ທ່ານ ວິໄຊ ພັນດານຸວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ
ກະຊວງພາຍໃນ ໃຫ້ຮູ້ວ່າ: ການສອບເສັງເຂົ້າເປັນລັດຖະ ກອນພາກຄວາມຮູ້ທົ່ວໄປແມ່ນຈະມີຂຶ້ນໃນເດືອນກໍລະກົດທີ່ຈະເຖິງນີ້
ແລະ ໄລຍະການເປີດຮັບສະໝັກສອບເສັງແມ່ນຈະເລີ່ມແຕ່ວັນທີ 26 ພຶດສະພາຫາ
12 ກໍລະກົດ 2014, ສ່ວນການສອບເສັງພາກວິຊາສະເພາະແມ່ນຈະດຳເນີນໃນລະຫວ່າງເດືອນສິງຫາ
ຫລື ກັນຍາ ເພື່ອໃຫ້ທັນຕໍ່ການບັນຈຸເຂົ້າງວດທີ I (ເດືອນຕຸລາ, ພະຈິກ ແລະ ທັນວາ)
ໝາຍວ່າຕ້ອງບັນຈຸເຂົ້າເຮັດວຽກໃນວັນທີ 1 ຕຸລາຂອງທຸກໆປີເປັນຕົ້ນໄປ. ສຳລັບຫົວບົດສອບເສັງແມ່ນຢູ່ບົນພື້ນຖານວຸດທິການສຶກສາແຕ່ລະຊັ້ນ
ແລະ ແຕກຕ່າງກັນ.
ທ່ານຫົວໜ້າກົມຄຸ້ມຄອງລັດຖະກອນ ກ່າວວ່າ:
ການສອບເສັງລັດຖະກອນແມ່ນປະຕິບັດຕາມນະໂຍບາຍປ່ຽນແປງໃໝ່ຍົກສູງປະສິດທິພາບການບໍລິຫານລັດ,
ເປັນການຍົກລະດັບຄວາມເຂົ້າໃຈກ່ຽວກັບນະໂຍບາຍດ້ານຕ່າງໆຂອງພັກ ແລະ ລັດ
ຖະບານ, ທັງເປັນການຮັບປະກັນໃຫ້ລັດຖະກອນມີຄຸນນະ ພາບໃນສະເພາະໜ້າ ແລະ ຍາວນານ
ເຊິ່ງການສອບເສັງຕ້ອງປະ ຕິບັດຕາມຫລັກການສະເໝີພາບ, ເປີດເຜີຍ, ພາວະວິໄສ
ແລະ ເປັນທຳ.
No comments:
Post a Comment