Ad

Ad

27 February 2013

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ຂອງການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ ( CLMV ), ກອງປະຊຸມເຈົ້າຫນ້າ ທີ່ອາຍຸໂສຂອບຍຸດທະສາດການ ຮ່ວມມືດ້ານເສດຖະກິດແມ່ນ້ຳອີ ຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ ນ້ຳຂອງ ຫລື ແອັກແມັກ ໄຂຂຶ້ນຢູ່ ນະຄອນຫລວງວຽງຈັນ



      ໃນວັນທີ 26 ກຸມພານີ້ ຢູ່ໂຮງແຮມດອນຈັນພາເລສ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບ ການ ຮ່ວມມື ກຳປູເຈຍ-ລາວ-ມຽນມາ- ຫວຽດນາມ (CLMV) ໂດຍການ ເປັນປະທານຂອງທ່ານ ບຸນເກີດ ສັງສົມສັກ ລັດ ຖະມົນຕີຊ່ວຍວ່າ ການກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຝ່າຍ ລາວ, ມີເຈົ້າໜ້າທີ່ອາວຸໂສ ແລະ ຄະນະຜູ້ ແທນຈາກປະເທດສະມາຊິກ: ກຳປູເຈຍ, ສປປ ລາວ, ມຽນ ມາ ແລະ ສສ ຫວຽດນາມ ເຂົ້າ ຮ່ວມປະມານ 60 ທ່ານ.
    ຈຸດປະສົງຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສເທື່ອນີ້ ເພື່ອປຶກ ສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານຕ່າງໆຂອງຂອບ ການຮ່ວມມື ກຳປູເຈຍ-ລາວ- ມຽນມາ-ຫວຽດນາມ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ທິດທາງໃນການຮ່ວມມືກັນໃນອະນາຄົດ. ພ້ອມນີ້ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານ ຕ່າງໆໃຫ້ແກ່ກອງປະຊຸມສຸດ ຍອດຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ ຈັດຂຶ້ນ 2 ປີເທື່ອໜຶ່ງ ແລະ ຄັ້ງທີ 6ຈະຈັດຂຶ້ນຢູ່ນະຄອນ ຫລວງວຽງ ຈັນ ໃນວັນທີ 12 ມີນາ 2013 ເຊິ່ງ ກອງປະຊຸມດັ່ງກ່າວຈະໄດ້ພິຈາ ລະນາຮັບຮອງເອົາບົດຖະແຫລງ ການຮ່ວມ ຂອງກອງປະຊຸມສຸດ ຍອດ ກຳປູເຈຍ-ລາວ-ມຽນມາ- ຫວຽດນາມ ຄັ້ງທີ 6.

     ຂອບການຮ່ວມມື ກຳປູເຈຍ- ລາວ-ມຽນມາ-ຫວຽດນາມ ສ້າງ ຕັ້ງຂຶ້ນໃນປີ 2004 ຢູ່ນະຄອນ ຫລວງວຽງຈັນ ສປປ ລາວ. ປັດ ຈຸບັນມີ 9 ຂະແໜງການຮ່ວມມືບູ ລິມະສິດ ຄືການຄ້າ ແລະ ການ ລົງທຶນ, ການຂົນສົ່ງ, ອຸດສາຫະ ກຳ ແລະ ພະລັງງານ, ການພັດ ທະນາຊັບພະຍາກອນມະນຸດ, ກະສິກຳ, ເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ການຕິດຕໍ່ສື່ສານ (ICT), ສາທາລະນະສຸກ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ.
     ມື້ດຽວກັນ, ໄດ້ມີກອງປະຊຸມ ເຈົ້າໜ້າທີ່ອາວຸໂສຂອບຍຸດທະ ສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳ ເຈົ້າພະຍາ-ແມ່ນ້ຳຂອງ ຫລື ແອັກແມັກ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າ ການກະຊວງການຕ່າງປະເທດ,ຫົວໜ້າເຈົ້າໜ້າທີ່ອາວຸໂສຝ່າຍລາວ,ມີເຈົ້າໜ້າທີ່ອາວຸໂສແລະຄະນະຜູ້ແທນຈາກປະເທດສະມາຊິກ: ກຳ ປູເຈຍ, ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມປະ ມານ 80 ຄົນ.
    ຈຸດປະສົງຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສເທື່ອນີ້ ແມ່ນເພື່ອປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາ ໂຄງການ ແລະ ແຜນງານຕ່າງໆຂອງຂອບການຮ່ວມມືແອັກແມັກ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງໃນການ ຮ່ວມມືໃນອະນາຄົດ. ພ້ອມນີ້ ຍັງໄດ້ປຶກສາ ຫາລືກ່ຽວກັບການກະກຽມດ້ານ ຕ່າງໆໃຫ້ແກ່ກອງປະຊຸມສຸດຍອດຂອບຍຸດ ທະສາດການຮ່ວມ ມືດ້ານເສດຖະກິດແອັກແມັກ ຄັ້ງ ທີ 5 ຢູ່ນະຄອນຫລວງວຽງຈັນ. ກອງປະຊຸມສຸດຍອດແອັກແມັກ ຈັດຂຶ້ນທຸກ 2 ປີ ໝູນວຽນກັນເປັນເຈົ້າພາບຕາມໂຕອັກສອນພາສາອັງກິດ. ກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 5 ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 13 ມີນາ 2013 ເຊິ່ງກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາຖະແຫລງ ການວຽງຈັນຂອງກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 5 ແລະ ແຜນປະຕິບັດງານແອັກແມັກ 2013-2015.
    ຂອບການຮ່ວມມືແອັກແມັກ ສ້າງຕັ້ງຂຶ້ນໃນປີ 2003 ຢູ່ບາການ ປະເທດມຽນມາ ປະກອບມີປະ ເທດສະມາຊິກ ຄືກຳປູ ເຈຍ, ລາວ, ມຽນມາ, ສສ ຫວຽດນາມ ແລະ ໄທ. ປັດຈຸບັນມີ 8 ຂະແໜງການ ຮ່ວມມືບູລິມະສິດ ຄືການອຳນວຍ ຄວາມ ສະດວກດ້ານການຄ້າ ແລະ ການລົງທຶນ, ກະສິກຳ, ອຸດ ສາຫະກຳ ແລະ ພະລັງງານ, ການເຊື່ອມໂຍງເສັ້ນທາງຄົມມະ ນາຄົມ ຂົນສົ່ງ, ທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ສິ່ງແວດລ້ອມ.

No comments:

Post a Comment