Ad

Ad

26 February 2013

ຫນຶ່ງປີຜ່ານມາມູນຄ່າການສົ່ງອອກຂອງນະຄອນຫລວງຫລຸດລົງ



              ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:ສົກ​ປີ 2011 - 2012 ​ຜ່ານ​ມາ​ ມູນ​ຄ່າການ​ສົ່ງ​ອອກ​ຂອງ​​ນະຄອນ ຫຼວງວຽງຈັນ​ບັນລຸ 441 ກວ່າ​ລ້ານ​ໂດ​ລາ​ສະຫະລັດຫຼຸດ​ລົງ 8,62% ທຽບ ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 483 ກວ່າ​ລ້ານ​ໂດ​ລາ​ສະຫະລັດ.ສາ​ເຫດ​ຍ້ອນ​ຜົນ​ກະທົບ​ຈາກ​ເສກ​ຖະກິດ​ໂລກ​ໂດຍສິນຄ້າ​ທີ່​ສົ່ງ​ອອກຕົ້ນ​ຕໍ​ແມ່ນ ແຮ່​ທາດ,​ເຄື່ອງອຸດສາຫະກຳ,ຜະລິດ​ຕະພັນ​ຫັດ ຖະກຳ,ກະສິກຳ ​ແລະ ອື່ນໆ. ໃນ​ນັ້ນການ​ສົ່ງ​ອອກ​ແຮ່​ທາດ​ບັນລຸ 280 ກວ່າ​ລ້ານ​ໂດ​ລາ​ສະຫະລັດ ​ກວມ​ເອົາ 63,52% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ,ສິນຄ້າ​ອຸດ ສາຫະກຳ ​ແລະ ຫັດຖະກຳ​ບັນລຸ 8 ລ້ານ​ກວ່າ​ໂດ​ລາ​ສະຫະລັດ,ຂະ​ແໜງ​ກະສິກຳ(ສັດລ້ຽງ)ບັນລຸ​ເກືອບ 4 ລ້ານ​ໂດ​ລາ​ສະຫະລັດ, ຜະລິດ​ຕະພັນ​ໄມ້ບັນລຸ​ເກືອບ 4 ລ້ານ​ໂດ​ລາ​ສະຫະລັດ,​ເຄື່ອງ​ປ່າ​ຂອງ​ດົງ​ບັນລຸ​ເກືອບ 1 ລ້ານ​ໂດ​ລາ​ສະຫະລັດ ​ແລະ ການ​ສົ່ງ​ອອກ​ສິນຄ້າ​ປະ​ເພດ​ຕ່າງໆ​ບັນລຸ144 ກວ່າ​ລ້ານ​ໂດ​ລາ​ສະຫະລັດ.
           ພະແນກດັ່ງກ່າວໃຫ້ຮູ້ວ່າຕື່ມວ່າ: ສາ​ເຫດ​ທີ່​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ນະຄອນຫຼວງວຽງຈັນ ​ຫຼຸດ​ລົງນັ້ນ ຍ້ອນ​ໄດ້​ຮັບ​ອິດທິຜົນ​ຈາກວິ​ກິດ​ການ​ເຂດເອີ ໂຣ​ຢູ່​ເອີຣົບ,ພາວະ​ເສດຖະກິດ​ໂລກ​ທີ່​ນັບ​ມື້ນັບ​ຫລຸດຖອຍ ​ແລະ ຄວາມ​ບໍ່​ໝັ້ນທ່ຽງ​ຂອງ​ລາຄາ​ສິນຄ້າ​ບາງ​ປະ​ເພດ​ໂດຍ​ສະ​ເພາະ​ແມ່ນ​ລາຄາ​ນ້ຳມັນ​ທີ່​ນັບ​ມື້ນັບ​ເໜັງຕີງ​ນັ້ນໄດ້ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ການ​ສົ່ງ​ອອກ. ນອກ​ນັ້ນ ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ຕ່າງໆ​ເປັນຕົ້ນ​ແມ່ນ​ໄພ​ນ້ຳ​ຖ້ວມ, ພາຍຸ​ຝົນ ແລະ ​ໄພ​ແຫ້ງ​ແລ້ງນັ້ນກໍ​ເປັນມູນ​ເຫດ​ເຮັດ​ໃຫ້​
ການ​ສົ່ງ​ອອກ​ຂອງ​ນະຄອນຫຼວງ​ຫຼຸດ​ລົງ​ເຊັ່ນ​ກັນ ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ອອກ​ຂອງ​ຂະ​ແໜງ​ກະສິກຳ. ເຖິງ​ແມ່ນ​ວ່າ​ສົກ​ປີຜ່ານມາມູນ​ຄ່າ ການ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ຕ່າງໆ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ,ພາກ​ລັດ ​ແລະ ​ເອ ກະ​ຊົນ​ ນັບ​ມື້ນັບ​ເພີ່ມ​ຂຶ້ນ ໂດຍ​ໃນ​ສົກ​ປີ 2011 - 2012  ຜ່ານ​ມາ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ໄດ້​ຮັບ​ແຈ້ງ​ຂຶ້ນ ທະບຽນ​ວິ​ສາ​ຫະກິດຈຳນວນ​ທັງ​ໝົດ 2.506 ຫົວໜ່ວຍ,​ເປັນ​ທຶນ​ທັງ​ໝົດ 2.749 ຕື້ກວ່າກີບ ແລະ 2 ແສນໂດລາສະຫະລັດ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງປີຜ່ານມາ​ເພີ່ມ​ຂຶ້ນຈຳນວນ 1 ພັນ​ກວ່າຫົວ ໜ່ວຍເທົ່າ​ກັບ 358,97%.