Ad

Ad

21 January 2015

ໄລຍະ​ກະກຽມ​ບຸນປີ​ໃໝ່​ຂອງ​ຊາວ​ຫວຽດນາມ​ແລະ​ຊ່າວ​ຈີນລາຄາ​ເຂົ້າ​ອາດ​ມີ​ການ​ເໜັງ​ຕີງ​​



ປີ​ນີ້​ກໍ​ເຊັ່ນ​ດຽວ​ກັບ​ປີຜ່ານໆ​ມາ​ພໍຫຼັງປີໃໝ່ສາກົນລາຄາສິນຄ້າຢູ່ຕາມທ້ອງ ຕະຫຼາດໂດຍສະເພາະແມ່ນລາ ຄາ ເຂົ້າເລີ່ມມີການເໜັງຕີງ, ຈາກ​ການ​ລົງ​ຕິດຕາມ​ສອບ​ຖາມ​ຂອງ​ນັກ​ຂ່າວ​ພວກ​​ເຮົາ ມາຮອດປັດຈຸບັນ ເຂົ້າສານໜຽວລາຄາຕ່ຳ ສຸດລະເລ່ຍ ໜື່ນລະ  65 - 80 ພັນກີບ, ເຂົ້າສານ (ຈ້າວ) ໜື່ນລະ 70-1 ​ແສນ​ກີບ,​ ໂດຍ​ຂຶ້ນ​ກັບ​ຄຸນ​ນະພາ​ບ​ແລະ​ຊະນິດ​ຂອງ​ເຂົ້າ, ທຽບ​ໃສ່​ໄລຍະ​ຜ່ານ​ມາ​ຖື​ວ່າ​ລາຄາ​ມີ​ການ​ເໜັງ​ຕີງ​ຂື້ນ​ເລັກ​ໜ້ອຍ, ​​ແລະ ຄາດ​ວ່າ​ລາຄາ​ເຂົ້າ​ຍັງ​ຈະ​ສືບ​ຕໍ່​ສູງຂື້ນ​ແລະ​ມັນ​ອາດ​ສົ່ງ​ຜົນ​ກະທົບຜູ້ທີ່ມີລາຍຮັບຕ່ຳ, ຖ້າ​ຫາກ​ບໍ່​ມີ​ການ​ຄວບ​ຄຸມ​ຈາກ​ພາ​ກສ່ວນ​ກ່ຽວຂ້ອງ ແລະບໍ່​ສະ​ເພາະ​ແຕ່​ລາຄາ​ເຂົ້າ​ເທົ່າ​ນັ້ນ​​ແຕ່ລາຄາ​ສິນຄ້າ​ບໍ​ລິ​ໂພກ, ອຸປະ​ໂພກອື່ນໆກໍມີການ​ເໜັງ​ຕີງ​ຂື້ນ​ລົງ​ນັບ​ແຕ່​ປີ​ໃໝ່​ສາກົນ​ເປັນ​ຕົ້ນ​ມາ​, ສ່ວນ​ຫຼາຍ​ແມ່ນ​ເກີດ​ຈາກການສວຍໂອກາດ​ຂອງ​ຊາວ​ຄ້າຂາຍ, ​ໂດຍສະ​ເພາະ​ແມ່ນໃນຍາມບຸນປະເພນີ ແລະ ເທດສະການສຳຄັນຕ່າງໆ, ເຊັ່ນດຽວກັບລາຄາເຂົ້າ, ຊຶ່ງຊາວຄ້າຂາຍກໍໃຫ້ເຫດຜົນວ່າ: ໃນບ່ໍພໍ່ເທົ່າໃດ ວັນຕໍ່ໜ້າ ລາຄາເຂົ້າສານໜຽວຍິ່ງຈະ ເພີ່ມສູງ
ຂື້ນກວ່າເກົ່າເນື່ອງຈາກວ່າໃນກາງເດືອນກຸມ ພາຈະມາເຖິງນີ້ ຈະມີເທດສະການ ບຸນປີໃໝປະຈຳຊາດ່ຂອງຊາວຫວຽດນາມ ແລະ ຊາວຈີນ,  ຊຶ່ງເປັນເທດສະການທີ່ມີຄວາມຕ້ອງການເຂົ້າສານໜຽວ ເປັນຈຳນວນຫຼາຍເພື່ອໄປເຮັດ​ເຂົ້າໜົມ, ເຂົ້າຕົ້ມ ບູຊາຕາມປະເພນີ, ດັ່ງນັ້ນ ອາດເຮັດໃຫ້ລາຄາເຂົ້າຢູ່ ຕາມທ້ອງຕະ ຫຼາດ, ​ໂດຍ​ສະ​ເພະ​ແມ່ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ອາດ ຖີບໂຕ​ຂຶ້ນ,​ ຖ້າພາກສ່ວນກ່ຽວຂ້ອງຂາດການຄວບຄຸມ, ແຕ່ຜ່ານ​ມາ​ເຫັນ​ວ່າ​ພາກສ່ວນ​ກ່ຽວຂ້ອງ​ກໍ​ໄດ້​ເອົາ​ໃຈ​ໃສ່​ຄວບ​ຄຸມ​ລາຄາ​ສິນຄ້າ​ຕ່າງໆ​ໄດ້​ເປັນ​ຢ່າງ​ດີ, ​​ເປັນ​ຕົ້ນ​ແມ່ນ​ລາຄາ​ຊີ້ນ​,ປາ ​ແລະ​ ພືດ​ຜັກ​ຕ່າງ​ໆ, ຂະນະດຽວກັນຕໍ່ບັນຫານີ້ກົມການ ຄ້າພາຍໃນແລະພະແນກອຸດສາຫະກຳການຄ້ານະຄອນ ຫຼວງໄດ້ໃຫ້ຮູ້ວ່າ: ການຂື້ນລົງຂອງລາຄາສິນຄ້າແມ່ນ ເປັນໄປຕາມ ກົນໄກຕະຫຼາດ, ເຫັນໄດ້ຈາກລາຄາສິນຄ້າໃນປັດ ຈຸ ບັນຈະບໍ່ມີການຂື້ນ ລາຄາກະໂດດຂັ້ນຈົນເກີນໄປແລະຢູ່ໃນລະ ດັບທີ່ຍອມຮັບໄດ້, ແຕ່ຖ້າຫາກມີການຂຶ້ນລາຄາສິນຄ້າ ແບບກະໂດດຂັ້ນເກີນ ກຳນົດທາງພາກສ່ວນກ່ຽວຂ້ອງກໍຈະມີການ ກວດກາ, ຄວບຄຸມແລະດຳເນີນຕາມມາດຕະການ, ໂດຍສະເພາະແມ່ນ ສິນ ຄ້າທີ່ມີເພດານລາຄາຄວບຄຸມ, ປັດຈຸບັນພາກສ່ວນກ່ຽວຂ້ອງໄດ້ຕິມຕາມກວດ ກາລາຄາສິນຄ້າຢູ່ຕາມທ້ອງຕະຫຼາດ ຕ່າງໆຢ່າງເປັນປະຈຳ, ໂດຍມີການລາຍງານເປັນອາທິດ, ເດືອນກ່ຽວກັບການຂຶ້ນລົງຂອງລາຄາສິນຄ້າ, ສະເພາະລາຄາ ສິນຄ້າຢູ່ຕະຫຼາດໃນນະຄອນຫຼວງວຽງຈັນປັດຈຸບັນເຫັນວ່າລາຄາໃກ້ຄຽງກັນ.

No comments:

Post a Comment