ຄວາມຫວັງໃນການສ້າງປະຊາຄົມເສດຖະກິດອາຊຽນ
(AEC) ໃນປີ 2015 ແລະ ເປົ້າໝາຍການເຊື່ອມໂຍງດ້ານການຄ້າລະຫວ່າງປະເທດ ສະມາຊິກ ອາຊຽນນັ້ນ,
ປັດຈຸບັນ ສປປ ລາວ ໄດ້ກາຍເປັນຈຸດສົນໃຈຂອງນັກ ລົງທຶນຈາກຕ່າງ ປະເທດ ທັງໃນຂົງເຂດຂອງບັນດາປະເທດອາຊຽນດ້ວຍກັນ
ຫຼ້າສຸດ ບໍລິສັດ Mazuma (Thailand) ແລະ ບໍລິສັດ Shukhatasana ເຊິ່ງເປັນໜຶ່ງໃນບໍລິສັດແຖວໜ້າຂອງໄທດ້ານການຜະລິດວັດສະດຸເຄື່ອງໃຊ້ສອຍພາຍໃນໂຮງແຮມ,ຄອບ
ຄົວ ແລະ ການອອກແບບຕົກແຕ່ງເຟີນີເຈີກໍສົນໃຈ
ຂະຫຍາຍ ຕະຫຼາດຈຳໜາຍຜະ ລິດຕະພັນຢູ່ລາວເພື່ອກຽມຄວາມພ້ອມສູ່ AEC ໃນປີ 2015.
ທ່ານນາງ ວິຣາຊະນີ Vilasanee ຜູ້ຈັດການການຕະຫລາດຂອງບໍລິສັດ
Mazuma (Thailand) ກ່າວວ່າ:ເປັນຄັ້ງທຳອິດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຢູ່ລາວ
ໂດຍສິນຄ້າທີ່ນຳມາວາງສະແດງໃນຄັ້ງນີ້ປະກອບ ມີ ເຄື່ອງຕົ້ມນ້ຳ, ກ໊ອກນ້ຳ, ຈັກເຮັດນ້ຳອຸ່ນ,
ນ້ຳເຢັນ ແລະ ອື່ນໆ...ທີ່ຊ່ວຍປະຢັດພະລັງງານ ແລະ ເປັນມິດຕໍ່ສິ່ງແວດລ້ອມເໝາະສົມຕໍ່ການນຳໃຊ້ເຂົ້າໃນໂຮງແຮມລະດັບ
3 ດາວ ແລະ 5 ດາວ ພ້ອມນັ້ນ ຍັງສາມາດນຳໃຊ້ເຂົ້າໃນຄົວເຮືອນຕ່າງໆໄດ້ຢ່າງມີຄຸນນະ ພາບ ແລະ ມີມາດຕະຖານລະດັບສາກົນ ເຊິ່ງ ຜະລິດໂດຍບໍລິສັດຜູ້ຜະລິດເຄື່ອງວັດສະດຸຮັບໃຊ້ເຂົ້າ
ໃນຄອບຄົວຂອງປະເທດໄທ
ແລະ ເຫດຜົນທີ່ຕັດສິນໃຈເຂົ້າມາຂະຫຍາຍການຕະຫຼາດຢູ່ລາວນັ້ນ ເນື່ອງຈາກ ສປປ
ລາວ ເປັນປະເທດທີ່ມີການຂະຫຍາຍ ຕົວທາງດ້ານເສດຖະກິດຢ່າງວອງໄວ. ນອກນັ້ນ, ສປປ
ລາວ ຍັງເປັນປະເທດສະມາຊິກອາຊຽນທີ່ມີເປົ້າໝາຍການເຊື່ອມໂຍງທາງເສດ ຖະກິດກັບບັນດາປະເທດອາຊຽນໃນປີ
2015 ເພາະສະນັ້ນ ຈຶ່ງເປັນໂອກາດອັນດີໃຫ້ແກ່ບໍລິສັດໃນການຂະຫຍາຍ ຕະ ຫຼາດຈຳໜ່າຍຢູ່ລາວໃນອະນາຄົດ
ເຊິ່ງໃນໄລຍະທີ່ຜ່ານມາກໍໄດ້ຮັບການຕອບຮັບເປັນຢ່າງດີຈາກລູກຄ້າ ແລະ ຜູ້ໃຊ້ບໍລິການ
ແລະ ສຳລັບການເຂົ້າຮ່ວມວາງສະແດງສິນຄ້າຢູ່ລາວຄັ້ງນີ້ ຈະສາມາດຂະຫຍາຍສາຂາໄດ້
ເຊິ່ງທາງບລິສັດຢູ່ໃນຂັ້ນ ຕອນຂອງການເຈລະຈາກັບບໍລິສັດສຸວັນນີ ໃນການເປັນຕົວແທນຈຳໜ່າຍສິນຄ້າຢູ່ລາວ.
