Ad

Ad

27 February 2013

ເປີດຕົວແທນຈຳຫນ່າຍຜະລິດຕະພັນ SCG ຢູ່ທ່າແຂກແຂວງຄຳມ່ວນ



    ​ເອັສຊີ​ຈີ ກຸ່ມ​ທຸລະ​ກິດ​ຊັ້ນນ້ຳ​ໃນ​ພາກພື້ນອາ​ຊຽນ ມີ​ການ​ຂະ ຫຍາຍ​ທຸລະ​ກິດ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ການ​ເປີດ​ຮ້ານ​ຕົວ​ແທນ​ຈຳໜ່າຍ​ສິນຄ້າ​ວັດ​ສະ​ດຸ​ກໍ່ສ້າງ “SCG Authorized Dealer” ​ແຫ່ງ​ທຳ​ອິດ ຢູ່​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ສປປ ລາວ ​ໂດຍ​ເອັສຊີ​ຈີ​ຮ່ວມ​ມື​ກັບ​ຮ້ານ​ຂາຍ​ສິນຄ້າ​ວັດ​ສະ​ດຸ​ກໍ່ ສ້າງ​ພະນົມ​ພອນ ປັບປຸງ​ຮ້ານ​ຄ້າ​ເດີມ​ໃຫ້​ເປັນ​ສູນ​ລວມສິນຄ້າ​ວັດ​ສະ​ດຸ​ກໍ່ສ້າງ​ຈາກ​ເອັສຊີ​ຈີ ​ເຊິ່ງມີ​ຄຸນ​ນະພາ​ບດີ ​ແລະ ຫລາກ​ຫລາຍ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ພາຍ​ໃຕ້​ກາສິ​ນຄ້າ “ກາ​ຊ້າງ” ​ແລະ “ຄ໋ອດ​ໂຕ” ​ໃ​​ນນີ້​ເອັສຊີ​ຈີ​ວາງ​ແຜນ​​ເປີດ​ຮ້ານ​ “SCG Authorized Dealer” ອີກ 2 ຮ້ານ​​ພາຍ​ໃນ​​ປີ 2013.
     ທ່ານ​ ອັກ​ຄະລະ​ພົ​ນ ​ເດຊາ​ຮັກ  ຜູ້ອຳນ​ວຍການ​​ຝ່າຍ​ຕ່າງປະ​ເທດ ບໍລິສັດ ​ເອັ​​ສຊີ​ຈີ ​ເທຣດດິງ ຈຳກັດ ກ່າວ​ວ່າ: ​ເອັສຊີ​ຈີ ​ໄດ້​ວາງ​ແຜນ ຈະ​ຂະຫຍາຍ​ທຸລະ​ກິດ​ໃ​​ນພາກພື້ນ​ອາ​ຊຽນ​ ​ແລະມຸ່ງ​ສູ່​ການ​​ເປັນ​​ຜູ້ນ​ຳ​ ຕະຫລາດ​ໃ​​ນປີ 2015 ຈຶ່ງ​ໄດ້​ວາງ​ແລະ​​ຂະ ຫຍາຍ​ຊ່ອງ​ທາງ​ຈຳໜ່າຍ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຄື່ອຂ່າຍ​ຕົວ​ແທ​​ນຈຳໜ່າຍ​ສິ​ນຄ້າ​ວັດ​ສະ​ດຸກໍ່ສ້າງ​ໃນ​​ທຸກ​ປະ​ເທດ​ທີ່​
