Ad

Ad

26 February 2013

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກຄຳສັ່ງໃຫ້ພະ ແນກກ່ຽວຂ້ອງເພີ່ມທະວີການເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນໄຟໄຫມ້ປ່າໃນລະດູແລ້ງທີ່ຈະມາເຖິງນີ້



ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ອອກ​ຄຳ​ສັ່ງ​ໃຫ້​ພະ​ແນ​ກກ່ຽວຂ້ອງ​ເພີ່ມ​ທະວີ​ການ​ເອົາ​ໃຈ​ໃສ່​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ປ່າ​ໃນ​ລະ​ດູ​ແລ້ງ​ທີ່​ຈະ​ເຖິງ​ນີ້.
            ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ​ ​ເພື່ອ​ໃຫ້​ພະ​ແນ​ກການ​ກ່ຽວຂ້ອງ​ຢູ່​ນະຄອນ ຫລວງ​ວຽງ​ຈັນ ​ແລະ ທ້ອງ​ຖິ່ນ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ​ໃນ​ລະດູ​ແລ້ງ​ສົກ​ປີ 2012-2013, ຫລັງ​ຈາກ​ເຫັນ​ວ່າ​ໃນ​ແຕ່ລະ​ປີ​ຍັງ​ປາກົດ​ມີ​ໄຟ​ໄໝ້​ລາມ​ປ່າ​ຢູ່​ບາງ​ທ້ອງ​ຖິ່ນ ​ເຊິ່ງສາ​ເຫດ​ຕົ້ນຕໍ​ເກີດ​ຈາກ​ການ​ກະທຳ​ຂອງ​ຜູ້​ຄົນ​ຈຳນວນ​ໜຶ່ງ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ​ແລະ ຂາດ​ຄວາມ​ຮັບ ຜິດຊອບ​ເຊັ່ນ: ການ​ຈູດ​ປ່າ​ເພື່ອ​ລ່າ​ສັດ, ການ​ຈູດ​ໄຮ່​ເພື່ອ​ກຽມ​ດິນ​ປູກ​ພືດ, ການ​ດັງ​ໄຟ ຫລື ຖິ້ມຂີ້ ກອກຢາ​ໃນ​ປ່າ​ຢ່າງ​ຊະຊາຍ.
             ຄຳ​ສັ່ງ​​ແນະນຳ​ດັ່ງກ່າວລະບຸ​ວ່າ: ​ໃຫ້​ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ປະຈຳ​ແຂວງ ​ແລະ ນະຄອນ ຫລວງ​ຄົ້ນຄວ້າ​ນຳ​ສະ​ເໜີ​ຕໍ່​​ເຈົ້າ​ແຂວງ, ​ເຈົ້າຄອງ​ນະຄອນຫລວງ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ຊີ້ນຳ​ລວມ​ເພື່ອ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ໄຟ​ໄໝ້​ລາມ​ປ່າ​ໃນ​ລະດູ​ແລ້ງ​ສົກ​ປີ 2012-2013 ​ເຊິ່ງຄະນະ​ດັ່ງກ່າວ​ປະກອບ​ມີ​ຮອງ​ເຈົ້າ​ແຂວງ, ຮອງ​ເຈົ້າ ຄອງ​ນະຄອນ​ເປັນ​ຫົວໜ້າ, ຫົວໜ້າ​ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ປະຈຳ​ແຂວງ, ນະຄອນຫລວງ​ເປັນ​ຮອງ
