Ad

Ad

23 May 2014

ສະມາຄົມແຮງງານຍີ່ປຸ່ນໄດ້ຊ່ວຍປັບປຸງສະພາບແວດລ້ອມການສຶກສາຢູ່ລາວ



       ວັນທີ 21 ພຶດສະພາຜ່ານມານີ້, ສະຫະພັນແຮງງານພື້ນ ຖານອຸດສາຫະກຳຍີ່ປຸ່ນ (CSA), ອົງການ NGO ຍີ່ປຸ່ນ ທີ່ໄດ້ຮັບການສະໜັບສະໜູນໂດຍສະມາຄົມແຮງງານຍີ່ປຸ່ນ, ໄດ້ມອບໂຮງຮຽນປະຖົມໃຫ້ແກ່ບ້ານ ຜາສັງ ເມືອງເຟືອງ ແຂວງວຽງ ຈັນ,
      CSA ສ້າງຕັ້ງຂຶ້ນໃນປີ 1981, ມີຈຸດປະສົງເພື່ອສົ່ງເສີມການປັບປຸງສະພາບແວດລ້ອມການສຶກ ສາຢູ່ລາວ, ເຊິ່ງໄດ້ ກໍ່ສ້າງໂຮງຮຽນແລ້ວຈຳນວນ 23 ຫລັງໃນ ແຂວງຕ່າງໆເຊັ່ນ: ນະຄອນຫລວງວຽງຈັນ, ແຂວງວຽງ ຈັນ, ຊຽງຂວາງ, ຫລວງພະບາງ, ບໍລິຄຳໄຊ, ບໍ່ແກ້ວ ແລະ ໄຊຍະບູລີ. ໂຮງຮຽນຜາສັງນີ້ ແມ່ນຫລັງທີ 24.
        ໂຮງຮຽນຜາສັງແມ່ນມີນັກ ຮຽນທັງໝົດ 750 ຄົນ. ເພື່ອສົ່ງເສີມຄວາມຈຳເປັນຂອງການສຶກສາຂັ້ນພື້ນຖານສຳລັບ ການເພີ່ມຂຶ້ນຂອງຈຳນວນນັກຮຽນ ນັ້ນ, CSA ໄດ້ສະໜັບສະໜູນໂຄງການກໍ່ສ້າງໂຮງຮຽນຜາສັງເປັນຈຳນວນເງິນ 72 ພັນ ກວ່າໂດລາສະຫະລັດ. ເງິນກອງທຶນດັ່ງກ່າວແມ່ນໄດ້ມາຈາກການບໍລິຈາກຂອງສະມາຊິກສະມາຄົມແຮງງານຍີ່ປຸ່ນ ແລະ ຫວັງ ວ່າໂຮງຮຽນແຫ່ງໃໝ່ນີ້ຈະຊ່ວຍເຮັດໃຫ້ນັກຮຽນໃນຂົງເຂດດັ່ງກ່າວໄດ້ມີໂອກາດສຶກສາຮ່ຳຮຽນຫລາຍຂຶ້ນ.

No comments:

Post a Comment