ໃນວັນທີ 25 ກຸມພານີ້, ໄດ້ມີພິທີເປີດໂຮງງານປຸງແຕ່ງຢາງພາລາຮວ່າງແອງອັດຕະປື
ແຂວງອັດຕະປື ໂດຍການເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີແຫ່ງ
ສປປ ລາວ, ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດ ຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາການນຳລະດັບສູງຂອງສອງປະເທດເຂົ້າຮ່ວມ.
ທ່ານ ດວນ ຫງວຽນ ດຶກ ປະທານກຸ່ມບໍລິສັດຮວ່າງແອງຢາລາຍ
ກ່າວວ່າ: ກຸ່ມບໍລິສັດຮວ່າງແອງຢາລາຍໄດ້ເຂົ້າມາລົງທຶນປູກຢາງ ພາລາຢູ່ ສປປ
ລາວ ແຕ່ປີ 2007 ເປັນຕົ້ນມາ ແລະ ມາຮອດປີ 2012 ບໍລິສັດຈຶ່ງບັນລຸການປູກຢາງພາລາໃນເນື້ອທີ່
44 ພັນເຮັກຕາ ຢູ່ 3 ປະເທດ ຄື ສສ ຫວຽດນາມ, ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ.
ທ່ານ ດຶກ ກ່າວວ່າ: ສຳລັບຢູ່ລາວ ບໍລິສັດໄດ້ສຳປະທານທີ່ດິນນຳລັດຖະ
ບານໃນເນື້ອທີ່ປະມານ 25 ພັນເຮັກຕາ ຢູ່ແຂວງອັດຕະປື ເພື່ອປູກຢາງພາລາ ເຊິ່ງມາຮອດປັດຈຸບັນໄດ້ສ້າງລາຍຮັບຈາກການຂາຍນ້ຳຢາງມີມູນຄ່າຫລາຍຮ້ອຍລ້ານໂດລາສະ
ຫະລັດ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ພື້ນຖານໂຄງລ່າງຢູ່ແຂວງອັດຕະປື
ໄດ້ເປັນຢ່າງດີພ້ອມທັງສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນເປັນຈຳນວນຫລາຍພັນຄົນ.
ສຳລັບໂຮງງານປຸງແຕ່ງຢາງ ພາລາແຫ່ງນີ້ ເປັນໂຮງງານທີ່ໃຫຍ່
ແລະ ມີຄວາມທັນສະໄໝ, ປຸກສ້າງຂຶ້ນໃນເນື້ອທີ່ 5 ເຮັກຕາ, ມູນຄ່າກໍ່ສ້າງປະມານ
9 ລ້ານໂດລາສະຫະລັດ ແລະ ມີກຳລັງການຜະລິດ 25 ພັນໂຕນຕໍ່ປີ ໂດຍຜະ ລິດຕະພັນຢາງກ້ອນ
(SVR) ທີ່ຜະລິດຈາກໂຮງງານຈະສົ່ງອອກຂາຍໃຫ້ບໍລິສັດຜະລິດຢາງຕີນລົດຍີ່ຫໍ້ຊັ້ນນຳຂອງໂລກເຊັ່ນ:
ມີຊິລິນ (Michelin), ດັນລອບ (Dunlop) ປະເທດຝຣັ່ງ ແລະ ບຼີສໂຕນ ຂອງຍີ່ປຸ່ນ ເຊິ່ງຈະສ້າງລາຍຮັບຢ່າງມະຫາສານຕໍ່ກຸ່ມບໍລິສັດໃນອະ
ນາຄົດ.

No comments:
Post a Comment