Ad

Ad

10 February 2017

ບ.ກ ຖະແຫລງ ( ສະບາຍດີຍາມເຊົ້າ )

ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຫລາຍຄົນກໍຈະໄດ້ເຫັນໄດ້ຟັງຂ່າວດີແລ້ວວ່າ: ກະຊວງການເງິນພວມເລັ່ງແກ້ໄຂບັນດາລົດນຳເຂົ້າບໍ່ຖືກຕ້ອງມີຈຳນວນຫລາຍກວ່າ 100 ຄັນ, ສ່ວນໃຫຍ່ແມ່ນລົດກາຍກຳນົດເວລາທີ່ກົດໝາຍພາສີກຳນົດໄວ້ມາແຕ່ ປີ 2012-2015 ແລະ ສ່ວນໜຶ່ງ ແມ່ນກາຍກຳນົດເສຍພາສີໄລຍະ 4 ເດືອນ ຄືແຕ່ວັນທີ 1 ມັງກອນ ຫາວັນທີ 31 ສິງຫາ 2016. ໃນຂະນະດຽວກັນກໍມີປະຊາຊົນຕັ້ງ ຄຳຖາມຂຶ້ນມາວ່າ: ການແກ້ໄຂ ບັນຫາດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍກໍຫາກ
ເປັນ ການດີ, ແຕ່ຢ່າເຮັດຄືແບບຫົວຊ້າງຫາງໜູ ເພາະຫລາຍຄົນກໍອາດຈະຮູ້ດີວ່າ: ບ້ານເມືອງມີລະບຽບກົດໝາຍຄຸ້ມຄອງແຕ່ລະຂະແໜງການຢ່າງລະອຽດ, ແຕ່ບໍ່ຮູ້ວ່າເປັນຍ້ອນຫຍັງຈຳນວນລົດຢ່າງຫລວງ ຫລາຍດັ່ງກ່າວຈຶ່ງເລັດລອດນຳເຂົ້າໄດ້ ແລະ ຖ້າບໍ່ມີຄຳສັ່ງແນະນຳຢ່າງລະອຽດຂອງລັດຖະບານຊຸດທີ 8 ນີ້ ບໍ່ຮູ້ວ່າຈຳນວນລົດດ່ັງກ່າວນັ້ນຈະໄດ້ພາສີນຳມັນບໍ່ ? ແລະ ຖ້າເກັບໄດ້ມາແລ້ວການຄຸ້ມຄອງບ້ວງເງິນຈະເປັນແນວໃດ ? ອັນນີ້ມັນຮຽກຮ້ອງໃຫ້ຂະແໜງກ່ຽວຂ້ອງຕ້ອງເຮັດແທ້ທຳຈິງ ແລະ ເຮັດດ້ວຍຄວາມສັດຊື່ບໍລິສຸດ ເພື່ອບໍ່ໃຫ້ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຫາຍໄປ. ດັ່ງຫລາຍໆກໍລະນີໃນຜ່ານມາເວົ້າຫຍັງເລື່ອງພາສີ, ມີຫລາຍໂຄງການທີ່ບໍ່ມີຕົນໂຕ ແຕ່ຄົນມີໜ້າທີ່ຕຳແໜ່ງຈຳນວນໜຶ່ງກໍສາມາດຍັກຍອດຂອງລົດຂອງຫລວງມາໄດ້ ເຮັດໃຫ້ປະເທດຊາດບ້ານເມືອງມີຄວາມຫຍຸ້ງຍາກສັບສົນຈົນຮອດທຸກມື້ນີ້ກໍຍັງແກ້ໄຂບໍ່ຕົກ.

No comments:

Post a Comment