ຂະແໜງແຜນການ ແລະ ການລົງທຶນ ໄດ້ກຳນົດແຜນການສົ່ງເສີມ
ແລະ ອຳນວຍຄວາມສະ ດວກໃຫ້ແກ່ນັກລົງທຶນຢູ່ຂັ້ນແຂວງໃນບັ້ນທົດລອງວຽກງານ
3 ສ້າງ ໂດຍໄດ້ລະບຸວ່າ: ຂະແໜງການຕົນໄດ້ສ້າງຕັ້ງຫ້ອງການບໍລິການການລົງທຶນປະຕູດຽວ
ຢູ່ພະແນກແຜນການ ແລະ ການ ລົງທຶນຂອງແຂວງ ໂດຍໃຫ້ມີຜູ້ ຕາງໜ້າຂອງພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຖ້າແຂວງໃດບໍ່ທັນມີເງື່ອນໄຂກໍບໍ່ຈຳເປັນໃຫ້ຜູ້ຕາງໜ້າຂອງແຕ່ລະພະແນກມານັ່ງປະຈຳຢູ່ຫ້ອງການປະຕູດຽວກໍໄດ້
ເວລາມີວຽກຈຶ່ງປະ ສານສົມທົບກັນ; ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃຫ້ແກ່ພະນັກງານຂອງພະແນກ
ຜທ ແລະ ບັນດາພະແນກ ການກ່ຽວຂ້ອງຂອງແຂວງ ແລະ ເມືອງ ເຖິງຄວາມສຳຄັນໃນການຊຸກຍູ້ສົ່ງເສີມ,
ຍາດແຍ່ງເອົາການລົງທຶນພາກເອກະຊົນ ເພື່ອມາລົງທຶນຢູ່ແຂວງ, ເມືອງ; ຄົ້ນຄວ້າປະກອບຄຳເຫັນໃຫ້ຂັ້ນສູນກາງຕໍ່ບັນດາໂຄງການທີ່ບໍ່ນອນໃນຂອບເຂດສິດຕົກລົງຂອງແຂວງ;
ສຳເລັດການມອບໂອນວຽກງານ ພິຈາລະນາອະນຸມັດໂຄງການລົງ ທຶນທົ່ວໄປແມ່ນມອບໃຫ້ຂະແໜງອຸດສາຫະ
ກຳ-ການຄ້າ ແລະວຽກ ຍົກເວັ້ນພາສີອາກອນມອບໃຫ້ພະແນກການເງິນເປັນຜູ້ພິຈາລະນາແກ້ໄຂ;
ສ້າງຖານຂໍ້ມູນກ່ຽວກັບທ່າແຮງບົ່ມຊ້ອນຕົວຈິງຂອງແຂວງ ແລະ ຂອງແຕ່ລະເມືອງ,
ພ້ອມທັງປະເມີນໃຫ້ເຫັນທ່າແຮງ ອຸປະສັກ, ກາລະໂອກາດ ແລະ
ສິ່ງທ້າທາຍຂອງຕົນ;
ສົມທົບກັບເມືອງ ເພື່ອກຳນົດກິດຈະການ ຫລື ໂຄງການທີ່ຢາກໃຫ້ພາກເອ ກະຊົນລົງທຶນ
(Invest ment Project Profiles) ເຊິ່ງແຕ່ລະໂຄງການຕ້ອງມີຂໍ້ມູນພື້ນຖານສຳລັບການລົງທຶນຕາມແບບຟອມ
ທີ່ກົມສົ່ງເສີມການລົງທຶນກຳນົດໄວ້ ແລ້ວນຳສະເໜີຄະນະສົ່ງເສີມການລົງທຶນຂັ້ນແຂວງ
ຫລື ຂັ້ນສູນກາງພິຈາລະນາຮັບ ຮອງເອົາຕາມຂອບເຂດສິດທີ່ກຳນົດໄວ້ໃນມາດຕາ 20
ຂອງດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ສັງລວມເປັນບັນຊີກິດຈະ
ການ ຫລື ໂຄງການຮຽກການລົງທຶນຂອງແຂວງ.
ສ່ວນວຽກງານອະນຸມັດການລົງທຶນໃຫ້ພິຈາລະນາອະນຸມັດໂຄງການລົງທຶນໃນກິດຈະການສຳປະທານຕາມທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ.
