ຫລັງຈາກການແຂ່ງຂັນດີນາ ມິກ ໄດ້ປະສົບຜົນສຳເລັດ
ໃນ ຫລາຍຄັ້ງຜ່ານມາ, ຫ້ອງການ ສາຂາປະຈຳນະຄອນຫຼວງວຽງ ຈັນຂອງອົງການມະຫາວິທະຍາ ໄລແຫ່ງ ຊາດລາວ
ຈະໄດ້ຈັດໃຫ້ ມີການແຂ່ງຂັນດີນາມິກໃນລະ ດັບຊາດປະຈຳປີ 2013 ຂຶ້ນ ອີກ. ການແຂ່ງຂັນຄັ້ງທີ 3 ນີ້ ບໍ່ພຽງ ແຕ່ຈະເປັນຫນຶ່ງໃນຫລາຍເຫດ
ການທີ່ໄດ້ ຈັດຂຶ້ນເປັນປະຈຳໃນ ໄລຍະວັນບຸນຝຣັ່ງ ໂກໂຟີນີສາກົນ ແຕ່ມັນເປັນການສະເຫລີມ ສະ ຫລອງຄົບຮອບ
20 ປີ ຂອງການສ້າງຕັ້ງສຳນັກງານພາກພື້ນອາຊີປາຊີຟິຂອງ ອົງການມະຫາວິທະຍາໄລຝຣັ່ງໂກໂຟນີອີກນຳອີກ.
ໃນການແຂ່ງຂັນດີນາມິກ ຮອບຊີງຊະນະເລີດລະດັບຊາດ
ຢ່າງເປັນທາງການຄັ້ງນີ້ ຈະໄດ້ ຈັດຂຶ້ນໃນວັນທີ 3 ມີນາ ເລີ່ມ ແຕ່ ເວລາ 9:00 ຫາ 17:00 ໂດຍມີ
11 ຄະນະປະກອບມີນັກສຶກສາສາຍ ຝຣັ່ງໂກໂຟນ ປະມານ 100 ກວ່າ ຄົນທີ່ມາຈາກ ຫລາຍຄະນະໃນມະຫາວິທະຍາໄລແຫ່ງຊາດ,
ມະຫາວິທະຍາໄລວິທະຍາສາດສຸຂະພາບ, ມະຫາວິທະຍາໄລ ສະຫວັນນະ ເຂດ ແລະ ຈາກວິທະຍາ ໄລສ້າງຄູຊັ້ນສູງຫລວງພະບາງ
ແລະ ປາກເຊທີ່ຈະເຂົ້າຮ່ວມ ການແຂ່ງຂັນແມ່ນມີ 2 ຮູບແບບ ແຍກກັນຄື : ການແຂ່ງຂັນຂໍ້ສອບດ້ານພາສາປະເພດບຸກຄົນ
ແລະ ການແຂ່ງຂັນດ້ານພອນສະຫວັນປະເພດຫມູ່ຄະນະ. ໃນການ
ແຂ່ງຂັນປະເພດຄຳສັບພາສາ ຝຣັ່ງບັນດາຜູ້ເຂົ້າແຂ່ງຂັນຈະ
ຕ້ອງແຂ່ງຂັນຈະຕ້ອງສະແດງຄວາມຮູ້ຮອບໂຕຂອງຕົນ ລວມ ລວມທັງຄວາມຮູ້ດ້ານພາສາ ຝຣັ່ງດ້ວຍການຕອບຄຳຖາມທີ່
ກ່ຽວກັບດ້ານຕ່າງໆ ຄື : ປະ ຫວັດສາດ, ຊີວະສາດ, ສິລະປະ, ວິທະຍາສາດ ແລະ ອື່ນໆ. ສຳລັບ ການແຂ່ງຂັນດ້ານພອນສະ
ຫວັນ, ແຕ່ລະຄະນະທີ່ເຂົ້າຮ່ວມ ແຂ່ງຂັນຈະຕ້ອງນຳ ເອົາບົດ ເລື່ອງຕົ້ນສະບັບມາຖ່າຍທອດ ເປັນລະຄອນເພງຕະລົກ,
ລະ ຄອນຕຸກກະຕາ, ລະຄອນເງົາ ຫລື ເປັນລະຄອນສັ້ນພາ ສາຝຣັ່ງ ໂດຍນຳໃຊ້ຄຳສຸພາສິດຈາກປະ ເທດຝຣັ່ງໂກໂຟນ
ທີ່ພວກເຂົາໄດ້ ຄັດເລືອກມາສະແດງ.
ບັນດາຄະນະທີ່ຊະນະເລີດ ຈະໄດ້ຮັບລາງວັນຫລາຍຢ່າງ
ແລະ ຮັບກຽດເປັນໂຕແທນໃຫ້ແກ່ປະ ເທດລາວໄປແຂ່ງຂັນລະ ດັບພາກ ພື້ນທີ່ຈະໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິງ
ປະເທດຫວຽດນາມ ໃນວັນທີ 31 ມີນາ 2013.

No comments:
Post a Comment