Ad

Ad

27 February 2013

ວຽກງານສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການລົງທຶນໃນບັ້ນທົດລອງ 3 ສ້າງ



    ຂະ​ແໜງ​​ແຜນການ ​ແລະ ການ​ລົງທຶນ ​ໄດ້​ກຳນົດ​ແຜນການ​ສົ່ງ​ເສີມ ​ແລະ ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ນັກ​ລົງທຶນ​ຢູ່​ຂັ້ນ​ແຂວງ​ໃນ​ບັ້ນທົດ​ລອງ​ວຽກ​ງານ 3 ສ້າງ ​ໂດຍ​ໄດ້​ລະບຸ​ວ່າ: ຂະ​ແໜງ​ການ​ຕົນ​ໄດ້ສ້າງຕັ້ງຫ້ອງການ​ບໍລິການ​ການ​ລົງທຶນ​ປະຕູ​ດຽວ ຢູ່​ພະ​ແນ​ກ​ແຜນການ ​ແລະ ກາ​ນ ລົງທຶນ​ຂອງ​ແຂວງ ​ໂດຍ​ໃຫ້​ມີ​ຜູ້ ຕາງໜ້າ​ຂອງ​ພະ​ແນ​ກການ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ. ຖ້າ​ແຂວງ​ໃດ​ບໍ່​ທັນ​ມີ​ເງື່ອນ​ໄຂ​ກໍ​ບໍ່​ຈຳ​ເປັນ​ໃຫ້​ຜູ້ຕາງໜ້າ​ຂອງ​ແຕ່​ລະ​ພະ​ແນ​ກມາ​ນັ່ງ​ປະຈຳ​ຢູ່​ຫ້ອງການ​ປະຕູ​ດຽວ​ກໍ​ໄດ້​ ​ເວລາ​ມີ​ວຽກ​ຈຶ່ງ​ປະ ສານ​ສົມທົບ​ກັນ; ​ເຜີຍ​ແຜ່ ​ແລະ ສ້າງ​ຄວາມ​ເຂົ້າ​ໃຈ​ທີ່​ເປັນ​ເອກະ​ພາບ​ໃຫ້​ແກ່​ພະນັກງານ​ຂອງ​ພະ​ແນ​ກ ຜທ ​ແລະ ບັນດາ​ພະ​ແນ​ກ ການ​ກ່ຽວຂ້ອງ​ຂອງ​ແຂວງ ​ແລະ ​ເມືອງ ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ, ຍາດ​ແຍ່ງ​ເອົາ​ການ​ລົງທຶນ​ພາກ​ເອກະ​ຊົນ ​ເພື່ອ​ມາ​ລົງທຶນ​ຢູ່​ແຂວງ, ​ເມືອງ; ຄົ້ນຄວ້າ​ປະກອບ​ຄຳ​ເຫັນ​ໃຫ້​ຂັ້ນສູນ​ກາງ​ຕໍ່​ບັນດາ​ໂຄງການ​ທີ່​ບໍ່​ນອນ​ໃນ​ຂອບ​ເຂດ​ສິດ​ຕົກລົງ​ຂອງ​ແຂວງ; ສຳ​ເລັດ​ການ​ມອບ​ໂອນ​ວຽກ​ງານ ພິຈາລະນາ​ອະນຸມັດ​ໂຄງການ​ລົງ ທຶນ​ທົ່ວ​ໄປ​ແມ່ນ​ມອບ​ໃຫ້​ຂະ​ແໜງ​ອຸດສາຫະ ກຳ-ການ​ຄ້າ ​ແລະວຽກ ​ຍົກ​ເວັ້ນພາສີ​ອາກອນ​ມອບ​ໃຫ້​ພະ​ແນ​ກການ​ເງິນ​ເປັນ​ຜູ້​ພິຈາລະນາ​ແກ້​ໄຂ; ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ທ່າ​ແຮງ​ບົ່ມ​ຊ້ອນ​ຕົວ​ຈິງ​ຂອງ​ແຂວງ ​ແລະ ຂອງ​ແຕ່ລະ​ເມືອງ, ພ້ອມ​ທັງ​ປະ​ເມີນ​ໃຫ້​ເຫັນ​ທ່າ​ແຮງ ອຸປະສັກ, ກາລະ​ໂອກາດ ​ແລະ
