Ad

Ad

20 January 2015

ໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 66 ປີ



ງານໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 66 ປີ (20/1/1949-20/1/2015) ໄດ້ຈັດຂື້ນໃນວັນທີ 19 ມັງກອນ 2015 ນີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານ ຂອງສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການສູນ ກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ມີບັນດາຄະ ນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການ, ຕາງໜ້າບັນດາອົງການ, ກົມ, ກອງ, ຫ້ອງການ ແລະ ພະນັກງານນັກຮົບອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
          ໃນບົດປາໄສບາງຕອນ ທີ່ສະຫາຍ ພົນຈັດຕະວາ ວິໄລ ຫລ້າຄຳຟອງ ຄະນະປະຈຳພັກກະຊວງ,  ຫົວໜ້າ ກົມໃຫຍ່ ການເມືອງກອງທັບໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ທາດແທ້ມູນເຊື້ອອັ ນດີງາມ ຂອງກອງທັບປະຊາຊົນລາວ ຜ່ານພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ກໍຄື ພາລະກິດແຫ່ງການປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາອັນປີຊາສາມາດ ຂອງ ພັກປະຊາຊົນ ປະຕິວັດລາວ, ກອງ
ທັບເຮົາໄດ້ພ້ອມກັບປວງຊົນລາວທັງຊາດ ດຳເນີນການຕໍ່ສູ້ຢ່າງອົງອາດ ກ້າຫານ, ທົນທານໜຽວແໜ້ນ ແລະ ບໍ່ຍອມຈຳນົນ ເຮັດໃຫ້ການປະຕິວັດລາວ ໄດ້ຮັບໄຊຊະນະອັນສະຫງ່າງາມ ເປັນຂັ້ນໆມາ ສາມາດຕີຊະນະຈັກກະພັດຜູ້ຮຸກຮານ 2 ໂຕ ໃຫ້ປະລາໄຊ, ລົບລ້າງລະບອບເກົ່າທີ່ຄົງຕົວມາຫລາຍ ຮ້ອຍປີ ແລະ ສະຖາປະນາລະບອບໃໝ່, ລະບອບທີ່ປະຊາຊົນທຸກເຜົ່າ ຊົນເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ. ຈາກຜົນງານ ແລະ ໄຊຊະນະດັ່ງທີ່ກ່າວມານັ້ນ ກອງທັບປະຊາຊົນລາວຈຶ່ງໄດ້ຮັບ ນາມມະຍົດເປັນ ກອງທັບວິລະ ຊົນຂອງຊາດລາວວິລະຊົນ, ຕໍ່ຜົນງານ ແລະ ໄຊຊະນະຕະຫລອດໄລຍະທີ່ຜ່ານມາ ພັກ- ລັດຖະບານລາວ ໄດ້ຕົກ ລົງມອບຫລຽນໄຊຄຳແຫ່ງຊາດ ເຊິ່ງເປັນຫລຽນກຽດຕິຄຸນສູງສຸດໃຫ້ກອງທັບປະຊາຊົນລາວ ຈຳນວນ 4 ຫລຽນ, ຫລຽນໄຊອິດສະຫລະຊັ້ນ I ຈໍານວນ 4  ຫລຽນ ແລະ ຫລຽນໄຊແຮງງານຊັ້ນ I ຈໍານວນ 1 ຫລຽນ.
ໄຊຊະນະອັນເປັນປະຫວັດສາດ ຂອງກໍາລັງປະກອບອາວຸດ ຕະຫລອດໄລຍະ 66 ປີຜ່ານມານັ້ນ ກໍຜ່ານ ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ, ພັກເປັນຜູ້ນຳພາ ແລະ ສຶກສາອົບຮົມກອງທັບເຮົາຕະ ຫລອດມາ, ພັກໄດ້ວາງແນວທາງລວມ ແລະ ແນວທາງການທະຫານຢ່າງປະດິດສ້າງ ຖືກກັບເງື່ອນໄຂຂອງສະ ພາບການແຕ່ລະໄລຍະ, ພັກໄດ້ວາງຍຸດທະສາດການຕໍ່ສູ້ທີ່ຖືກຕ້ອງ ແລະ ຍຸດໂທບາຍທີ່ຄ່ອງແຄ້ວ, ມີໄຫວພິບ, ໄດ້ ນຳໃຊ້ ແລະ ສົມທົບບັນດາຮູບການຕໍ່ສູ້ຢ່າງຊຳນິຊຳນານ, ເສີມຂະຫຍາຍທຸກກຳລັງແຮງບົ່ມຊ້ອນພາຍໃນປະເທດ, ສົມທົບແໜ້ນກັບກຳລັງແຮງຂອງຍຸກສະໄໝ ແລະ ຮ່ວມສຳພັນສູ້ຮົບກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ ພ້ອມທັງການສະໜັບສະໜູນຈາກເພື່ອນມິດ ແລະ ບັນດາກຳລັງທີ່ກ້າວໜ້າໃນໂລກ.
