ກົມຕຳຫລວດທ່ອງທ່ຽວຈະໄດ້ປະສານສົມທົບກັບຂະແໜງການທ່ອງທ່ຽວ
ເພື່ອກວດກາ ແລະ ເກັບກຳຂໍ້ມູນບັນດາຫົວ ໜ່ວຍທຸລະກິດທ່ອງທ່ຽວ ເປັນ ຕົ້ນ ບໍລິສັດທ່ອງທ່ຽວ,
ໂຮງແຮມ, ເຮືອນພັກ, ລົດຂົນສົ່ງບໍລິການທ່ອງທ່ຽວ ທີ່ຍັງມີພຶດຕິກຳບໍ່ປະຕິບັດຕາມລະບຽບໃຫ້ເຂົ້າສູ່ລະບຽບຖືກຕ້ອງຕາມກົດໝາຍ.
ທ່ານ ພັນໂທ ຄິດທະວົງ ສຸລິຍະ ຮອງຫົວໜ້າກົມຕຳ
ຫລວດທ່ອງທ່ຽວ ກ່າວໃນກອງປະຊຸມສະຫລຸບວຽກງານທ່ອງທ່ຽວ ໃນວັນທີ 21 ພຶດສະພານີ້ວ່າ:
ປັດຈຸ ບັນທົ່ວປະເທດມີຫົວໜ່ວຍທຸລະກິດທ່ອງທ່ຽວທັງໝົດ 3.526 ຫົວໜ່ວຍ, ໃນນັ້ນ
ໂຮງແຮມມີ 468 ແຫ່ງ, ເຮືອນພັກ 1.562 ແຫ່ງ, ຮ້ານບັນເທີງ 220 ແຫ່ງ ແລະ ຮ້ານອາຫານ
1.276 ແຫ່ງ ແລະ ຖ້າກ ວດກາພົບເຫັນຫົວໜ່ວຍທຸລະກິດທ່ອງທ່ຽວໃດມີການຝ່າຝືນລະບຽບກົດໝາຍແມ່ນຈະໄດ້ສຶກສາອົບຮົມ
ແລະ ດຳເນີນມາດຕະການທາງກົດ ໝາຍເປັນລຳດັບ, ທັງນີ້ເພື່ອຮັບປະກັນໃຫ້ຫົວໜ່ວຍທ່ອງທ່ຽວດຳເນີນທຸລະກິດຢ່າງຖືກຕ້ອງ,
ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພຕ່າງໆ.
No comments:
Post a Comment