Ad

Ad

15 March 2013

ສົກປີ 2013, ລັດວິສາຫະກິດຂົນສົ່ງນ້ຳມັນເຊື້ອໄພລາວມີແຜນມອບພັນທະໃຫ້ລັດ 2 ຕື້ກວ່າກີບ


     ທ່ານ ບຸນຈັນ ແກ້ວມະນີ ຮອງຜູ້ອຳນວຍການລັດວິສາຫະກິດຂົນສົ່ງນ້ຳມັນເຊື້ອໄຟລາວ ໄດ້ໃຫ້ຮູ້ໃນໂອກາດຜ່ານ ບົດສະ ຫລຸບການດຳເນີນທຸລະກິດການບໍລິການຂົນສົ່ງນ້ຳມັນເຊື້ອໄຟລາວຕໍ່ກອງປະຊຸມປະຈຳປີເມື່ອບໍ່ດົນຜ່ານມາ ໂດຍທ່ານ ກ່າວວ່າ: ໃນປີ 2013 ນີ້, ລັດວິສາຫະກິດຂົນສົ່ງນ້ຳມັນເຊື້ອໄຟລາວຈະສູ້ຊົນປະຕິບັດແຜນການຂົນສົ່ງນ້ຳມັນໃນ ທົ່ວປະເທດຕາມ ແຜນການລວມໃຫ້ບັນລຸ 224 ລ້ານກວ່າລິດ, ໃນ ນັ້ນຂົນສົ່ງພາຍໃນປະເທດ 213 ລ້ານກວ່າລິດ ແລະ ຂົນສົ່ງນຳເຂົ້າຜ່ານ ແດນໃຫ້ໄດ້ 10 ລ້ານກວ່າລິດ; ສູ້ຊົນປະຕິບັດໃຫ້ສຳເລັດຕາມແຜນການທີ່ວາງໄວ້ຄືຄາດຄະເນລາຍຮັບ ໃຫ້ໄດ້ ເກືອບ 30 ຕື້ກີບ, ລາຍຈ່າຍ ໃຫ້ຢູ່ໃນລະດັບ 28 ຕື້ກວ່າກີບ ແລະ ມອບພັນທະໃຫ້ລັດເກືອບ 2 ຕື້ກີບ.
      ໄປຄຽງຄູ່ກັນນີ້, ລັດວິສາຫະກິດຂົນສົ່ງນ້ຳມັນເຊື້ອໄຟລາວຈະຕ້ອງປັບປຸງການບໍລິການຂົນສົ່ງນ້ຳມັນໃຫ້ມີຄວາມວ່ອງ ໄວ, ປອດໃສ, ປອດໄພທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍລູກຄ້າເພື່ອເພີ່ມບໍລິມາດການຂົນສົ່ງນ້ຳ ມັນໃຫ້ ຫລາຍຂຶ້ນ ແລະ ສ້າງລາຍຮັບເພີ່ມ; ສືບຕໍ່ແກ້ໄຂ ແລະ ເກັບກູ້ໜີ້ສິນນ້ຳມັນເສຍຫາຍເກີນກຳນົດໝາຍພ້ອມທັງວາງ ມາດຕະ ການສະກັດກັ້ນບໍ່ໃຫ້ເກີດຂຶ້ນ, ສືບຕໍ່ຍົກລະດັບວິຊາສະເພາະບັນຊີວິສາຫະກິດໃຫ້ພະນັກງານບັນຊີ-ການເງິນເພື່ອ ຮອງຮັບວຽກ ງານໃນອະນາຄົດ; ປັບປຸງລະບົບການຈັດຕັ້ງໃຫ້ສອດຄ່ອງ ແລະ ອື່ນໆ.

     ປີ 2012 ຜ່ານມາ, ໂຕເລກ ລາຍຮັບທີ່ລັດວິສາຫະກິດຂົນສົ່ງນ້ຳມັນເຊື້ອໄຟລາວປະຕິບັດໄດ້ 27,3 ຕື້ກວ່າກີບ, ໂຕເລກ ລາຍ ຈ່າຍ 26,2 ຕື້ກວ່າກີບ, ປະຕິບັດມອບພັນທະໃຫ້ລັດ 3,2 ຕື້ກວ່າ ກີບ, ມອບເງິນສົມທົບເຂົ້າກອງ ທຶນອົງການປະກັນ ສັງຄົມມູນຄ່າ 177 ລ້ານກວ່າກີບ, ນຳໃຊ້ບ້ວງ ເງິນນະໂຍບາຍມູນຄ່າ 4 ລ້ານກີບ ເຂົ້າເປັນທຶນຍົກລະດັບການສຶກສາ, ວິຊາ ສະເພາະ ແລະ ເຝິກອົບຮົມພະນັກງານ. ພ້ອມກັນນີ້ ກໍໄດ້ ມີການແກ້ໄຂອຸປະຕິເຫດ ແລະ ກໍລະນີຕ່າງໆ 9 ກໍລະນີ ລວມມູນ ຄ່າ 176 ລ້ານກີບ ໂດຍສະເລ່ຍແລ້ວມູນຄ່າເສຍຫາຍຈາກການເກີດອຸປະຕິເຫດຖ້າທຽບໃສ່ປີ 2011 ຫລຸດລົງ 11%, ການ ໃຊ້ ຈ່າຍສິ້ນເປືອງນ້ຳມັນຜະລິດຂົນສົ່ງຫລຸດລົງ, ການໃຊ້ຈ່າຍຄ່າສິ້ນເປືອງບໍລິຫານໄດ້ມີການເພີ່ມຂຶ້ນເລັກໜ້ອຍ.

No comments:

Post a Comment