Ad

Ad

27 February 2013

ມອບລາງວັນໃຫ້ຜູ້ຊະນະເລີດໃນໂຄງການແຂ່ງຂັນ “ ຄວາມທ້າ ທາຍຂອງຜູ້ປະກອບການຍິງຢູ່ຂົງເຂດລຸ່ມນ້ຳຂອງ ”



      ບໍລິສັດ ທີ່​ປຶກສາ EMC ແລະ ກົມສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ( DoSMEP ) ໄດ້​ມອບ​ລາງວັນ​ໃຫ້​ຜູ້​ຊະນະ​ເລີດ​ໃນໂຄງການ ການ​ແຂ່ງຂັນ​“ ຄວາມ​ທ້າ​ທາຍ​ຂອງ​ຜູ້​ປະກອບ​ການ​ຍິງ ” ຢູ່ເຂດ​ລຸ່ມ​ນ້ຳຂອງ        ( MWEC ) ໃຫ້ 10 ທ່ານ ທີ່​ມີ​ທຸ ລະ​ກິດ​ເປັນ​ຂອງ​ຕົນ​ເອງ  ​ໂດຍ​ມີ​ເງິນ​ລາງວັນ​ເຖິງ 10 ພັນໂດ​ລາ ສະຫະລັດຕໍ່ທ່ານ ​ເພື່ອ​ໄປ​ປັບປຸງ ແລະ ຂະຫຍາຍ​ທຸລະ​ກິດ​ຂອງ​ຕົນ​ເອງ.
      ​ໃນ​ວັນ​ທີ 26 ກຸມພາ 2013 ນີ້, ຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໄດ້​ມີ​ການ​ມອບ​ລາງວັນ​ໃຫ້​ຜູ້​ຊະນະ​ເລີດ​ ໃນ​ໂຄງ ການແຂ່ງຂັນດັ່ງກ່າວ​ເຊິ່ງ​ແມ່ນ​ບໍລິ​ສັດ ທີ່​ປຶກສາ EMC ແລະ ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະຫນາດ​ນ້ອຍ ​ແລະ ກາງ ( DoSMEP ) ເປັນເຈົ້າ ຂອງ​ໂຄງການ​ຈັດ​ງານ, ​ໂດຍ​ມີ​ທ່ານສຸດ​ໃຈ ສີ​ສຸ​ວົງ ຫົວຫນ້າກົມ​ DoSMEP ເປັນ​ປະທານ ແລະ ໃຫ້​ກຽດ​ມອບ​ລາງວັນ​ດັ່ງກ່າວ ເຊິ່ງມີລາຍຊື່ດັ່ງຕໍ່ໄປນີ້ : ນາງ ເມລີ ບຸນທະລາດ ບໍລິສັດວຽງໄຊ ສິນນິຍົມຂົນສົ່ງ ຈຳກັດ, ນາງ ສຳ ລານ ຈັນທະວົງ ວິສາຫະກິດສ່ວນບຸນຄົນໂຮງງານ ແອວບີທີ, ນາງ ນົງນຸດ ຟົບບີ ກຸ່ມຜະລິດຕະພັນຊາວບ້ານ, ນາງ ຈັນທະ ຈອນ ໂຄດສີເມືອງ ວິສາ ຫະກິດສ່ວນບຸກຄົນ ຟາມຫມູ ຈັນ ທະຈອນ,
ນາງສິລິພອນ ພັນທະ ວົງ ບໍລິສັດ ວິຊາການໄຟຟ້າ ໂຍ ທາ ແລະ ກົນຈັກລາວຈຳກັດຜູ້ ດຽວ, ນາງ ຄຳແສນ ພິມມະວົງ ກຸ່ມຜະລິດຕະພັນກະສິກຳສະ ຫມຸນໄພ, ນາງ ວັນນະພອນ ສິດ ທິລາດ ບໍລິສັດລາວນິວເວບ ຊີນີ ມາ, ນາງ ອາລູນາ ຖາວອນສຸກ ລີສອດຖາວອນສຸກ, ນາງ ພອນ ສະຫວັນ ວິລິວົງ ບໍລິ ສັດ ກາເຟ ແລະ ຂົ້ວກາເຟ ເລີ ທຣີ ໂອ ແລະ ນາງນາລີ ຍົດໃຫຍ່ ໂຮງສີເຂົ້າ ນາງ ນາລີ ຍົດໃຫຍ່.
