Ad

Ad

21 January 2015

1 ອາທິດຜ່ານມາ ທົ່ວປະເທດມີຜູ້ ເສຍຊີວິດ 15 ຄົນຈາກອຸປະຕິດເຫດບົນທ້ອງຖະຫນົນ



ພາບຈາກຫນ່ວຍກູ້ໄພ
             ເຈົ້າໜ້າທ​ີ່ກົມຈະລາຈອນ​ໃຫ້​ຮູ້​ວ່າ: ນັບແຕ່ ວັນທີ 12-18 ມັງກອນນີ້, ໃນທົ່ວ ປະເທດ, ມີອຸປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 114 ກໍລະນີ, ມີຜູ້ເສຍຊີວິດ 15  ຄົນ, ທຽບກັບອາທິດກ່ອນເຫັນວ່າເພີ້ມຂຶ້ນ 33 ລາຍ, ແຕ່ຄົນເສຍຊີວິດຍັງເທົ່າເກົ່າຄື: ໃນເວລາ 18:40 ໂມງຂອງວັນທີ 12 ມັງກອນ, ຢູ່ເຂດບ້ານດົງ ດຳດວນ, ເມືອງໄກສອນ ແຂວງສະ ຫວັນນະເຂດ ໄດ້ເກີດເຫດລົດຈັກຕຳລົດສາມລໍ້ ເຮັດໃຫ້ເສຍຊີວິດ 1 ຄົນ; ໃນເວລາ 19:30 ໂມງ ຂອງວັນທີ 13 ມັງກອນ, ຢູ່ເຂດບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ແຂວງອັດຕະປື, ໄດ້ເກີດເຫດລົດຈັກຕຳລົດຍົນ ເຮັດໃຫ້ ເສຍຊີວິດ 1 ຄົນ ແລະ ໃນວັນທີ 14 ມັງກອນໄດ້ ເກີດເຫດ 4 ກໍລະນີຄື: ໃນເວລາ 13:35 ໂມງ, ຢູ່ບ້ານໂນນ ສະ ຫວ່າງ, ເມືອງປາກເຊ, ແຂວງຈຳປາສັກ, ໄດ້ເກີດອຸປະຕິເຫດລົດໃຫຍ່ຕຳ ລົດຈັກ ສົ່ງຜົນໃຫ້ມີຜູ້ ເສຍຊີວິດ 1 ຄົນ; ໃນ ເວລາ 11:30 ໂມງ, ຢູ່ບ້ານ ເດືອ, ເມືອງປາກກະດິງ, ແຂວງ ບໍລິຄຳໄຊ, ໄດ້ເກີດເຫດລົດບັນທຸກຕຳລົດຈັກ  ເສຍ ຊີວິດ 1 ຄົນ; ໃນເວລາ 9:30 ຢູ່ເຂດບ້ານໄຊສະຫວັນ, ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເກີດເຫດ ລົດຈັກຕຳຄົນ ຍ່າງເສຍຊີວິດຄາທີ່ຄົນຫນຶ່ງ ໃນເວລາປະມານ 12:00, ຢູ່ບ້ານໂຊກໃຫຍ່, ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ໄດ້ເກີດເຫດລົດບັນທຸກຕຳລົດຈັກ ສົ່ງຜົນໃຫ້ຄົນຂັບລົດຈັກເສຍຊີ ວິດຄາທີ່, ສ່ວນໃນ ເວລາ 18:30 ໂມງຂອງວັນທີ 15 ມັງກອນ, ຢູ່ເຂດບ້ານເສົາສຸລິຍະ, ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ເກີດເຫດລົດ
ຈັກຕຳກັນ ເຮັດໃຫ້ເສຍຊີວິດ 1 ຄົນ; ໃນວັນທີ 16 ມັງກອນ, ມີ ອຸປະຕິເຫດເກີດຂຶ້ນ 2 ກໍລະນີຄື: ເວລາ 24:00 ໂມງ, ຢູ່ເຂດບ້ານນາຫລວງ, ເມືອງ ຫລວງພະບາງ, ແຂວງຫລວງພະບາງ, ໄດ້ເກີດເຫດລົດຈັກຕຳລົດຍົນ ເຮັດໃຫ້ເສຍຊີວິດ1 ຄົນ ແລະ ເວລາ 21:30 ໂມງ, ຢູ່ເຂດບ້ານນົກກະຈອກ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໄດ້ເກີດເຫດລົດໃຫຍ່ຕຳລົດບັນທຸກ ເຮັດໃຫ້ ເສຍຊີວິດ 1 ຄົນ; ສ່ວນໃນເວລາ 19:00 ໂມງ ຂອງວັນທີ 17 ມັງກອນ, ຢູ່ເຂດບ້ານໜາກກອງ, ເມືອງໄຊເສດ ຖາ, ແຂວງອັດ ຕະປື, ໄດ້ເກີດເຫດລົດຈັກຕຳລົດໄຖນາ ເຮັດໃຫ້ເສຍຊີວິດ 1 ຄົນ ນະຄອນຫລວງວຽງຈັນ; ໃນເວລາ 1 ໂມງຂອງ ວັນທີ 18 ມັງກອນ, ຢູ່ເຂດບ້ານໜອງທາ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ເກີດເຫດລົດຈັກຕຳລົດໃຫຍ່ ເຮັດ ໃຫ້ ເສຍຊີວິດ 1 ຄົນ ແລະ ໃນວັນດຽວກັນ, ຢູ່ເຂດບ້ານໜອງ ແຕ່ງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໄດ້ ເກີດອຸປະຕິເຫດຕຳບໍ່ຈອດ ສົ່ງຜົນໃຫ້ຜູ້ຊ້ອນທ້າຍລົດຈັກເສຍຊີວິດຄາທີ່.
          ທ່ານ ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າກອງໂຄສະນາ ພະແນກຈະລາຈອນ ນະຄອນຫລວງວຽງ ຈັນ ກ່າວ ວ່າ: ໃນປັດຈຸບັນນີ້ ສະພາບການໃຊ້ລົດໃຊ້ຖະໜົນຢູ່ໃນນະຄອນຫລວງວຽງຈັນຂອງພວກເຮົາເຫັນວ່າຂ້ອນຂ້າງສັບ ສົນ ຫລາຍສົມຄວນບວກໃສ່ກັບນັກຂັບຂີ່ຈຳນວນໜຶ່ງໃຊ້ລົດໃຊ້ຖະໜົນດ້ວຍຄວາມປະໝາດຂາດສະຕິບໍ່ປະຕິບັດຕາມ ກົດ ລະບຽບຈະລາຈອນຢ່າງເຂັ້ມງວດຈຶ່ງເປັນສາເຫດໜຶ່ງເຮັດອຸປະຕິເຫດຕາມມາ, ສະນັ້ນ ຖ້າທຸກຄົນປະຕິບັດກົດລະ ບຽບຈະລາຈອນຢ່າງເຂັ້ມງວດ, ຂັບຂີ່ດ້ວຍຄວາມລະມັດລະວັງອຸປະຕິເຫດກໍຈະຫລຸດລົງຕາມລຳດັບ. 

No comments:

Post a Comment