວັນແຫ່ງຄວາມຮັກມັນກໍເລີ່ມຈາກຮັກຕົວເອງ, ຮັກປະເທດຊາດ, ຮັກບ້ານເກີດ ເມືອງນອນທີ່ແສນຮັກ ແລະ ຫວງແຫນຂອງຕົນ. ນອກນັ້ນ ກໍໃຫ້ມີເມດຕາຈິດຮັກພໍ່ຮັກແມ່ຜູ້ ໃຫ້ກຳເນີດ, ຮັກປູ່ຍ່າຕານາຍວົງຄະນາຍາດເຊື້ອສາຍວົງວານລາມໄປຮອດທຸກຄົນໃນປະເທດໜຶ່ງໆ ແລະ ໃນໂລກຕ້ອງຮັກແພງ ແລະ ຊ່ວຍເຫລືອກັນບົນເສັ້ນທາງແຫ່ງສັນຕິພາບ. ຈາກວັນແຫ່ງຄວາມຮັກທີ່ມີຄວາມໝາຍທາງດ້ານປະຫວັດສາດຈົນມາຮອດຍຸກປັດຈຸບັນວັນດັ່ງກ່າວ ຈຶ່ງຍືນຍົງຄົງຕົວ ແລະ ກາຍມາ ເປັນວັນອຳມະຕະມາເທົ່າທຸກວັນນີ້. ປະຊາຄົມທີ່ຢູ່ໃນໂລກສ່ວນຫລວງ ຫລາຍເມື່ອເຖິງວັນດັ່ງກ່າວກໍຈະເອົາດອກໄມ້ອັນຫອມຫວນ ຫລື ນຳເອົາຂອງຂວັນທີ່ຕົນມີຕົນມັກໄປອວຍພອນໃຫ້ພໍ່ແມ່, ຜູ້ຫລັກຜູ້ໃຫຍ່, ເພື່ອນຮັກ ຫລື ຄົນຮັກ, ຜູ້ອາວຸໂສດ້ວຍຄວາມຈົງຮັກພັກດີ, ບໍລິສຸດສັດຊື່  ແລະ ດ້ວຍຄວາມຈິງໃຈ.
ຕົກມາຮອດຍຸກປັດຈຸບັນ, ຊາເຮົາໄດ້ເຫັນຄົນໃນປະເທດເຮົາ ໂດຍສະເພາະແມ່ນຊາວໜຸ່ມ ຍິງຊາຍພາກັນເຫີ່ ແລະ ຮືຮາໄປ ໃນທາງທີ່ບໍ່ຖືກຮ່ອມປານໃດ ເຊັ່ນເຂົ້າໃຈຜິດພ້ຽນຕໍ່ວັນວາເລັນ ທາຍວ່າເປັນວັນທີ່ໃຫ້ຄວາມຮັກລະຫວ່າງເຮົາສອງຄົນ, ເປັນວັນທີ່ໃຫ້ຄວາມສຸກລະຫວ່າງຍິງກັບ ຊາຍ, ລະຫວ່າງເຈົ້າກັບຂ້ອຍ ຫລື ລະຫວ່າງຂ້ອຍກັບເຈົ້າ. ຈາກນັ້ນກໍພາຊູ້ແຟນໄປຫລິ້ນ, ໄປກິນແບບຟຸມເຟືອຍ, ພາກັນເຂົ້າຮ້ານເຫລົ້າຮ້ານເບຍ, ຍິ່ງໄປກວ່ານັ້ນກໍພາກັນແຫ່ແຫນ ແລະ ໂຫ່ເຂົ້າເຮືອນພັກເພື່ອເອົາຄວາມສະໜຸກສຸກສຳລານໃຫ້ແກ່ກັນຈົນເຕັມລົ້ນໂຮງແຮມ ແລະ ເຮືອນພັກ.
ຕາມເຮົາວ່າ, ຜູ້ທີ່ເຂົ້າໃຈຜິດພ້ຽນ ແລະ ກະທຳສິ່ງອາບາຍຍະມຸກເປັນການກະທຳທີ່ບໍ່ສອດຄ່ອງກັບຮີດຄອງປະເພນີວັດທະນະທຳຂອງຊາດລາວເຮົາ. ດີແທ້ເມື່ອເຖິງວັນແຫ່ງຄວາມຮັກມາຮອດແລ້ວຕ້ອງເອົາດອກໄມ້ ຫລື ຂອງຂວັນໄປອວຍພອນພໍ່ແມ່ຜູ້ ໃຫ້ກຳເນີດ ຫລື ຜູ້ຫລັກຜູ້ໃຫຍ່ທີ່ເປັນເສົາຄ້ຳຂອງບ້ານເມືອງ ຫລື ຖ້າແມ່ນຊູ້ແຟນກໍຕ້ອງກະທຳໃນສິ່ງທີ່ດີໆມີປະໂຫຍດໃຫ້ແກ່ຕົນເອງ ແລະ ປະເທດຊາດ ທັງສອດຄ່ອງກັບປະເພນີວັດທະນະທຳຂອງຊາດລາວເຮົານັ້ນຈຶ່ງຖືວ່າເປັນສິ່ງຍອດຍິ່ງ.

ໃນຍຸກສະໄໝທີ່ໂລກມີການປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ ສະພາບສັງຄົມຢູ່ໃນບ້ານ ເຮົາເບິ່ງຢ່າງໜຶ່ງຄືມີລັກສະນະສຸມສົ້ວ, ບໍ່ຈັກວ່າຂອງເພິ່ນຂອງໂຕ, ວັນເພິ່ນວັນໂຕ, ບຸນເພິ່ນບຸນ ໂຕມີແຕ່ເມົາກັບມ່ວນ. ຖ້າບໍ່ຈຳແນກໄດ້ອັນໃດເປັນອັນໃດແລ້ວ ຈັກໜ້ອຍວັດທະນະທຳອັນດີງາມ ຂອງຊາດມັນຈະກາຍເປັນຊອດກະຈາຍ້ອນອິດທິກຳລັງຂອງວັດທະນະທຳຕາເວັນຕົກມາຄອບງຳ ແລະ ເຊື່ອມເຂົ້າໃນຈິດຂອງຄົນທັງຫລາຍທີ່ພາກັນມັກເຫີ່ນຳແຕ່ຂອງເຂົາ.

No comments:

Post a Comment