ນອກ​ນັ້ນ ທາງ​ພະ​ແນ​ກກໍ​ໄດ້​ມີ​ການ​ແບ່ງ​ຂັ້ນຄຸ້ມ​ຄອງ​ໃໝ່ລະຫວ່າງ​ກະ ຊວງ ​ແລະ ​ພະ​ແນ​ກ, ສ້າງ​ເງື່ອນ​ໄຂ ​ແລະສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ໃຫ້​ແກ່​ການ​ຄ້າ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ.
            ຕາມ​ທິດ​ທາງ​ແຜນການ​​ໃນ​ສົກ​ປີ 2012 - 2013, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນຫຼວງ​ນະຄອນຫຼວງ​ຕັ້ງ​ເປົ້າ​ການ​ສົ່ງ​ອອກ​ໃຫ້ເພີ່ມ​ຂຶ້ນຈາກປີຜ່ານມາ ​ໂດຍ​ການຕັ້ງໜ້າຜັນຂະຫຍາຍທິດທາງແຜນນະໂຍບາຍຂອງພັກ - ລັດ  ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ນຳພາ​ການຈັດຕັ້ງປະຕິ ບັດ,ສືບຕໍ່ດັດ ສົມໂຮງງານ ແລະ ປັບປຸງຕາມຂໍ້ຕົກລົງວ່າດ້ວຍມາດຕະຖານໂຮງງານດິນຈີ່, ໂຮງງານເຫຼັກ, ສືບ​ຕໍ​່ວຽກ​ງານ​ຄຸ້ມ​ຄອງ​ໂຮງງານ ອຸດສາຫະກຳປຸງ ​ແຕ່ງ  ​ແລະ  ຫັດຖະກຳເຂົ້າສູ່​ລະບຽບ​ການ ແລະ ເອົາ​ໃຈ​ໃສ່​ໃນ​ການ​ຊີ້ນຳໆ​ພາ​ແກ້​ໄຂ​ບັນຫາ​ສະ ພາບ​ແວດ​ລ້ອມ​ຂອງ​ໂຮງງານ​ໃຫ້​ດີ​ຂຶ້ນ ແລະ   ມີແຜນ​ປ້ອງ​ກັນ​ແຕ່​ຫົວທີ, ສືບຕໍ່ລົງເກັບກຳຂໍ້ມູນສະ ພາບການເຄື່ອນໃຫວຂອງຫ້ອງ ການ ອຸດສາຫະກຳ ແລະ ການຄ້າ 9 ເມືອງ, ສືບຕໍ່ຊຸກຍູ້ ແລະ ຕິດຕາມການກໍ່ສ້າງໂຄງການປຸກສ້າງສູນການຄ້າຕະຫລາດທາດ ຫລວງ, ຕະຫລາດເຊົ້າຊອບປິ້ງມໍ ຫຼັງທີ 2,ເອົາໃຈໃສ່ຕິດຕາມ, ກວດກາຄຸ້ມຄອງສິນຄ້າ - ລາຄາ ຢູ່ຕາມທ້ອງຕະຫລາດ ໃນນະຄອນ ຫລວງວຽງຈັນຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ມີ​ຊ່ອງ​ຫວ່າງໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສືບຕໍ່​ກວດກາ ​ແລະ ຈັດ​ສັນ​ດິນ​ໃນ​ເຂດອຸດສາຫະກຳຫລັກ 21 ແລະ ຕິດຕາມ​ຄຸ້ມ​ຄອງ​ການ​ປຸກ​ສ້າງ​ພາຍ​ໃນ​ເຂດ, ເພີ່ມທະວີການກວດກາ ແລະ ສະກັດກັ້ນການຄ້າຂາຍເຖື່ອນຫລືນອກລະບົບ ແລະ ການດຳເນີນທຸລະກິດທີ່ບໍ່ຖຶກຕ້ອງ ທຸກຮູບແບບ,ສ້າງລະບຽບ ການຄຸ້ມຄອງ ແລະ ນະໂຍບາຍຕ່າງໆກ່ຽວກັບເຂດອຸດສາຫະກຳ ໂຄກສະອາດເພື່ອດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາລົງທຶນພາຍໃນເຂດໃຫ້ຫລາຍຂື້ນແລະສືບຕໍ່ຄຸ້ມຄອງຕິດຕາມກວດກາໂຮງງານຢູ່ໃນເຂດອຸດສາຫະກຳໂຄກສະ ອາດເພື່ອຮັບປະກັນຄວາມສະຫງົບປອດໄພ, ຍົກສູງຄຸນນະພາບຜະລິດຕະພັນ ແລະ ປ້ອງກັນສິ່ງແວດລ້ອມ.

No comments:

Post a Comment