ເພື່ອສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການ ຂອງສະພາບການ ແລະ ໜ້າທີ່ໃນໄລຍະໃໝ່ ກອງທັບພວກເຮົາ ຈະໄດ້ຕັ້ງໜ້າປະຕິບັດ ໜ້າທີ່ຕົ້ນຕໍ ເປັນຕົ້ນ ເພີ່ມທະວີຄວາມຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຜັນຂະ ຫຍາຍແນວ ທາງປ່ຽນແປງໃໝ່ຂອງພັກ, ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ຊາດ, ຂອງພັກ, ຂອງກອງທັບ, ຍົກສູງສະຕິລະວັງຕົວປະຕິວັດ, ເດັດຂາດ, ຕອບຕ້ານທຸກການເຄື່ອນໄຫວຂອງ ສັດຕູຢ່າງທັນການ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກ ປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ສືບ ຕໍ່ລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບປະຊາຊົນ, ດຳເນີນການສ້າງສາພັດທະນາ ແລະ ແກ້ໄຂຊີວິດການ ເປັນຢູ່ໃຫ້ດີຂຶ້ນ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ແກ້ໄຂບັນດາ ໜໍ່ແໜງຂອງຄວາມບໍ່ສະຫງົບ ເປັນຕົ້ນແມ່ນເຂດຊາຍແດນ ແລະ ເຂດພູດອຍຊົນເຜົ່າຫ່າງໄກສອກຫລີກ ໂດຍສົມ ທົບທັງ 3 ດ້ານໄປພ້ອມໆກັນ (ການເມືອງ, ເສດຖະກິດ, ການທະຫານ), ເອົາໃຈໃສ່ປັບປຸງກໍ່ສ້າງກອງທັບໃຫ້ ເຂັ້ມແຂງໃນທຸກດ້ານ, ເພີ່ມທະວີການນຳພາຂອງພັກ ຕໍ່ກຳລັງປະກອບອາວຸດ, ສ້າງໃຫ້ກອງທັບມີຄຸນທາດປະຕິ ວັດໜັກແໜ້ນ, ມີລະບຽບແບບແຜນ, ມີຄວາມເຂັ້ມແຂງ, ມີສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນ, ສ້າງໃຫ້ມີຖັນ ແຖວພະນັກງານສືບທອດປ່ຽນແທນໃນແຕ່ລະຂັ້ນ, ແຕ່ລະຂະແໜງການ, ເພີ່ມທະວີວຽກງານອົບຮົມຫັດແອບການ ທະຫານ, ຍົກສູງຄວາມສາມາດກຽມພ້ອມສູ້ຮົບ ແລະ ສູຮົບມີໄຊ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ມີນໍ້າໃຈປະຢັດມັດຖະຍັດ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນ, ເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກ ເພີ່ມທະວີການ ພົວພັນກັບກອງທັບບັນດາປະເທດອ້າຍນ້ອງ ແລະ ເພື່ອນມິດ, ປະກອບສວ່ນເຂົ້າໃນການເສີມສ້າງສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມືກັບນາໆຊາດ. ເອົາໃຈໃສ່ສ້າງຂະບວນການແຂ່ງຂັນ ສ້າງຜົນງານດ້ານຕ່າງໆ ໃຫ້ຟົດຟື້ນ ແລະ ຕໍ່ເນື່ອງຕາມເນື້ອໃນຂໍ້ແຂ່ງຂັນ ທີ່ກົມໃຫຍ່ການເມືອງກອງທັບວາງອອກ ເພື່ອຄຳນັບຮັບຕ້ອນວັນ ສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 60 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ກອງປະຊຸມ ໃຫຍ່ ຄັ້ງທີ X ຂອງພັກ ແລະ ກອງປະຊຸມໃຫຍ່ ຄັ້ງທີ  IV ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ແລະ ວັນ ປະຫວັດສາດສຳຄັນອື່ນໆ ໄປພ້ອມໆກັບການຄົ້ນຄວ້າຮ່ຳຮຽນ ແລະ ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມ ຂອງຊາດ, ຂອງພັກ, ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການ ຂອງພັກ, ເປັນຫລັກແຫລ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປັບປຸງກໍ່ສ້າງ ກອງທັບ ໃຫ້ກ້າວຂຶ້ນ ແລະ ມີຜົນງານໃຫມ່ໃຫຍ່ຫລວງກວ່າເກົ່າ.

No comments:

Post a Comment