      ສຳລັບໂຄງການ “ ແຂ່ງ ຂັນຄວາມທ້າທາຍຂອງຜູ້ປະ ກອບການຍິງຢູ່ຂົງເຂດລຸ່ມນ້ຳ ຂອງ ຫລື MWEC  ” ແມ່ນ​ໂຄງ ການ​ການ​ແຂ່ງຂັນ​ສຳລັບ​ບັນດາ​ຜູ້​ປະກອບ​ການ​ຍິງ​ທີ່​ມີ​ຄວາມ​ກະ ຕືລືລົ້ນ ແລະ ​ແຮງ​ບັນດານ​ໃຈ​ສູງ ​ເຊິ່ງ​ແມ່ນ​ຜູ້​ບໍລິຫານ ແລະ ຜູ້ຍິງ​ຜູ້​ເປັນ​ເຈົ້າຂອງ​ທຸລະ​ກິດ. ໂຄງການ​ນີ້​ແມ່ນ​ໄດ້​ຮັບການ​ສະ ຫນັບສະຫນູນ​ຈາກ​ກອງ​ທຶນ​ຊ່ວຍ​ເຫລືອ​ສາກົນ infoDew  ​ເຊິ່ງ​ແມ່ນ​ຫນຶ່ງ​ໃນ​ກອງ​ທຶນ​ທີ່​ນອນ​ຢູ່​ໃນ​ເຄື​ອຂ່າຍ​ທະນາຄານ​ໂລກ.  ນອກ​ນີ້ ເງິນ​ທຶນ​ສະຫນັບສະຫນູນ​ດັ່ງກ່າວ ​ແມ່ນ​ໄດ້​ມາ​ຈາກ​ກະ ຊວງ​ການ ຕ່າງປະ​ເທດ​ຂອງ​ປະ​ເທດ​ແຟັງ​ລັງ.  ໂຄງການ​ແຂ່ຂັນ​ໄດ້​ຮັບ​ການຈັດຕັ້ງປະຕິບັດ ໂດຍ​ບໍລິສັດ​ທີ່​ປຶກສາ EMC  ​ໂດຍ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ກົມ​ສົ່ງ​ເສີມ DoSMEP​.
      ​ໂຄງການ​ດັ່ງກ່າວ MWEC ແລະ STEPS ( ສົ່ງ​ເສີມ​ພອນ​ສະຫວັນ ສ້າງສັນ​ຄວາມ​ສາມາດ​ກ່າວ​ສູ່ຄວາມ​ສຳ​ເລັດ​ດ້ານ​ທຸລະ​ກິດ ) ແມ່ນ​ກ່ຽວຂ້ອງ​ ​ແລະ ພົວ ພັນ​ກັນ​ໂດຍ​ອີງ​ໃສ່​ສະຫນັບສະ​ຫນູນ​ຜູ້​ປະກອບ​ການ​ພາຍ​ໃນ​ລາວ, ສະ​ເພາະ​ແມ່ນ​ແມ່ ຍິງ, ໂຄງກນ STEPS ແມ່ນ​ແນ​ໃສ່ຜູ້​ປະກອບ​ການ​ໄວ​ຫນຸ່ມ​ຜູ້​ທີ່​ມີ​ແຜນ​ທີ່​ຈະຕັ້ງທຸລະ​ກິດ ຫລື ຂະຫຍາຍ​ທຸລະ​ກິດ​ຂະຫນາດ​ນ້ອຍ. ໃນ​ຂະນະ​ທີ່​ໂຄງການ MWEC  ສົ່ງເສີມ​ຜູ້​ປະກອບ​ການ​ຍິງ​ທີ່​ບໍລິການ ຫລື ເປັນ​ເຈົ້າຂອງ​ກິດຈະການ​ຂະຫນາດ​ນ້ອຍ ຫາ​ກາງ​ທີ່​ຈະ​ຂະຫຍາຍ​ທຸລະ​ກິດ.

No comments:

Post a Comment