​ຫົວໜ້າທັງ​ເປັນ​ຜູ້​ປະຈຳການ, ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ​ເປັນ​ຮອງ​ຫົວໜ້າ ​ແລະ ບັນດາ​ຮອງ​ຫົວໜ້າ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ, ນະຄອນຫລວງ, ກອງ​ບັນຊາ​ການ ປກຊ-ປກສ ​ເປັນ​ຄະນະ. ພ້ອມ​ກັນນັ້ນ ກໍ​ສະ​ເໜີ​ໃຫ້​ຄະນະ​ຮັບຜິດຊອບ​ລວມດັ່ງກ່າວ​ນີ້ອອກ​ແຈ້ງ​ການ​ໃຫ້​ເຈົ້າ​ເມືອງ​ແຕ່ລະ​ເມືອງ​ທີ່​ມີ​ປ່າ​ໄມ້​ແຕ່ງຕັ້ງອະນຸ​ກຳມະການ​ຂັ້ນ​ເມືອງ ​ແລະ ໜ່ວຍ​ງານ​ປະຈຳ​ບ້ານ​ຂຶ້ນ ​ເພື່ອ​ຮັບຜິດ ຊອບ ​ໂດຍ​ປະສານ​ສົມທົບ​ກັບ​ໜ່ວຍ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ​ແລະ ຄະນະ​ຮັບຜິດຊອບ​ການຈັດຕັ້ງ​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ ​ເພື່ອ​ເຮັດ​ໜ້າ​ທີ່​ໂຄ ສະນາ​ເຜີຍ​ແຜ່​ຄຳ​ສັ່ງ​ແນະນຳ​ສະ ບັບ​ນີ້ ​ແລະ ນິຕິ​ກຳ​ຕ່າງໆ​ກ່ຽວ​ກັບ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້​ທີ່​ເຫັນ​ວ່າ​ຈ​ຳ​ເປັນ ​ໂດຍ​ສະ​ເພາະ​ການວາງ​ແຜນ,ກຳນົດ​ມາດ​ ຕະການ ​ແລະ ວິທີ​ການ​ເພື່ອ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ, ການ​ດັບ​ມອດ​ໄຟ ​ແລະ ການ​ສ່ອງ​ແສງ​ລາຍ​ງານ​​ໃຫ້​ໄດ້​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິພາບ.
       ສຳລັບ​ວິທີ​ການ ​ແລະ ມາດ​ຕະການ​ຕ່າງໆ​ໃຫ້​ປະຕິບັດ​ດັ່ງນີ້: ​ໃນ​​ບ່ອນ​ທີ່​ຍັງ​ບໍ່​ມີ​ຖາງປ່າ​ເຮັດ​ໄຮ່​ຢູ່ຕ້ອງ​ໄດ້​ຈັດຕັ້ງ​ແນະນຳ​ໃຫ້​ປະຊາຊົນ​ເຮັດຢູ່​ສະ​ເພາະ​ເຂດ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ການ​ເຮັດ​ໄຮ່​ເທົ່າ​ນັ້ນ​ເຊັ່ນ: ດິນ​ປ່າ​ຊຸດ​ໂຊມ, ດິນ​ທີ່​ບໍ່​ມີ​ປ່າ​ໄມ້​ໃຫຍ່ ​ແລະ ຕ້ອງ​ຢູ່​ຫ່າງ​ໄກ​ຈາກ​ແມ່ນ້ຳບໍ່​ໜ້ອຍ​ກວ່າ 500 ​ແມັດ​ຂຶ້ນ​ໄປ. ກ່ອນ​ຈະ​ຈູດ​ໄຮ່​ຕ້ອງ​ຖາງ​ແລວ​ກັນ​ໄຟ​ອ້ອມ​ຮອບ​ເນື້ອທີ່​ໄຮ່​ໄວ້​ໃຫ້​ຮັບປະກັນ​ເສຍ​ກ່ອນ​ຈຶ່ງ​ທຳ​ການ​ຈູດ, ການ​ຈູດ​ໄຮ່​ຕ້ອງ​ຈູດ​ຍາມ​ແລງ ຫລື ຍາມ​ແດດ​ອ່ອນ ​ແລະ ບໍ່​ມີ​ລົມ​ແຮງ, ດີ​ແທ້​ຕ້ອງ​ຈູດ​ເວລາ​ຕາ​ເວັນ​ຕົກ​ດິນ, ຫ້າມ​ເດັດຂາດ​ບໍ່​ໃຫ້​ຖາງ​ປ່າ​ເຮັດ​ໄຮ່​ໃສ່ 3 ປະ​ເພດ​ປ່າ ຄື​ປ່າ​ສະ ຫງວນ, ປ່າ​ປ້ອງ​ກັນ ​ແລະ ປ່າ​ຜະ ລິດ ​ເປັນຕົ້ນປ່າ​ປ້ອງ​ກັນ​ຍອດນ້ຳ, ປ່າ​ປ້ອງ​ກັນ​ແຫ​ລ່ງນ້ຳ, ປ່າ​ປ້ອງ​ກັນ​ລະບົບ​ນິ​ເວດ, ປ່າ​ຟື້ນຟູ, ປ່າ​ທີ່ຢູ່​ຕາມ​ພື້ນທີ່​ທີ່​ມີ​ຄວາມ​ຄ້ອຍ​ຊັນ​ສູງ ​ແລະ ປ່າ​ຢູ່​​​ໃກ້​ເສັ້ນທາງ​ຄົມ ມະນາຄົມ; ​ເຂດ​ປ່າ​​ໂຄກ ​ແລະ ​ເຂດ​ທຳ​ມາ​ຫາ​ກິນ​ຂອງ​ປະຊາຊົນ​ຕ້ອງ​ໄດ້​ແນະນຳ​ໃຫ້​ປະຊາຊົນ​ໃນ​ເຂດ​ອ້ອມ​ຂ້າງ​ຈັດຕັ້ງປະຕິບັດ​ຢ່າງ​ເຂັ້ມງວດ ຄື​ເວລາ​ເຂົ້າ​ໄປ​ໃນ​ປ່າ ຖ້າ​ຈະ​ດັງ​ໄຟ​ກໍ​ຕ້ອງ​ມີ​ການ​ຖາງ​ອ້ອມ​ຮອບ​ຄັກ​ແນ່ ປ້ອງ​ກັນ​ບໍ່​ໃຫ້​ໄຟ​ລຸກລາມ​ໄປ​ສູ່​ຈຸດ​ອື່ນ​ໄດ້, ກ່ອນ​ຈະ​ຈາກ​ໄປ​ໃຫ້​ເອົາ​ນ້ຳຫົດ​ມອດ​ໄຟ​ໃຫ້​ດີ ​ແລະ ອັນ​ສຳຄັນ​ບໍ່​ອະນຸຍາດ​ໃຫ້​ຈູດ​ເຜົາ ຫລື ອຸດຕົ້ນ​ໄມ້ ​ແລະ ປ່າ​ຫຍ້າ ​ເພື່ອ​ລ່າ​ສັດປ່າ ຫລື ຈຸດປະສົງ​ອື່ນ​ຢ່າງ​ເດັດຂາດ; ​ໃນ​ກໍລະນີ​ມີ​ໄຟ​ໄໝ້​ລ່າ​ປ່າ​ຢູ່​ບ່ອນ​ໃດ ​ແມ່ນ​ມອບ​ໃຫ້​ບ້ານ ​ແລະ ​ເມືອງ​ນັ້ນ​ເປັນ​ຜູ້​ຮັບຜິດຊອບ ​ໃນ​ການ​ປຸກລະດົມ​ປະຊາຊົນ​ຊ່ວຍ​ກັນ​ດັບ​ມອດ, ກໍລະນີ​ໄຟ​ໄໝ້​ລາມ​ຢ່າ​ຮຸນ​ແຮງ​ບໍ່​ສາມາດ​ດັບ​ມອດ​ໄດ້ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ປະຊາຊົນ, ກຳລັງ​ທະຫານ, ຕຳຫລວດ ​ແລະ ກົມ​ກອງ​ການຈັດ ຕັ້ງອື່ນໆ​ທີ່ຢູ່​ໃກ້​ຄຽງ ​ເພື່ອ​ຊ່ວຍ​ກັນ​ດັບ​ມອດ​ໄຟ​ປ່າ. ຫ້ອງການ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ເມືອງ, ໜ່ວຍ​ງານ​ປະຈຳ​ບ້ານ​ຕ້ອງ​ເປັນ​ເຈົ້າການ​ເຝົ້າລະວັງ​ຕິດຕາມ​ແກ້​ໄຂ ພ້ອມ​ທັງ​ລາຍ​ງານ​ໃຫ້​ເຈົ້າ​ເມືອງ, ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ປະຈຳ​ແຂວງ, ນະຄອນຫລວງ,ອົງການ​ປົກຄອງ ​ແຂວງ ​ແລະ ນະຄອນຫລວງ​ເພື່ອ ​ຮັບ​ຊາບ​ໂດຍ​ດ່ວນ ​ເພື່ອ​ຫາ​ວິທີ​ແກ້​ໄຂ​ຢ່າງ​ທັນ​ການ;​ໃຫ້​ພະ​ແນ​ກ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແລະນະຄອນ ຫລວງ​ເປັນ​ເຈົ້າການ​ໃນ​ການຄົ້ນຄວ້າ​ນຳ​ສະ​ເໜີ​ແຜນ​ງົບປະມານ​ສຳຮອງ​ປະຈຳ​ປີ​ຕໍ່​ອົງການ​ປົກ ຄອງ​ທ້ອງ​ຖິ່ນ​ຂອງ​ຕົນ ​ເພື່ອ​ກຽມ​ຈັດຕັ້ງປະຕິບັດ​ມາດ​ຕະການ​ສະ ກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມາດຕາ 24 ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ສະບັບ​ເລກທີ 09/ສພຊ, ລົງ​ວັນ​ທີ 24 ທັນວາ 2007.
             ສຳລັບ​ກົມ​ກອງ​ໃດ ​ແລະ ການຈັດຕັ້ງ​ໃດ​ເຮັດ​ໄດ້​ດີ​ມີ​ຜົນງານ​ດີ​ເດັ່ນ​ໃຫ້​ນຳ​ສະ​ເໜີ​ຕໍ່​ອົງການ​ປົກ ຄອງ​ທ້ອງ​ຖິ່ນ​ທີ່​ຕົນ​ເອງ​ຂຶ້ນກັບ​ປະຕິບັດ​ນະ​ໂຍບາຍ​ຊົມ​ເຊີຍ, ຍ້ອງ​ຍໍ​ຕາມ​ເໝາະ​ສົມ​ຕໍ່​ການຈັດຕັ້ງ, ກຸ່ມ​ບ້ານ ຫລື ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ນັ້ນແລະຕໍ່​ຜູ້​ລະ​ເມີດ​ກໍຕ້ອງໄດ້​ປະຕິບັດ​ມາດ​ຕະການ​ອັນ​ເດັດຂາດ​ຕໍ່​ຜູ້ກ່ຽວ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ພາກ​ທີ XI ຂອງ​ກົດໝາຍ​ວ່າ​ດ້ວຍ​ປ່າ​ໄມ້​ຢ່າງເຂັ້ມງວດ.
             ມອບ​ໃຫ້​ກົມ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້​ສົມ​ທົບ​ກັບ​ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ປະຈຳ​ແຂວງ, ນະຄອນຫລວງ ​ແລະ ຫ້ອງການ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ເມືອງ​ປະສານ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງເພື່ອ​ຈັດຕັ້ງປະຕິບັດ​ຄຳ​ສັ່ງ​ສະບັບ​ນີ້​ໃຫ້​ໄດ້​ຮັບ​ຜົນສຳ​ເລັດພ້ອມ​ທັງ​ມີ​ການ​ສະຫລຸບ​ລາຍ​ງານ​ໃຫ້ການ​ນຳ​ກະຊວງ​ຮັບ​ຊາບ​ຢ່າງ​ເປັນ​ປົກກະຕິ.

No comments:

Post a Comment