Ad

Ad

10 February 2017

ລາວ ເລັ່ງຄຸ້ມຄອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ

           ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ( ທຫລ ) ຮ່ວມກັບ ສະຫະພັນສະຫະກອນອາຊີ (ACCU) ໄດ້ຈັດການຝຶກອົບຮົມໃນຫົວຂໍ້ ລະບົບຕິດຕາມຄຸ້ມຄອງສະຫະກອນສິນເຊື່ອ ແລະເງິນຝາກປະຢັດ ພາຍໃຕ້ການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະການຄ້າ ອົດສະຕາລີ ແລະກອງທຶນເພື່ອການພັດທະນາຂອງອົງການສະຫະປະຊາຊາດ ເຊິ່ງໄດ້ສຳ ເລັດລົງໃນວັນທີ 7 ກຸມພາ 2017 ນີ້ດຳເນີນມາເປັນເວລາ 2 ວັນຢູ່ນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ  ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ນາງ ເລນີ ຜູ້ອໍານວຍການໃຫຍ່
ສະຫະພັນສະຫະ ກອນອາຊີ, ທ່ານ ຣັນຈິດ ເຮັດຕາຣາຈິ  ຫົວໜ້າໂຄງການສະຫະພັນສະຫະກອນອາຊີທີ່ປະເທດມຽນມ້າ, ພ້ອມນີ້ ກໍມີພະນັກງານຈາກກົມຄອງສະຖາບັນການເງິນ ແລະ ທຫລ ປະຈໍາພາກເຂົ້າຮ່ວມເປັນຈຳນວນຫລາຍ.
          ການຝຶກອົບຮົມໃນໄດ້ຍົກໃຫ້ເຫັນຄວາມແຕກຕ່າງລະຫວ່າງຫຼັກການຄຸ້ມຄອງສະຫະຫະກອນ( PEARLS )ແລະ CAMEL  ໄດ້ລົງເລິກລາຍລະອຽດຂອງແຕ່ລະອັດຕາສ່ວນຂອງອັກສອນແຕ່ລະໂຕ ເຫັນໄດ້ຈຸດປະສົງ PEARLS ເປັນສິ່ງສໍາຄັນໃນການຄຸ້ມຄອງກວດການການເຮັດວຽກຂອງສະຫະກອນສິນເຊື່ອ, ເນື່ອງຈາກວ່າ ໄດ້ຖືກອອກແບບມາເປັນເຄື່ອງມືໃນການຮັບໃຊ້ການບໍລິຫານວຽກຂອງສະຫະ ກອນສະເພາະ; ພ້ອມທັງຊີ້ໃຫ້ເຫັນບັນຫາ ແລະສາມາດແກ້ໄຂບັນຫາໃຫ້ຖືກຈຸດຕົວຢ່າງ PEARLS ສາມາດກໍານົດ ໃຫ້ເຫັນການເພີ້ມຂຶ້ນ ແລະຫຼຸດລົງຂອງຮຸ້ນ ແລະຍັງສາມາດບອກເຖິງສາເຫດທີ່ອາດຈະເປັນໄປໄດ້ຂອງຄວາມອ່ອນໄຫວໄດ້ເຊັ່ນ: ມີລາຍຮັບລວມທີ່ບໍ່ພຽງພໍ, ມີຄ່າໃຊ້ຈ່າຍໃນການດໍາເນີນການທີ່ສູງເກີນໄປ ຫຼື ມີໜີ້ເສຍເປັນຈໍານວນຫຼາຍ ແລະ ອື່ນໆ.
  ຜ່ານມາເຄື່ອງມືໃນການຄຸ້ມຄອງສະຫະກອນຂອງ ສປປ ລາວ ມີຂໍ້ກໍານົດ ເລກທີ 03/ທຫລ, ລົງວັນທີ 20 ມິຖຸນາ 2008 ແລະເຄື່ອງໃນການວິເຄາະ-ກວດກາສະຫະກອນ ແມ່ນໄດ້ໃຊ້ຫຼັກການ CAMEL ວິເຄາະອັດຕາສ່ວນຕ່າງໆໃຊ້ເຂົ້າໃນການຄຸ້ມຄອງເມື່ອທຽບໃສ່ບົດຮຽນຂອງບັນດາປະເທດໃນອາຊີ ເຫັນໄດ້ວ່າຫຼັກການ CAMEL ນີ້ໃຊ້ກັບບັນດາທະນາຄານທຸລະກິດ ແລະສະຖາບັນການເງິນໃຫຍ່, ສໍາລັບສະຫະກອນແມ່ນບໍ່ເໝາະສົມ ເນື່ອງຈາກວ່າຫຼັກການ CAMEL ໄດ້ວິເຄາະອັດຕາສ່ວນຕ່າງໆໃຫ້ໄດ້ຜົນກໍາໄລສູງສຸດ ເຊິ່ງໃນບັນດາປະເທດໃນອາຊີ ໄດ້ໃຊ້ PEARLS ເປັນສິ່ງທີ່ສໍາຄັນໃນການຄຸ້ມຄອງກວດກາການເຮັດວຽກຂອງສະຫະກອນສິນເຊື່ອ ເນື່ອງຈາກວ່າໄດ້ຖືກອອກແບບມາເປັນເຄື່ອງມືໃນການຮັບໃຊ້ການບໍລິຫານວຽກຂອງສະຫະກອນສະເພາະ ພ້ອມທັງຊີ້ໃຫ້ເຫັນບັນຫາ ແລະສາມາດແກ້ໄຂບັນຫາໃຫ້ຖືກຈຸດ.
         ປະຈຸບັນ ສປປ ລາວ ມີເສດຖະກິດກຳລັງມີການຂະຫຍາຍຕົວ, ວຽກງານຂອງສະຫະກອນກໍເປັນວຽກງານໜຶ່ງທີ່ພັກ ແລະລັດ ຖະບານ ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນເປັນພິເສດ ໂດຍການວາງນະໂຍບາຍສະເພາະ ແນໃສ່ເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍດ້ານຕ່າງໆ ເພື່ອສົ່ງເສີມໃຫ້ແກ່ການສ້າງຕັ້ງໃຫ້ມີການຂະຫຍາຍຕົວ, ມີຄວາມຍືນຍົງ ແລະຮັບປະກັນໄດ້ຄວາມປອດໄພຂອງສະມາຊິກ, ເປົ້າຫມາຍເພື່ອສ້າງໃຫ້ເປັນເຄື່ອງມືໜຶ່ງໃນການປະຕິບັດແຜນການຫຼຸດຜອ່ນຄວາມທຸກຍາກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນກໍຄືການບໍລິການການເງິນທີ່ສະດວກດີຫຂຶ້ນ.

                                                                             #  ຂ່າວ-ພາບ: ຣັດສະໝີ ດວງສັດຈະ

No comments:

Post a Comment