Ad

Ad

15 March 2013

ຮອງປະທານາທິບໍດີແຫ່ງສາທາລະນະລັດ ສະຫະພາບມຽນມາ ຢ້ຽມຊົມເືອງມໍລະດົກໂລກ



      ວັນທີ 11 ມີນານີ້, ທ່ານ ດຣ. ໄຊມົກຄຳ ຮອງປະທານາທິບໍດີ ແຫ່ງສາທາລະນະ ລັດສະຫະພາບມຽນມາພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຊົມເມືອງຫລວງ ພະ ບາງເມືອງມໍລະດົກໂລກ ກ່ອນເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ CLMV ຄັ້ງ ທີ 6 ແລະ ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 5 ໃນລະຫວ່າງວັນທີ 12-13 ມີນານີ້ ເຊິ່ງຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍຄະນະ.
     ທ່ານ ດຣ. ຄຳແພງ ໄຊສົມ ແພງ ໄດ້ລາຍງານແຜນພັດທະ ນາເສດຖະກິດ-ສັງຄົມພາຍໃນແຂວງຫລວງພະບາງໃຫ້ທ່ານ ດຣ. ໄຊມົກຄຳ ໄດ້ຮັບຊາບເຊິ່ງແຂວງດັ່ງກ່າວກາຍເປັນໃຈກາງທາງຜ່ານຂອງການລຳລຽງຂົນສົ່ງສິນຄ້າອອກສູ່ຕ່າງແຂວງ ຫລື ຕ່າງປະເທດໃນພາກພື້ນທາງ ພາກເໜືອຂອງປະເທດລາວ.
    ທ່ານ ດຣ. ໄຊມົກຄຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍແຂວງຫລວງພະບາງທີ່ສາມາດພັດທະນາແຂວງຂອງຕົນໃຫ້ກາຍ ເປັນ ແຂວງທີ່ມີແຜນຍຸດທະສາດໃນ ການພັດທະນາເສດຖະກິດ-ສັງຄົມ.
    ໂອກາດດັ່ງກ່າວ, ຮອງປະທານາທິບໍດີພ້ອມດ້ວຍຄະນະຍັງໄດ້ເຂົ້າຊົມແຫລ່ງທ່ອງທ່ຽວທາງວັດທະນະທຳອັນເກົ່າແກ່ ພາຍໃນເມືອງຫລວງພະບາງ ແລະ ຫັດຖະກຳທີ່ເຮັດຈາກສີໄມ້ລາຍມືຂອງປະຊາຊົນບັນດາເຜົ່າພາຍໃນເມືອງດັ່ງກ່າວຕື່ມອີກ.

No comments:

Post a Comment