Ad

Ad

15 March 2013

ຫາລືກ່ຽວກັບອຸດສາຫະກຳດ້ານ ວັດທະນະທຳຢູ່ລາວ



      ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​ ຮ່ວມ​ກັບ​ອົງການ​ອຸຍ​ແນັສ​ໂກ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ລະ ດັບ​ຊາດ​ກ່ຽວ​ກັບ​ອຸດ​ສາຫະ​ກຳ​ທາງ​ວັດທະນະ​ທຳ​ຢູ່ ສປປ ລາວ ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ສຶກສາ​ຂໍ້​ມູນ​ຂັ້ນພື້ນ ຖານ​ສຳ ລັບ​ປີ 2012 ຂຶ້​ນ ​ແຕ່​ວັນ​ທີ 14-15 ມິ​ນາ ຢູ່​ຫໍ​ວັດທະນະ​ທຳ​ແຫ່ງ​ຊາດ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂ​ອງ ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ​ ແລະ ທ່ອງ​ທ່ຽວ, ທ່ານ ຕິ​ມ ​ເຄີ​ຕິດ (Tim currtis) ຫົວໜ້າ​ພະ​ແນ​ກວັດທະນະ​ທຳ​ອົງການອຸຍ​ແນັ​ສ​ໂກ (UNESCO), ມີ​​ຫົວໜ້າ​ກົມ ​ແລະ ຜູ້ຕາງໜ້າ​ຈາກ​ສະຖານທູດ​ປະ​ເທດ​ເພື່ອນ​ມິດ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
     ທ່ານ ບົວ​ເງິນ ຊາ​ພູ​ວົງ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳ ຄັນ​ຂອງກອງ​ປະຊຸມເທື່ອນີ້ ເຊິ່ງ ບັນດາ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ປຶກສາ​ຫາລື ​ແລະ ຮັບ​ຟັງ​ບົດ​ສະ​ເໜີ​ການ​ສຶກສາ​ຂໍ້​ມູນ​ຂັ້ນພື້ນຖານ​ກ່ຽວ​ກັບ​ອຸດ​ສາຫະ​ກຳ​ທາງ​​ວັດທະນະ​ທຳ​ຢູ່ ສປປ ລາວ ​ປີ 2012, ຮັບຮອງ​ເອົາ ​ແລະ ຜັນ​ຂະຫຍາຍ​ບົດ​ລາຍ​ງານ​ການ​ສຶກສາ​ຂໍ້​ມູນຂັ້ນພື້ນ ຖານ​ເຊັ່ນ: ບາດກ້າວ​ການ​ເຄື່ອນ​ໄຫວ​ສຳ​ລັບອຸດ​ສາຫະ​ກຳ​ທາງ​ວັດທະນະ​ທຳ​ໃຫ້​ມີ​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ ເຊິ່ງ ສປປ ລາວ​ມີ 49 ຊົນ​ເຜົ່າ, ມີ​ຫລາຍສີສັນ ທາງ​ວັດທະ ນະ​ທຳ​ທີ່​ສາມາດ​ກາຍ​ເປັນ​ອຸດ​ສາຫະ​ກຳທາງ​ວັດທະນະ​ທຳ​ໄດ້, ກອງ​ປະຊຸມເທື່ອນີ້ຍັງ​​ເປັນການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ອຸດ​ສາຫະ​ກຳ​ທາງ​​ວັດທະນາ​ທຳ​ລະຫວ່າງ​ຜູ້​ຮັບຜິດຊອບ​ວຽກ​ງານ​ດັ່ງກ່າວ​ກັບ​ບັນດາ​ອົງການ​ຈັດຕັ້ງ ​ແລ​ະ ປະ​ເທດ​ເພື່ອນ​ມິດ​ເພື່ອ​ສ້າງ​ຄວາມ​ອຸດົມ​ຮັ່ງມີທາງ​ວັດທະນະ​ທຳຢູ່ປະ​ເທດ​ເຮົາ​ໃຫ້ຫລາຍຂຶ້ນກວ່າ​ເກົ່າ​.

No comments:

Post a Comment