Ad

Ad

21 January 2015

ຫຼາຍແຂວງນຳໃຊ້ກົນຈັກເຂົ້າໃນການປູກເຂົ້ານາແຊງ



ຕາມການລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ ວ່າ: ການຜະລິດເຂົ້ານາແຊງປີນີ້ຢູ່ ບັນດາແຂວງ ແລະ ທ້ອງຖິ່ນດຳເນີນໄປຢ່າງ ເປັນຂະບວນຟົດຟື້ນ, ມາຮອດປັດຈຸບັນທົ່ວປະເທດສາມາດປັກດຳ ໄດ້ ແລ້ວຫຼາຍກວ່າ 50% ຂອງເນື້ອທີ່ແຜນການ, ຫຼືປະມານ 63 ພັນກວ່າ ເຮັກຕາ, ຊຶ່ງຂະແໜງ ກ່ຽວຂ້ອງຂອງຕົນໄດ້ລົງຊຸກຍູ້ສົ່ງເສີມໃຫ້ກະ ສິກອນນຳໃຊ້ເຕັກນິກການຜະລິດແບບກະເສດສຸມເພື່ອຍົກສະມັດຕະ ພາບການຜະລິດໃຫ້ ໄດ້ຕາມຄາດໝາຍ, ໂດຍສະເພາະ ຢູ່ 10 ແຂວງຈຸດສຸມຄື ຫຼວງນ້ຳ ທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳ ໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນໄດ້ນຳໃຊ້ກົນຈັກ ເຂົ້າໃນການປູກເຂົ້າຢ່າງແຜ່ຫຼາຍເຊັ່ນ: ລົດໄຖ ນາ, ຈັກດຳນາ, ເຄື່ອງ ຢອດເມັດ, ເຄື່ອງຄັດແນວພັນເຂົ້າຢ່າງກວ້າງຂວາງ,
ຫຼາຍທ້ອງຖິ່ນໄດ້ມີການ ດັດແປງນາໄຮ່ນ້ອຍມາເປັນໄຮ່ ໃຫຍ່ເພື່ອສະ ດວກໃນການນຳໃຊ້ ກົນຈັກແທນແຮງງານຄົນ, ຄຽງ ຄູ່ກັບການຜະລິດເຂົ້ານາແຊງ, ຊາວກະສິກອນຫຼາຍທ້ອງຖິ່ນກໍໄດ້ ມີການກະກຽມປູກພືດລະດູແລ້ງ ຕາມຊະນິດຂອງພືດ, ມາຮອດ ປັດຈຸບັນກະສິ ກອນທົ່ວປະເທດສາມາດປູກພືດລະດູແລ້ງໄດ້ແລ້ວ 87 ພັນກວ່າເຮັກຕາ, ເທົ່າກັບ 54 % ຂອງເນື້ອທີ່ແຜນການ, ສ່ວນພືດທີ່ນິຍົມປູກຫຼາຍກວ່າໝູ່ແມ່ນສາລີ ແຂງໂດຍສະເພາະ ຢູ່ແຂວງພາກເໜືອ.
ກະຊວງກະສິກຳໃຫ້ຮູ້ວ່າ: ຂະແໜງການຂອງຕົນໄດ້ນຳໃຊ້ ທຶນຫຼາຍກວ່າ 20 ຕື້, ເພື່ອຟື້ນຟູ ແລະ ສ້ອມແປງລະ ບົບຊົນລະປະທານທີ່ເກົ່າແກ່ເປ່ເພຢູ່ບັນດາແຂວງແລະ ທ້ອງຖິ່ນ, ໂດຍສະເພາະຢູ່ 10 ແຂວງຈຸດສຸມ, ເພື່ອຮັບປະກັນ ການສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດລະດູງແລ້ງໄດ້ຕາມຄາດໝາຍ.

No comments:

Post a Comment