ເອັສຊີ​ຈີ​ເຂົ້າ​ໄປ​ດຳ​ເ​ນີນທຸລະ​ກິດ ​ໂດຍ​ສະ​ເພາະ​ຢູ່​ລາວ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ປະສິດທິພາບ ​ແລະ ມີ​ທ່າ​ອ່ຽງຈະ​ເລີ​ນ​ເຕີບ​ໃຫຍ່​ຫລາຍ​ໃນ​ອະນາຄົດ ​ໂດຍ​ການ​ເປີດ​ຮ້ານ “SCG Authorized Dealer” ຖື​​ເປັນຄວາມ​ຕັ້ງ​ໃຈ​ຂອງ​ເອັສຊີ​ຈີ​ທີ່​ຈະ​ດຳ​ເນີນ​ທຸລະ​ກິດ​ກັບ​ຕົວ​ແທນ​ຈຳໜ່າຍ​ສຳຄັນ​ໃນ​ໄລຍະ​ຍາວ ​ແລະ ມຸ່ງ​ສູ່​ຄວາມ​ສຳ​ເລັດ​ຢ່າງ​​ຍາວນານ​ຮ່ວມ​ກັນ​ໃນ​ອະນາຄົດ.
     ສຳລັບ​ຮ້ານ​ພະນົມ​ພອນ ​ເລີ່​ມ ດຳ​ເນີນ​ທຸລະ​ກິດ​ນັບ​ແຕ່​ປີ 2002 ​ເປັນຕົ້ນມາ ​ໂດຍ​ເນັ້ນການຈຳ ໜ່າຍ​ສິນຄ້າ​ວັດ​ສະ​ດຸ​ກໍ່ສ້າງ​ຄຸນ​ນະພາ​ບດີ​ຈາກ​ພາຍ​ໃນ ​ແລະ ນຳ​ເຂົ້າຈາກ​ຕ່າງປະ​ເທດ. ປັດຈຸບັນ ຮ້ານ​ພະນົມ​ພອນ​ມີ​ຍອດ​ຂາຍ​ປະ ມານ 2,5 ຕື້ກີບ​ຕໍ່​ປີ ​ແລະ ມີ​ເນື້ອທີ່​ຫ້ອງ​ໃຫ້​ບໍລິການ​ທັງ​ໝົດ 200 ຕາ​ແມັດ ​ແລະ ສາງ​ເກັບ​ສິນຄ້າ​ອີກ 15.000 ຕາ​ແມັດ ທີ່​ເນັ້ນສະ​ແດງ​ສິນຄ້າ​ກຸ່ມ​ຫລັງຄາ,ຝາ, ​ເພດານ ພາຍ​ໃຕ້​ກາສິນຄ້າ “ກາ​ຊ້າງ” ລວມທັງ​ສິນຄ້າ​ກຸ່ມ​ເຊຣາມິກ ​ແລະ ​ເຄື່ອງ​ໃຊ້​ຫ້ອງນ້ຳພາຍ​ໃຕ້​ກາສິ​ນຄ້າ “ຄ໋ອດ​ໂຕ”.
    ຈາກ​ການ​ຮ່ວມ​ພັດທະນາ​ຮ້ານ “SCG Authorized Dealer” ​ເທື່ອ​ນີ້, ຮ້ານ​ພະນົມ​ພອນ​ຈະ​ໄດ້​ຮັບ​ສິດ​ພິ​ເສດ ທັງ​ກິດຈະກຳ​ສົ່ງ​ເສີມ​ການ​ຂາຍ, ການ​ພັດທະນາ​ຮ້ານ ​ແລະ ພະນັກງານ ​ແລະ ​ແບ່ງປັນ​ຄວາມ​ຮູ້​ດ້ານ​ທຸລະ​ກິດ​ທີ່​ກ່ຽວຂ້ອງ ​ເຊິ່ງ ຊ່ວຍ​ໃຫ້​ຮ້ານ​ພະນົມ​ພອນ​ສາມາດ​ນຳ​ສະ​ເໜີ​ສິນຄ້າ ​ແລະ ບໍລິການ​ກ່ຽວ​ກັບ​ສິນຄ້າ​ວັດ​ສະ​ດຸ​ກໍ່ສ້າງ​ຈາກ​ເອັສຊີ​ຈີ​ໄດ້​ຢ່າງ​ຄົບ​ວົງ​ຈອນ.

No comments:

Post a Comment