ພິທີເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງອາຄານ
ສະຖານີວິທະ ຍຸ ແລະ ໂທລະພາບຫລັງໃໝ່ ແຂວງບໍລິຄຳໄຊ ລະ ຫວ່າງ ທ່ານ ລຳສະໄໝ ວໍລະສານ ຫົວໜ້າພະ
ແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ທັງເປັນ ຫົວໜ້າຮັບຜິດຊອບ ເຈົ້າ ຂອງໂຄງການກໍ່ສ້າງອາຄານ ຫລັງດັ່ງກ່າວ, ທ່ານ ໄຊຍະສິດ
ມະໂນທຳ ຜູ້ອຳນວຍການບໍລິສັດວັນ ມີໄຊ ກໍ່ສ້າງ-ຂົວທາງ ຈຳ ກັດ ແລະ ທ່ານ ບຸນໜັກ ດວງວັນ ນະວົງ
ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2013 ນີ້ ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ
ເຊິ່ງມີບັນດາຫົວໜ້າ,ຮອງຫົວໜ້າພະ ແນການ ແລະ ພະນັກງານວິຊາການພະແນກການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ສີຫອມ ສອນມະນີ ຫົວໜ້າຫອ້ງການພະແນກ ຖວທ
ແຂວງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງອາຄານວິທະ ຍຸ-ໂທລະພາບຫລັງໃໝ່ຂອງແຂວງ ບໍລິຄຳໄຊ ຈະສ້າງຢູ່ເຂດສະຖາ
ນີ-ໂທລະພາບ ບ້ານ ຫົງໄຊ ເມືອງ ປາກຊັນ ແຂວງບໍລິຄຳ ໄຊ ເປັນ ອາຄານກໍ່ 2 ຊັ້ນແບບຖາວອນ ມີຂະໜາດ
53 x 14 ແມັດ ລວມ ມູນຄ່າການກໍ່ສ້າງທັງໝົດ 6.399.789.234 ກີບ ໂດຍນຳໃຊ້ ທຶນຂອງລັດ
100% ເຊີ່ງແມ່ນບໍລິ ສັດວັນມີໄຊ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຈະໃຫ້ສຳເລັດໃນໄລຍະເວ ລາ
1 ປີ 6 ເດືອນ ນັບແຕ່ມື້ລົງ ເຊັນສັນຍາເປັນຕົ້ນໄປ.ພາຍຫລັງ ກໍ່ສ້າງສຳເລັດ,ອາຄານດັ່ງກ່າວ
ຈະໄດ້ຕອບສະໜອງຕາມຄວາມ ຮຽກ ຮ້ອງຕ້ອງການດ້ານການ ພັດທະນາສະຖານີວິທະຍຸ-ໂທລະພາບແຂວງບໍລິຄຳໄຊກ້າວໄປຢ່າງບໍ່ຢຸດຢັ້ງ.

No comments:
Post a Comment