Ad

Ad

23 May 2014

ການ​ປູກ​ໄມ້​ຍັງບໍ່​​ໄດ້​ຄຳ​ນຶງ​ເຖິງຄວາມສຳຄັນຂອງ​ບັນ​ຫາ​ການ​ຄຸ້ມ​ຄອງ​ຮັກສາ​



         ຄື​ດັ່ງ​ທີ່​ຮູ້​ກັນ​ແລ້ວ ​ໃນ​ສຸມ​ປີຜ່ານມາ, ລັດຖະບານ​ໄດ້​ກຳນົດ​ຕົວ​ເລກ​ການ​ປູກ​​ໄມ້​ຢູ່​ໃນ​ທົ່ວ​ປະ​ເທດ ​​ໃຫ້​ບັນລຸ​ໄດ້ 30.000 ເຮັກ ຕາ/ປີ, ​ໂດຍ​ມອບ​ໃຫ້​ກະຊວງ​ກະ ສິກຳ ​ແລະ ປ່າ​ໄມ້ ເປັນ​ຜູ້​ຮັບຜິດ ຊອບ​ໂດຍ​ກົງ ​ໃນ​ການ​ແບ່ງປັນ​ຕົວ​ເລກ​ໃຫ້​ແຕ່ລະ​ແຂວງ ​ແລະ ນະ​ຄອນ​ຫລວງ​ວຽງ​ຈັນ​ ເພື່ອ ພ້ອມ​ພາກັນຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຮັບ​ຜົນ​ດີ ແລະ ​ສ້າງ​ທ່າ​ແຮງ​ເຮັດ​ໃຫ້​ເນື້ອ​ທີ່​ປ່າ​ໄມ້​ເພີ່ມ​ການ​ປົກ​ຫຸ້ມ ຕາມ​ແຜນ​ທີ່​​ໄດ້​ກຳນົດ​ໄວ້ 65% ​ໃນ​ປີ 2015 ແລະ 70% ​ໃນ​ປີ 2020, ​ເຊິ່ງມາ​ຮອດ​ດຽວ​ນີ້ ອີງ​ຕາມ​ການ​ສຳ​ຫລວດ​ຜ່ານ​ດາວ​ທຽມ​ທົ່ວ​ປະ​ເທດ ມີ​ເນື້ອ​ທີ່​ປ່າ​ໄມ້​ປົກ​ຫຸ້ມຍັງ​ເຫລືອ​ພຽງ 50% ຂອງ​ທົ່ວ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ບັນລຸ​ຕົວ​ເລກແຜນ ການ​ດັ່ງກ່າວ, ລັດຖະມົນຕີ​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້ ທ່ານ​ ວິ​ໄລ​ວັນ ພົມ​ເຂ, ​ຍອມຮັບ ວ່າ: ການ​ປູກ​ໄມ້ໃນຜ່ານມາ​ເຖິງ​ວ່າ​ເປັນ​ຂະ​ບວນການແທ້, ແຕ່​ຍັງ ຂາດ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ ຢ່າງ​ເອົາ​ຈິງ​ເອົາ​ຈັງ​ແທ້ ແລະ ສິ່ງ​ທີ່​ທ້າ​ທາຍ​ຕາມ​ມາກ​ໍຄືພາ​ໃຫ້​ຕົ້ນ​ໄມ້​ທີ່​ປູກ​​ໃໝ່​ມີ​ອັດຕາ​ສ່ວນ​ຫ່ຽວ​ແຫ້ງ ​ແລະ ​ຕາຍ​ໄປ ​ໃນ​ແຕ່ລະ​ປີບໍ່​ຕ່ຳ​ກວ່າ 40%.

          ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຍັງ​ໄດ້​ເນັ້ນ​​ວ່າ: ​ເພື່ອ​​ເຮັດ​ໃຫ້​ບັນ​ຫາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໃນ​ທົ​່ວ ປະ​ເທດ​ເພີ່ມ​ຂຶ້ນ​ໄດ້​ໃນ​ແຕ່ລະ​ປີ ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມເອົາ​ໃຈ​ໃສ່​ໃນ​ມາດ​ຕະການ​ກຳຈັດ​ການ​ຖາງ​ປ່າ​ເຮັດ​​ໄຮ່​ໃຫ້​ເຂັ້ມ​ງວດ​ກ່ວາ​ເກົ່າ, ພ້ອມ​ທັງ​​ໃຊ້​ມາດ​ຕະການ​​ໃນ​ການ​ປ້ອງ​ກັນ ແລະ ກຳຈັດ​ໄຟ​ໃໝ້ລາມ​ປ່າ, ​ເຊິ່ງທີ່​ຜ່ານ​ມາ​ຢູ່​ບັນດາ​ແຂວງ​ຕ່າງໆ​ໄດ້​ເກີດ​ມີ​ສະ ພາບ​ເຊັ່ນ​ນີ້​ມາ​ແລ້ວ​ຢ່າງ​ຫລວງຫລາຍ. ທ່ານ​ລັດຖະມົນຕີ ຢືນຢັນ​ຕື່ມ​ວ່າ: ຕໍ່​ບັນຫາ​ນີ້​ແມ່ນ​ຂໍ​ຮຽກ ຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ດ​ທ້ອງ​ຖິ່ນ ແລະ ຂະ​ແໜງ​ການກ່ຽວຂ້ອງ​ຕ່າງໆຕ້ອງ​ໄດ້​ເອົາ​ໃຈ​​ໃສ່ຕິດຕາມ​ບົວລະບັດ​ຮັກສາຕົ້ນ​ໄມ້​ປູກ​ຜ່າ​ນມາ ​ເພື່ອ​ຄືນ​ປ່າ​ໃຫ້​ກັບ​ທຳ​ມະ​ຊາດທັງ​ເປັນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ດີ ແລະ ສິ່ງ​ນີ້​ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ມີ​ຫລາຍ​ປັດ​ໄຈ​ທີ່​ເອື້ອ​ອຳ​ນວຍໃຫ້​ແກ່​ການ​ພັດທະນາ​ປ່າ​ໄມ້ມີ​ຄວາມ​ສະດວກ​​ກວ່າ​ເກົ່າ​, ກະຊວງ​ກະສິກຳ ​ແລະ ປ່າ​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ​ຮ່ວມ​ກັບ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມເຮັດ​ພາລະ​ບົດບາດ​ຂອງ​ຕົນ​ໃນ​ການ​ລົງ​ຕິດຕາມ​ກວດກາ, ​ເຂົ້າ​ຮ່ວມ​ຂະ​ບວນ ການ​ຕ່າງໆ​ຢູ່​ໃນ​ຂະ​ແໜງ​​ປ່າ​ໄມ້, ເປັນ​ຕົ້ນ​ການ​ຟື້ນ​ຟູປ່າສະຫງວນ ທີ່​ຖືກ​ບຸກລຸກ​ເມື່ອ​ກ່ອນ, ບັນ​ຫາ ການ​ກຳຈັດ​ການ​ລັກລອບ​ຕັດ​​ໄມ້​ທຳລາຍ​ປ່າ​​ໃຫ້​ໝົດ​​ໄປ ​ແລະ ​ໃນ​ຂະ​ນະ​ດຽວ​ກັນ​ເບື້ອງ​ກະຊວງ​ກະ ສິກຳ ​ແລະ ​ປ່າ​ໄມ້ ຍັງ​ໄດ້​ເອົາ​ໃຈ​​ໃສ່​ເຮັດ ວຽກ​ງານ​​ຄຸ້ມ​ຄອງ​ປ່າ​ຜະລິດ, ການ​ຟື້ນ​ຟູ​ປ່າ​ຊຸດ​ໂຊມ ແລະ ການ​ປູກ​​ໄມ້​ໃຫ້​ເປັນ​ປ່າ, ​ແຕ່​ເຖິງ​ຢ່າງ​ໃດ ​ໃນ​ປັດຈຸບັນ​ນີ້​ກໍຍັງ​​ເປັນ​ຫ່ວງ​ເຖິງບັນຫາຄຸ້ມ​ຄອງ​ການ​ຂຸດ​ໄມ້, ​ໂດຍ​ສະ​ເພາະ​ການ​ລັກລອບ​ການ​ຕັດ​ໄມ້​ທຳລາຍ​ປ່າ, ​ຊຶ່ງ​ໄລຍະ​ຜ່ານ​ມາພັກ​-ລັດຖະບານ ກໍ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳ​ໃຫ້​ມີ​ມາດ​ຕະການ​ຄຸ້ມ​ຄອງ​ບັນຫາ​ນີ້​ຢ່າງ​ຈິງ​ຈັງ, ເຊິ່ງທາງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ແລະ ກະຊວງ​ຊັບ ພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ກໍ​ໄດ້​ຮ່ວມ​ກັນ​ດຳ​ເນີນ​ການ​ສຶກສາ​ອົບຮົມ​ໃຫ້​ທຸກ​ຄົນ​ໃນ​ສັງຄົມ​​​ເຄົາລົບ​ນັບຖື​ຮັບ​ຮູ້​ກໍ​ຄື​ກົດໝາຍ​ປ່າ​ໄມ້, ພ້ອມ​ຄຸ້ມ​ຄອງ​ຜູ້​ດຳ​ເນີນ​ທຸລະ​ກິດ​ໄມ້ໃຫ້​ໄປ​ຕາມ​ແຜນ ແລະ ລະບຽບ​ການວາງ​ໄວ້.

No comments:

Post a Comment