ໃນວັນທີ 26 ກຸມພານີ້,ສູນກາງສະຫະພັນແມ່ຍິງລາວໄດ້
ຈັດຊຸດອົບຮົມວຽກງານໂຄສະ ນາການປ້ອງກັນການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຈາກການດື່ມເຫຼົ້າໃຫ້ແກ່ສື່ມວນຊົນເພື່ອນຳໄປໂຄສະນາຕ້ານ
ການດື່ມສິ່ງມຶນເມົາໃຫ້ຫຼຸດໜ້ອຍ ລົງ ຂື້ນຢູ່ສູນເຝິກອົບຮົມແມ່ຍິງໃນນະຄອນຫຼວງວຽງຈັນ.
ທ່ານ ນາງ ບົວຈັນ ສີຫານາດ ຫົວໜ້າຫ້ອງການສູນກາງສະຫະ
ພັນ ແມ່ຍິງລາວ ມີຄຳເຫັນໃນພິ ທີວ່າ:ຊຸດເຝິກອົບຮົມຄັ້ງນີ້ແມ່ນມີນັກຂ່າວຈາກສື່ຕ່າງໆທັງຢູ່ສູນກາງ
ແລະ ຕ່າງແຂວງຄື ຫຼວງ ພະບາງ, ຈຳປາສັກ, ບໍລິຄຳໄຊ, ຄຳມ່ວນ ແລະ ສະ ຫວັນນະເຂດ
ເຂົ້າຮ່ວມ ເພື່ອຈະໄດ້ແລກປ່ຽນ ບົດຮຽນ ແລະ ໃຫ້ຄວາມຮູ້ຕ່າງໆ ຈາກໄພອັນຕະລາຍຂອງການດື່ມເຫຼົ້າ,
ສິ່ງມຶນເມົາ ເພື່ອກະຕຸກຊຸກ ຍູ້ສັງຄົມໃຫ້ຕື່ນຕົວ,ການດື່ມເຫຼົ້າ-ເບຍແມ່ນໜຶ່ງໃນການເບື່ອເມົາ
ຊຶ່ງພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ,ການໃຊ້ຄວາມຮຸນແຮງໃນຄອບຄົວ,ສົ່ງຜົນກະທົບຕໍ່ສຸຂະພາບ
ແລະ ນຳໄປສູ່ປະກົດການຫຍໍ້ທໍ້ອື່ນໆໃນສັງ ຄົມເຊັ່ນ: ການຂົ່ມຂືນທຳຊຳເລົາ,
ການໃຊ້ຄວາມຮຸນແຮງ ແລະ ຕໍ່ຄົນ, ການປະພຶດທີ່ບໍ່ດີ ອື່ນໆ ຊຶ່ງຈະນຳໄປສູ່ຄວາມວຸ້ນ
ວາຍໃນສັງຄົມ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດນໍາອີກ.
No comments:
Post a Comment