Ad

Ad

15 March 2013

ກະຊວງສຶກສາ ແລະ ອົງການ ອຸຍແນສໂກ ຄົ້ນຄວ້າຫາວິທີເພີ່ມທັກສະດ້ານສີມືແຮງງານໃຫ້ຊາວຫນຸ່ມ



         ການຊຸດສຳມະນາໃນຫົວຂໍ້: ຊາວໜຸ່ມ ແລະ ທັກສະສີມືແຮງງານເພື່ອການ ປະກອບອາຊີບໄດ້ຈັດຂຶ້ນໃນຕອນເຊົ້າວັນ ທີ 14 ມີນາ 2013 ຢູ່ນະຄອນຫລວງວຽງ ຈັນພາຍໃຕ້ການເປັນປະທານ ຂອງ ທ່ານ ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າອົງການອຸຍແນັດສໂກປະຈຳລາວ, ອົງການຮ່ວມມືດ້ານເຕັກນິກເຢຍລະມັນ, ພາກສ່ວນກ່ຽວຂ້ອງ ແລະ ຕົວແທນນັກ ສຶກສາຈຳນວນ 65 ທ່ານ ເຂົ້າຮ່ວມ.
        ໃນຊຸດສຳມະນາທີ່ດຳເນີນເປັນເວລາ 2 ວັນ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບົດປະເມີນເປົ້າໝາຍຂອງການສຶກສາ ເພື່ອທຸກຄົນປະຈຳປີ 2012 ຂອງອົງການອຸຍແນັດສໂກເພື່ອນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ໃນການສ້າງ ແລະ ພັດທະ ນາສີມືແຮງງານຂອງປະເທດເຮົາໂດຍສະເພາະແມ່ນການສ້າງໃຫ້ຊາວໜຸ່ມມີໂອກາດເຂົ້າເຖິງການເຝິກວິຊາຊີບ, ມີວຽກເຮັດ ງານທຳ ແລະ ສາມາດປະກອບອາຊີບ, ອີກດ້ານໜຶ່ງເພື່ອບັນລຸເປົ້າໝາຍສະຫະສະວັດເພື່ອການພັດທະນາຕາມແຜນພັດທະ
ນາເສດຖະກິດ-ສັງຄົມຂອງລັດຖະບານພ້ອມ ທັງຮັບຟັງຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນການ ສຶກສາເພື່ອທຸກຄົນ ຂອງ ສປປ ລາວ ທີ່ສະເໜີໂດຍກະຊວງສຶກ ສາທິການ ແລະ ກິລາ ແລະ ປະກອບຄຳຄິດເຫັນກ່ຽວກັບບັນຫາ ແລະ ສິ່ງທ້າ ທາຍໃນການສ້າງ ແລະ ພັດທະນາສີມືແຮງງານ ຂອງພາກສ່ວນຕ່າງໆ ພ້ອມນີ້ ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມ ພັດທະນາໄດ້ສະເໜີບົດສຳຫລວດຕ່າງໆໃນ ສປປ ລາວ ເປັນຕົ້ນ: ການສຳຫລວດກ່ຽວກັບອະດີດນັກສຶກສາທີ່ຮຽນຈົບອະ ຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ, ຂໍ້ມູນການສຳຫລວດຜູ້ປະກອບການ, ຂໍ້ມູນການເຝິກອົບຮົມວິຊາຊີບນອກໂຮງຮຽນ ແລະ ບັນຫາອື່ນໆເພື່ອເປັນຂໍ້ມູນໃນການຈັດຕັ້ງປະຕິບັດແຜນການສຶກສາເພື່ອທຸກຄົນຢູ່ ສປປ ລາວ ເພື່ອແນໃສ່ການສ້າງທັກ ສະສີມືແຮງງານ ໃຫ້ແກ່ຊາວໜຸ່ມລາວໃຫ້ມີທັກສະສີມື, ມີວິຊາຊີບ ແລະ ມີວຽກ ເຮັດງານທຳປະກອບສ່ວນໃນການພັດທະ ນາເສດຖະກິດ-ສັງ ຄົມ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

No comments:

Post a Comment