ກິດຈະ ການ ສຳປະທານຂອງດຳລັດຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ
ສະບັບເລກທີ 119/ນຍ, ລົງວັນທີ 20 ເມສາ 211 ໂດຍບໍ່ຂຶ້ນກັບມູນຄ່າລົງທຶນ. ສຳລັບກິດຈະການສຳປະທານເພື່ອພັດທະນາພະລັງ
ງານໄຟຟ້າແຂວງສາມາດພິຈາ ລະນາອະນຸມັດໂຄງການລົງທຶນທີ່ມີກຳລັງຕິດຕັ້ງ 15 MW
ລົງມາ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍໄຟຟ້າ; ສຳລັບກິດຈະການສຳປະທານແຮ່ທາດ
ແລະ ການສຳປະທານເນື້ອທີ່ດິນ ເພື່ອດຳເນີນທຸລະກິດໃນຂົງເຂດກະສິ ກຳສຳລັບໄລຍະແຕ່ນີ້ຮອດປີ
2015 ແມ່ນໃຫ້ປະຕິບັດຕາມຄຳສັ່ງເລກ ທີ 13/ນຍ, ລົງວັນທີ 11 ມິຖຸນາ 2012 ວ່າດ້ວຍການໂຈະການພິຈາລະນາ
ແລະ ອະນຸຍາດໂຄງການລົງທຶນໃໝ່ສຳລັບການຊອກຄົ້ນ ແລະ ສຳຫລວດແຮ່ທາດ, ການປູກຢາງພາລາ
ແລະ ໄມ້ວິກໃນຂອບເຂດທົ່ວປະເທດ.
ສຳລັບວຽກງານຄຸ້ມຄອງການລົງທຶນໃຫ້ແຂວງຮັບຜິດ
ຊອບໃນການຕິດຕາມ, ຊຸກຍູ້ ແລະ ເກັບກຳສະພາບການຈັດຕັ້ງ ປະຕິບັດສັນຍາ ຫລື ດຳເນີນວຽກງານຂອງທຸກໂຄງການລົງທຶນທີ່ອະນຸຍາດໂດຍຂັ້ນສູນກາງ
ແລະ ຂັ້ນແຂວງທີ່ຕັ້ງຢູ່ແຂວງຂອງຕົນ; ສຶກສາທຳຄວາມເຂົ້າໃຈຕໍ່ແບບຟອມໃນການຕິດຕາມໂຄງການລົງທຶນທີ່ສູນກາງກຳນົດອອກ;
ເຜີຍແຜ່ເນື້ອໃນໂຄງການ ຫລື ສັນ ຍາສຳປະທານຂອງໂຄງການຕ່າງໆທີ່ຈັດຕັ້ງປະຕິບັດຢູ່ພາຍໃນແຂວງຂອງຕົນ;
ດຳເນີນການຕິດຕາມກວດກາໂຄງການລົງທຶນຂອງພາກເອກະຊົນເປັນປະຈຳ 3 ເດືອນ, 6 ເດືອນ
ແລະ ປະຈຳປີ ໂດຍປະສານສົມທົບກັບເມືອງ ແລ້ວລາຍງານສາຍ ຕັ້ງຂອງຕົນກ່ຽວກັບຜົນຂອງການຕິດຕາມກວດກາດັ່ງກ່າວ.
ການລົງໄປຕິດຕາມກວດກາແຕ່ລະຄັ້ງຕ້ອງແຈ້ງໃຫ້ຜູ້ລົງທຶນຊາບລ່ວງໜ້າກ່ຽວກັບແຜນການລົງຕິດຕາມ
ແລະ ຊຸກຍູ້ໂຄງການລົງທຶນ ລວມ ທັງສົ່ງຮ່າງແບບຟອມຕິດຕາມ ເພື່ອໃຫ້ຜູ້ລົງທຶນຕອບສະໜອງຂໍ້ມູນໄດ້ຄົບຖ້ວນ
(ເອກະສານຊ້ອນທ້າຍ 2.3: ສຳລັບໂຄງການລົງ ທຶນດ້ານພະລັງງານໄຟຟ້າ, ເອກະ ສານຊ້ອນທ້າຍ
2.4: ສຳລັບໂຄງ ການລົງທຶນດ້ານບໍ່ແຮ່, ເອກະ ສານຊ້ອນທ້າຍ 2.5: ສຳລັບໂຄງ ການລົງທຶນດ້ານກະສິກຳ)
ແລະ ອື່ນໆ.
No comments:
Post a Comment