Ad

Ad

20 January 2015

ເປີດນຳໃຊ້ສູນບໍລິການບົ່ງມະຕິພະຍາດທັນສະໄໝ



     ພິທີເປີດນຳໃຊ້ສູນບໍລິການບົ່ງມະຕິພະຍາດດ້ວຍເຄື່ອງຈັກ MRI ທີ່ໂຮງໝໍມິດ ຕະພາບ 150 ຕຽງ, ນະຄອນ ຫລວງວຽງຈັນ ມີຂື້ນໃນວັນທີ 19 ມັງກອນນີ້, ໂດຍ ການເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ.
     ທ່ານ ຮສ.ດຣ. ພູທອນ ເມືອງປາກ ອຳນວຍການໂຮງໝໍມິດຕະພາບ 150 ຕຽງ ໃຫ້ຮູ້ວ່າ: ສູນບໍລິການບົ່ງມະຕິພະ ຍາດດ້ວຍເຄື່ອງຈັກທັນສະໄໝໄດ້ຮັບການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ ໂດຍບໍລິສັດ VAMED ຈາກປະເທດ ໂອ ຕຣິດ, ເປັນອາ ຄານຊັ້ນດຽວ ມີເນື້ອທີ່ 294 ຕາແມັດ, ປະກອບດ້ວຍເຄື່ອງ ຈັກ MRI ຄົບຊຸດ ຂະໜາດ 1,5 Tesla ລວມມູນ​ຄ່າ​ການ​ກໍ່​ສ້າງ ​ແລະ ຕິດ​ຕັ້ງ​ເຄື່ອງ​ຈັກ 2,7 ລ້ານ​ກວ່າ ​ເອີ​ໂຣ ຫລື ປະມານ 26 ຕື້​ກວ່າ​ກີບ ​ໂດຍ​ແມ່ນ​ທຶນ​ກູ້​ຢຶມດອກ​ເບ້ຍ​ຕ່ຳຈາກ​ລັດຖະບານ​ໂອ​ຕຣິດ ​ເພື່ອ​ເປີດ​​ໃຫ້​ບໍລິການ​ບົ່ງມະຕິ​ດ້ວຍ​ເຄື່ອງ​ຈັກ​ທັນ​ສະ​ໄໝເປັນການປະກອບ ສ່ວນອັນສຳຄັນໃນການ
ຍົກລະດັບການບໍລິການບົ່ງມະຕິພະຍາດໃຫ້ມີຄຸນນະພາບ ແລະ ຄົບຊຸດ, ຫລຸດຜ່ອນຄ່າໃຊ້ຈ່າຍ ຂອງຄົນເຈັບທີ່ມີຄວາມ ຈຳເປັນຕ້ອງໄດ້ເດີນທາງໄປຕ່າງປະເທດ, ເຊິ່ງເຄື່ອງຈັກດັ່ງກ່າວສາມາດກວດ ແລະ ບົ່ງມະຕິພະຍາດດ້ວຍຄື້ນແມ່ເຫລັກ ໄຟຟ້າ, ສ້າງຮູບພາບທີ່ຊັດເຈນ ແລະ ສາມາດກວດຫາອະໄວຍະວະຕ່າງໆ ໄດ້ເປັນຢ່າງດີ ເຊັ່ນ: ການບົ່ງມະຕິຄວາມຜິດ ປົກກະຕິຂອງສະໝອງ, ຫລອດເລືອດໃນສະໝອງ, ຜົ້ງເອີກ, ຜົ້ງທ້ອງ, ເນື້ອເຫຍື້ອ, ກ້າມຊີ້ນ, ລຳຕົວ, ເນື້ອງອກ, ມະເຮັງ ແລະ ອື່ນໆ.

No comments:

Post a Comment