Ad

Ad

23 May 2014

ລະວັງພະຍາດໄຂ້ເລືອດອອກອາດລະບາດ



  ໜ່ວຍເຝົ້າລະວັງພະຍາດພະ ແນກສາທາລະນະສຸກນະຄອນຫລວງວຽງຈັນໃຫ້ຮູ້ ວ່າ: ເລີ່ມແຕ່ ວັນທີ  28 ທັນວາ 2013 ຫາ ວັນ ທີ 21 ພຶດສະພາ 2014, ຢູ່ນະ ຄອນຫລວງວຽງຈັນມີຄົນຕິດ ເຊື້ອພະຍາດໄຂ້ເລືອດອອກ ແລ້ວ 80 ຄົນ, ໃນນັ້ນ ເປັນ ຍິງ 47 ຄົນ ແຕ່ຍັງບໍ່ມີຜູ້ເສຍຊີວິດ, ເນື່ອງຈາກວ່າປັດຈຸບັນອາກາດຮ້ອນ ອົບເອົ້າ ແລະ ເລີ່ມມີຝົນຕົກຢູ່ ຫຼາຍທ້ອງຖິ່ນ ເຮັດ ໃຫ້ຍຸງຂະຫຍາຍພັນໄດ້ໄວ້, ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງປະຊາຊົນທຸກ ຊັ້ນຄົນຈົ່ງມີສະຕິ ແລະ ເປັນເຈົ້າ ການ ໃນການປ້ອງ ກັນ ແລະ ສະກັດກັ້ນ ພະຍາດໄຂ້ເລືອດອອກ ທີ່ອາດລະບາດໃນລະດູຝົນນີ້, ໂດຍ​ໃຫ້​ເອົ​າ​ໃຈໃສ່ປະຕິບັດຄຳ ຂວັນ 5 ປ ທີ່ສາທາ ລະນະສຸກວາງອອກຢ່າງເຂັ້ມງວດຄື: 1. ປິດຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງ ມາໄຂ່ໃສ່, 2. ປ່ຽນ ນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3. ປ່ອຍປາຫາງນົກຍຸງ ເພື່ອກິນ ໜອນນ້ຳຍຸງ ລາຍ, 4. ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ, 5. ປະຕິບັດເປັນປະຈຳ
ທຸກອາທິດ ແລະ ຖ້າ ເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ, ພຽງເທົ່ານີ້ທ່ານກໍຈະສາມາດປະກອບສ່ວນເຂົ້າໃນ ການສະກັດກັ້ນພະ ຍາດດັ່ງກ່າວ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.
         ໜ່ວຍເຝົ້າລະວັງພະຍາດ​ດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນນອກຈາກຄົນເຈັບຕິດເຊື້ອພະຍາດໄຂ​້ເລືອດອອກແລ້ວ, ຍັງ ມີຄົນເຈັບຕິດເຊື້ອພະຍາດໄຂ້ຫວັດ ແລະ ມີການລະບາດຂອງພະຍາດຖອດທ້ອງເກີດຂຶ້ນ, ຊຶ່ງທຸກຄົນຕ້ອງໄດ້ເອົາໃຈໃສ່ປ້ອງ ກັນ ແລະ ຮັກສາ​ສຸຂະພາບ​ຂອງ​ຕົນ​ໃຫ້​ດີ.

No comments:

Post a Comment