Ad

Ad

20 January 2015

ທະນາຄານ​ພັດທະນາ​ອາຊີ​ສະໜອງ​ເງິນ​ກູ້​ແກ່​ລາວ 21 ລ້ານ​ໂດ​ລາ​ພັດທະນາ​ການ​ລ້ຽງສັດ​ຢູ່​ພາກ​ເໜືອ



ທະນາຄານ​ພັດທະນາ​ອາຊີ ຫຼື ເອດີ​ບີ (ADB) ໄດ້​ອະນຸມັດ​ໃຫ້​ເງິນ​ກູ້​ຢືມ​ແກ່​ລັດຖະ ບານ​ລາວ ຈຳນວນ 21 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 168 ຕື້​ກີບ ​ເຂົ້າ​ໃນ​ການຈັດຕັ້ງ ປະຕິບັດ​ໂຄງການ​ພັດທະນາ​ການ​ລ້ຽງສັດ ​ເພື່ອ​ຜະລິດ​ເປັນ​ສິນຄ​້າສົ່ງ​ອອກ ຢູ່​ເຂດ​ພາກ​ເໜືອຂອງ​ລາວ.
          ໂຄງການ​ນີ້ ໂດຍ​ແມ່ນ​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້​ເປັນ​ຜູ້​ປະຕິບັດ​ໃນ​ໄລຍະ​ເວລາ ​ເກືອບ 7 ປີ ຄື​ແຕ່​ປີ 2015 ຮອດ​ກາງ​ປີ 2021 ຢູ່​ໃນ 12 ເມືອງ​ຂອງ 4 ແຂວງ​ພາກ​ເໜືອຂອງ​ລາວ ຄື: ​ແຂວງ​ຫົວພັນ, ຊຽງຂວາງ, ຫຼວງພະ​ບາ​ງ ​ແລະ ຫຼວງນ້ຳທາ. ເພື່ອ​ສືບຕໍ່ພັດທະນາ​ການ​ລ້ຽງສັດ​ໃຫ້​ເປັນ​ສິນຄ້າ​ໂດຍ​ສະ​ເພາະ​ກຸ່ມ​ຜູ້​ລ້ຽງສັດ ​ແລະ ຄ້າຂາຍ​ສັດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ທັງ​ສາມາດ​ເຂົ້າ​ເຖິງ​ຕະຫຼາດ, ທັງ​ມີ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ຊິ້ນ​ສັດລ້ຽງ​ໃຫ້​ມີ​ປະ ລິມານ ແລະ ຄຸນ​ນະພາ​ບຖືກຫຼັກອະນາ​ໄມ ​ສາມາດ​ສະໜອງພາຍ​ໃນ ແລະ ສົ່ງ​ອອກ​ແຂ່ງຂັນ​ກັບ​ຕ່າງ​ປະ​ເທດ​ໄດ້.  ທັງນີ້​ກໍ​ເພື່ອ​ເປັນ​ການ​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ​ຊາວ​ກະສິກອນ​ຜູ້ລ້ຽງ ສັດ. ນອກຈາກ​ນັ້ນ
ຍັງ​ໄດ້​ປັບປຸງ​ຄຸນ​ນະພາ​ບການ​ຮຽນ-ການ​ສອນ ຂອງ​ໂຮງຮຽນວິທະຍາ​ໄລ​ເຕັກ​ນິກກະສິກຳ​ພາກ​ເໜື​ອ, ປັບປຸງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ ດ້ວຍ​ການ​ສ້າງ​ຕົວ​​ແບບ​ໂຮງງານ​ຂ້າ​ສັດ​ແນ​ໃສ່ເປັນພື້ນຖານ​ໃຫ້​ສິນຄ້າ​ສັດ ​ແລະ ​ເປັນ​ທີ່​ຍອມຮັບ​ຂອງ​ຕະຫຼາດພາຍ​ໃນ ແລະ ຕ່າງປະ​ເທດ​ໃນ ຕໍ່ໜ້າ.
ກະຊວງ​ການ​ເງິນ​ໃຫ້​ຮູ້​ຕື່​ມວ່າ:​ ໃນ​ປີຕໍ່ໜ້າ​ໂຄງການ​ດັ່ງກ່າວ​ຍັງ​ຈ​ະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອດ້ານ​ການ​ເງິນ ຈາກ​ກອງ​ທືນສາກົນ ເພື່ອ​ພັດທະນາ​ກະ​ສິກຳ​ຕື່ມ​ອີກ​ປະມານ 10 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 80 ຕື້​ກີບ. ​ເພື່ອ​ປະກອບ ສ່ວນໃນ​ການ​ພັດທະນາ​ໂຄງການ​ລ້ຽງສັດ​ເປັນ​ສິນຄ້າ​ໃນ​ພາກ​ເໜືອ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ ມີ​ຄຸນ​ນະພາ​ບດີ​ຂຶ້ນ​ເລື້ອຍໆ. ພິທີ​ລົງ​ນາມ​ສັນຍາ​ຄັ້ງນີ້ ລະຫວ່າງ ​ທ່ານ ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ແລະ ທ່ານ​ ນາງ ​ແຊນ​ດຣາ ນິ​ໂຄລ ( Sandra nicoll) ຫົວໜ້າຫ້ອງການ​ຜູ້​ຕາງໜ້າທະນາຄານ ເອດີ​ບີ ປະ​ຈຳ​ລາວ, ມີ ທ່ານ ດຣ. ພວງ​ປະຣີສັກ ປຣະວໍ​ວຽງຄຳ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ພ້ອມ​ດ້ວຍ​ພະນັກງານ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

No comments:

Post a Comment