ສິ່ງ​ທ້າ​ທາຍ​ຂອງ​ຕົນ; ສົມທົບ​ກັບ​ເມືອງ ​ເພື່ອ​ກຳນົດ​ກິດຈະການ ຫລື ​ໂຄງການ​ທີ່​ຢາກ​ໃຫ້​ພາກ​ເອ ກະ​ຊົນ​ລົງທຶນ (Invest ment Project Profiles) ​ເຊິ່ງ​ແຕ່ລະ​ໂຄງການ​ຕ້ອງ​ມີ​ຂໍ້​ມູນ​ພື້ນຖານ​ສຳລັບ​ການ​ລົງທຶນ​ຕາມ​ແບບ​ຟອມ ທີ່​ກົມ​ສົ່ງ​ເສີມ​ການ​ລົງທຶນ​ກຳນ​ົດ​ໄວ້​ ​ແລ້ວ​ນຳ​ສະ​ເໜີ​ຄະນະ​ສົ່ງ​ເສີມ​ການ​ລົງທຶນ​ຂັ້ນ​ແຂວງ ຫລື ຂັ້ນສູນ​ກາງ​ພິຈາລະນາ​ຮັບ ຮອງ​ເອົາ​ຕາມ​ຂອບ​ເຂດ​ສິດ​ທີ່​ກຳນົດ​ໄວ້​ໃນ​ມາດຕາ 20 ຂອງ​ດຳລັດ​ຈັດຕັ້ງປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ສັງ​ລວມ​ເປັນ​ບັນຊີ​ກິດຈະ ການ ຫລື ​ໂຄງການ​ຮຽກ​ການ​ລົງທຶນ​ຂອງ​ແຂວງ.
     ສ່ວນວຽກ​ງານ​ອະນຸມັດ​ການ​ລົງທຶນ​ໃຫ້ພິຈາລະນາ​ອະນຸມັດ​ໂຄງການ​ລົງທຶນ​ໃນ​ກິດຈະການ​ສຳ​ປະທານ​ຕາມ​ທີ່​ກຳນົດ​ໄວ້​ໃນ​ເອກະສານ​ຊ້ອນ​ທ້າຍ. ກິດຈະ ການ​ ສຳ​ປະທານ​ຂອງ​ດຳລັດ​ຈັດ ຕັ້ງປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງທຶນ ສະບັບ​ເລກທີ 119/ນຍ, ລົງ​ວັນ​ທີ 20 ​ເມສາ 211 ​ໂດຍ​ບໍ່​ຂຶ້ນກັບ​ມູນ​ຄ່າ​ລົງທຶນ. ສຳລັບ​ກິດຈະການ​ສຳ​ປະທານ​ເພື່ອ​ພັດທະນາ​ພະລັງ ງານ​ໄຟຟ້າ​ແຂວງ​ສາມາດ​ພິຈາ ລະນາ​ອະນຸມັດ​ໂຄງການ​ລົງທຶນ​ທີ່​ມີ​ກຳລັງ​ຕິດຕັ້ງ 15 MW ລົງ​ມາ ​ໂດຍ​ສອດຄ່ອງ​ກັບ​ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ; ສຳລັບ​ກິດຈະການ​ສຳ​ປະທານ​ແຮ່​ທາດ ​ແລະ ການ​ສຳ​ປະທານ​ເນື້ອທີ່​ດິນ ​ເພື່ອ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ກະສິ ກຳ​ສຳລັບ​ໄລຍະ​ແຕ່​ນີ້ຮອດ​ປີ 2015 ​ແມ່ນ​ໃຫ້​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກ ທີ 13/ນຍ, ລົງ​ວັນ​ທີ 11 ມິຖຸນາ 2012 ວ່າ​ດ້ວຍ​ການ​ໂຈະ​ການ​ພິຈາລະນາ ​ແລະ ອະນຸຍາດ​ໂຄງການ​ລົງທຶນ​ໃໝ່​ສຳລັບ​ການ​ຊອກ​ຄົ້ນ ​ແລະ ສຳ​ຫລວດ​ແຮ່​ທາດ, ການ​ປູກ​ຢາງພາລາ ​ແລະ ​ໄມ້​ວິກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
        ສຳລັບວຽກ​ງານ​ຄຸ້ມ​ຄອງ​ການ​ລົງທຶນ​ໃຫ້​ແຂວງຮັບຜິດ ຊອບ​ໃນ​ການ​ຕິດຕາມ, ຊຸກຍູ້ ​ແລະ ​ເກັບ​ກຳ​ສະພາບ​ການຈັດຕັ້ງ ປະຕິບັດ​ສັນຍາ ຫລື ດຳ​ເນີນ​ວຽກ​ງານ​ຂອງ​ທຸກ​ໂຄງການ​ລົງທຶນ​ທີ່​ອະນຸຍາດ​​ໂດຍຂັ້ນສູນ​ກາງ ​ແລະ ຂັ້ນ​ແຂວງ​ທີ່​ຕັ້ງຢູ່​ແຂວງ​ຂອງ​ຕົນ; ສຶກສາ​ທຳ​ຄວາມ​ເຂົ້າ​ໃຈ​ຕໍ່​ແບບ​ຟອມ​ໃນ​ການ​ຕິດຕາມ​ໂຄງການ​ລົງທຶນ​ທີ່​ສູນ​ກາງ​ກຳນົດ​ອອກ; ​ເຜີຍ​ແຜ່​ເນື້ອ​ໃນ​ໂຄງການ ຫລື ສັນ ຍາ​ສຳ​ປະທານ​ຂອງ​ໂຄງການ​ຕ່າງໆ​ທີ່​ຈັດ​ຕັ້ງປະຕິບັດ​ຢູ່​ພາຍ​ໃນ​ແຂວງ​ຂອງ​ຕົນ; ດຳ​ເນີນ​ການ​ຕິດຕາມ​ກວດກາ​ໂຄງການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ເປັນ​ປະຈຳ 3 ​ເດືອນ, 6 ​ເດືອນ ​ແລະ ປະຈຳ​ປີ ​ໂດຍ​ປະສານ​ສົມທົບ​ກັບ​ເມືອງ ​ແລ້ວ​ລາຍ​ງານ​ສາຍ ຕັ້ງຂອງ​ຕົນ​ກ່ຽວ​ກັບ​ຜົນ​ຂອງ​ການ​ຕິດຕາມ​ກວດກາ​ດັ່ງກ່າວ. ການ​ລົງ​ໄປ​ຕິດຕາມ​ກວດກາ​ແຕ່ລະຄັ້ງຕ້ອງ​ແຈ້ງ​ໃຫ້​ຜູ້​ລົງທຶນ​ຊາບ​ລ່ວງ​ໜ້າ​ກ່ຽວ​ກັບ​ແຜນການ​ລົງ​ຕິດຕາມ ​ແລະ ຊຸກຍູ້​ໂຄງການ​ລົງທຶນ ລວມ ທັງ​ສົ່ງ​ຮ່າງ​ແບບ​ຟອມຕິດຕາມ ​ເພື່ອ​ໃຫ້​ຜູ້​ລົງທຶນ​ຕອບ​ສະໜອງ​ຂໍ້​ມູນ​ໄດ້​ຄົບ​ຖ້ວນ (​ເອກະສານ​ຊ້ອນ​ທ້າຍ 2.3: ສຳລັບ​ໂຄງການ​ລົງ ທຶນ​ດ້ານ​ພະລັງງານ​ໄຟຟ້າ, ​ເອກະ ສານ​ຊ້ອນ​ທ້າຍ 2.4: ສຳລັບ​ໂຄງ ການ​ລົງທຶນ​ດ້ານ​ບໍ່​ແຮ່, ​ເອກະ ສານ​ຊ້ອນ​ທ້າຍ 2.5: ສຳລັບ​ໂຄງ ການ​ລົງທຶນ​ດ້ານ​ກະສິກຳ) ​ແລະ ອື່ນ​ໆ.

No comments:

Post a Comment