Ad

Ad

15 March 2013

ຕ້ອງສະກັດກັ້ນ ແລະ ຕ້ານການ ຄ້າມະນຸດ


     ສປປ ລາວ ເປັນປະເທດທີ່ພວມພັດທະນາມີເສດຖະກິດແຕກໂຕນກັບປະເທດເພື່ອນບ້ານໃນພາກພື້ນ. ແຮງງານ ເຄື່ອນ ຍ້າຍ ລາວສ່ວນຫລາຍຈຶ່ງເດີນທາງໄປປະເທດເພື່ອນບ້ານເພື່ອຊອກວຽກເຊັ່ນປະເທດໄທເນື່ອງ ຈາກຄວາມແຕກໂຕນ ທາງເສດ ຖະກິດກໍຄືການມີວັດທະນະທຳ-ສັງຄົມ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ. ເຖິງແນວໃດກໍຕາມ, ການຄ້າມະນຸດ ແລະ ການ ຂູດຮີດແຮງງານຍັງເປັນບັນຫາທີ່ໜ້າເປັນຫ່ວງ ແລະ ອັນຕະລາຍສຳລັບແຮງງານເຄື່ອນຍ້າຍລາວ ໂດຍພື້ນຖານແລ້ວ, ສປປ ລາວ ເປັນປະເທດຕົ້ນທາງສຳລັບການຄ້າມະນຸດເນື່ອງຈາກແຮງງານເຄື່ອນຍ້າຍລາວຈຳນວນຫລາຍເດີນທາງຈາກເຂດ ຊົນນະບົດ ເຂົ້າສູ່ຕົວເມືອງໃຫຍ່ ຫລື ຂ້າມຊາຍແດນອອກນອກປະເທດເພື່ອຊອກຫາວຽກເຮັດງານທຳ ແລະ ໂອກາດທາງເສດ ຖະກິດ. ສະນັ້ນ ການຄ້າມະນຸດຢູ່ ສປປ ລາວ ສ່ວນໃຫຍ່ແມ່ນການຄ້າມະນຸດຂ້າມຊາຍແດນ.
    ເຖິງແນວໃດກໍຕາມ, ສປປ ລາວ ຍັງເປັນທາງຜ່ານຂອງ ແຮງງານເຄື່ອນຍ້າຍທີ່ຕົກເປັນ ເຫຍື່ອຂອງການຄ້າມະນຸດຈາກ ປະເທດຈີນ ແລະ ຫວຽດນາມ. ຜູ້ ຖືກເຄາະຮ້າຍຈາກຈີນ ແລະ ຫວຽດນາມເດີນທາງຜ່ານລາວ ເຂົ້າໄປປະເທດໄທ ແລະ ຍັງເປັນ ປະເທດປາຍທາງສຳລັບຜູ້ຖືກ ເຄາະຮ້າຍຈາກຈີນ ແລະ ຫວຽດ ນາມ ໂດຍສະເພາະແມ່ຍິງທີ່ຖືກ ຂູດຮີດທາງເພດ.
    ການຄ້າມະນຸດເປັນບັນຫາທີ່ພົ້ນເດັ່ນເຊິ່ງບໍ່ພຽງແຕ່ສົ່ງຜົນກະທົບໃຫ້ແກ່ປະເທດລາວເທົ່ານັ້ນ ມັນຍັງສົ່ງຜົນກະທົບໃຫ້ ທຸກໆປະເທດໃນພາກພື້ນ ແລະ ໃນໂລກ. ອີງຕາມບົດລາຍງານໃນປີ 2011 ຜ່ານມາ, ເຈົ້າໜ້າທີ່ໄດ້ດຳເນີນການສືບສວນ
ສອບສວນ 49 ກໍລະນີ ທີ່ສົງໄສວ່າກ່ຽວພັນກັບການຄ້າມະນຸດ ແລະ ສືບສວນຜູ້ຕ້ອງສົງໄສທີ່ພົວພັນ ກັບການ ກະທຳຜິດຈຳນວນ 69 ຄົນ ແລະ ໄດ້ຕັດສິນລົງໂທດຈຳນວນ 37 ຄົນ ເຊິ່ງຖ້າທຽບໃສ່ປີ 2010 ຜ່ານມາ ເຫັນວ່າການສືບສວນ-ສອບ ສວນມີພຽງ 20 ກໍລະນີ ແລະ ຕັດ ສິນລົງໂທດ 33 ຄົນ.
    ປີ 2012 ຜ່ານມາ, ມີ ຜູ້ເຄາະຮ້າຍທີ່ໄດ້ຮັບການຊ່ວຍເຫລືອ ແລະ ສົ່ງກັບຢ່າງເປັນທາງການຈຳນວນ 195 ຄົນ, ແຕ່ ຍັງມີຜູ້ຖືກເຄາະຮ້າຍຈຳນວນຫລາຍບໍ່ໄດ້ຮັບການລະບຸໂຕວ່າ ເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ທີ່ຖືກສົ່ງກັບແບບ ບໍ່ເປັນທາງການໂດຍເຈົ້າໜ້າທີ່ໄທໃນຂໍ້ຫາເຂົ້າເມືອງຜິດກົດໝາຍບໍ່ມີເອກະສານ.
    ຂະນະດຽວກັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາຍງານວ່າ: ນັບແຕ່ປີ 2001 ຫາເດືອນພະຈິກ 2012 ມີຜູ້ ຖືກເຄາະຮ້າຍຈຳນວນ 1.981 ຄົນ ໄດ້ຮັບການລະບຸໂຕວ່າຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ໄດ້ຮັບການຊ່ວຍ ເຫລືອຢ່າງເປັນທາງການ, ໃນນັ້ນ 95% (1.885 ຄົນ) ແມ່ນແມ່ຍິງ, 85% (1.676 ຄົນ) ແມ່ນເດັກນ້ອຍອາຍຸ ໜ້ອຍກວ່າ 18 ປີ. ພຽງແຕ່ປີ 2012 ເທົ່ານັ້ນ ມີຜູ້ຖືກເຄາະຮ້າຍ ທີ່ສົ່ງກັບເປັນທາງການເຖິງ 195 ຄົນ, ໃນນັ້ນ 86% (169 ຄົນ) ແມ່ນ ແມ່ຍິງ ແລະ 69% (134 ຄົນ) ມີອາຍຸໜ້ອຍກວ່າ 18 ປີ, 80% ຂອງຈຳນວນຜູ້ຖືກເຄາະຮ້າຍມາຈາກນະຄອນຫລວງ ວຽງຈັນ, ສາລະ ວັນ, ຈຳປາສັກ, ສະຫວັນນະເຂດ ແລະ ແຂວງວຽງຈັນ.
    ເຖິງແນວໃດກໍຕາມ, ບັນດາຊ່ຽວຊານທີ່ເຮັດວຽກໃນຂະແໜງການດັ່ງກ່າວຍັງຄາດຄະເນວ່າ: ໄລຍະ 10 ປີຜ່ານມາ ອາດມີ ຈຳນວນແຮງງານລາວທີ່ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ປະເທດໄທເຖິງ 21.816 ຄົນ, ຖ້າທຽບໃສ່ສະຖິຕິຕົວຈິງແລ້ວ 1,4% ຂອງແຮງງານເຄື່ອນຍ້າຍລາວທັງໝົດທີ່ເຮັດວຽກຢູ່ປະເທດໄທມີຄວາມສ່ຽງສູງໃນການຖືກຂູດຮີດ ແລະ ຖືກຄ້າມະ ນຸດ.
    ອີງຕາມປະສົບການຂອງ ຜູ້ຖືກເຄາະຮ້າຍສ່ວນຫລາຍເລົ່າວ່າ: ພວກເຂົາຖືກຂູດຮີດ ແລະ ຖືກຂາຍເປັນສິນຄ້າ, ຖືກລ່ວງ ລະເມີດອິດສະລະພາບ ແລະ ສິດທິມະນຸດຢ່າງຮ້າຍແຮງ. ທຸກຮູບແບບຂອງການຄ້າມະນຸດ ແມ່ນບໍ່ສາມາດອະນຸຍາດໃຫ້ເກີດ ຂຶ້ນໄດ້ໃນປະເທດລາວ ກໍຄືປະເທດອື່ນໆໃນໂລກ.
     ປັດຈຸບັນນີ້, ລັດຖະບານພວມດຳເນີນການສ້າງກົດໝາຍ ແລະ ມາດຕະການຕ່າງໆທີ່ຕ້ານກັບການຄ້າຂາຍມະນຸດ. ພວກເຮົາ ເຫັນວ່າ: ລັດຖະບານໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະກັດກັ້ນ ແລະ ຕ້ານອາດ ຊະຍາ ກຳການຄ້າມະນຸດທຸກຮູບແບບ. ນີ້ຄືຈຸດແຂງກໍຄືຜົນສຳເລັດໜຶ່ງທີ່ພວມເຕີບໃຫຍ່ຢູ່ ສປປ ລາວ ໃນໄລຍະຊຸມປີຜ່ານມາ, ແຕ່ໃນປັດຈຸບັນ ເພື່ອ ສະກັດກັ້ນ ແລະ ຕ້ານກັບການກໍ່ອາຊະຍາກຳຄ້າມະນຸດທີ່ສົ່ງຜົນກະທົບຕໍ່ປະເທດຊາດ ແລະ ຕໍ່ປະ ຊາຊົນເຮົາ,​ ພວກເຮົາຕ້ອງໄດ້ເປັນເຈົ້າການຮ່ວມກັນເຊິ່ງເລີ່ມຈາກເຮົາເອງ, ຄອບຄົວ,  ກຸ່ມບ້ານ ແລະ ໃນຂອບເຂດທົ່ວປະ ເທດ. ຜ່ານການເປັນເຈົ້າການຮ່ວມກັນ, ພວກເຮົາຕ້ອງໄດ້ຮ່ວມ ມື, ເປັນເພື່ອນຮ່ວມງານທີ່ດີກັບ ອົງການຈັດຕັ້ງຂອງລັດ, ອົງ ການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນຄືດັ່ງຄຳຂວັນທີ່ວ່າ: ຮ່ວມກັນ, ພວກເຮົາສາມາດສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້.

No comments:

Post a Comment