ສ່ວນໃນເລື່ອງຂອງຄູ່ແຂ່ງນັ້ນ, ບໍລິ ສັດບໍ່ມີຄວາມກັງວົນປານໃດເນື່ອງຈາກທາງບໍລິສັດມີຈຸດແຂງຫຼາຍດ້ານໂດຍສະເພາະແມ່ນຄຸນນະພາບ,
ລາຄາ,ການບໍລິການ ແລະ ທຶນໃນການຂະຫຍາຍຕະຫຼາດພຽງພໍ. ນອກນັ້ນ, ສປປ ລາວ ຍັງເປັນປະເທດທີ່ນິຍົມໃຊ້ສິນຄ້າຈາກໄທເປັນຈຳນວນຫຼວງຫຼາຍ.
ສຳລັບລູກຄ້າຢູ່ ສປປ ລາວ ຜູ້ໃດທີ່ມີຄວາມສົນໃຈກໍສາມາດຕິດຕໍ່ເປັນຕົວແທນຈຳໜ່າຍໄດ້ນຳບໍລິສັດ
Mazuma ໂດຍກົງຢູ່ ບາງກອກ ຫຼື ຕົວແທນຈຳໜ່າຍຕາມາສາຂາໃກ້ຄຽງກັບປະເທດລາວ.
ທ່ານ ອານຸພົນ ສັນດາຣາດີກາ ( Anupol
Sundaradega ) ຜູ້ຈັດການຝ່າຍຂາຍບໍລິສັດ Shukhatasana ເຊິ່ງເປັນບໍລິສັດທີ່ເຮັດກ່ຽວກັບການອອກແບບເຟີນີເຈີ
ແລະ ກໍ່ສ້າງຢູ່ໃນອັນດັບແຖວໜ້າຂອງໄທ ກ່າວວ່າ: ເປັນຄັ້ງທຳອິດທີ່ເຂົ້າຮ່ວມວາງສະແດງສິນຄ້າ
ແລະ ຫວັງວ່າຈະໄດ້ພົບປະກັບລູກຄ້າຢູ່ປະເທດລາວໃນໂອກາດທີ່ ສປປ ລາວ ຈະກ້າວເຂົ້າສູ່ປະ
ຊາຄົມເສດຖະກິດອາຊຽນໃນປີ 2015. ນອກນັ້ນ,ທາງບໍລິສັດຍັງມີແຜນຈະຂະຫຍາຍໄປປະເທດມຽນມາ
ແລະ ກຳປູເຈຍໃນອະ ນາຄົດ.ເມື່ອເວົ້າເຖິງຄູ່ແຂ່ງທີ່ນັບມື້ນັບເພີ່ມຂຶ້ນໃນອະນາຄົດນັ້ນ
ທ່ານຢືນຢັນວ່າແນ່ນອນຕ້ອງຜະເຊີນກັບຄູ່ແຂງຈາກສິງກະໂປ,ມາເລຍ,ຈີນ, ຫວຽດນາມ
ແລະ ປະເທດອື່ນໆກໍຕາມແຕ່ບໍ່ມີຄວາມກັງວົນປານໃດ ທັງນີ້ທາງບໍລິສັດຈະເນັ້ນເລື່ອງຂອງຄຸນນະພາບ,
ລາຄາ, ການບໍລິການ ແລະ ວັດຖຸອຸປະ ກອນໃໝ່ໆເຂົ້າມາບໍລິການ. ນອກນັ້ນ,ທາງບໍລິສັດກໍມີທຶນພຽງພໍທີ່ຈະຂະຫຍາຍກິດຈະ
ການຕ່າງໆໃນການຮັບມືກັບສິ່ງທ້າທາຍທີ່ອາດຈະມີຂຶ້ນ.ສຳລັບການຂະ ຫຍາຍສາຂາຢູ່ລາວນັ້ນ
ບໍລິສັດຈະສຶກສາຊອງທາງ ແລະ ໂອ ກາດລະອຽດຕື່ມ ຫາກເປັນໄປໄດ້ກໍຈະເຂົ້າມາໃນໂອກາດທີ່
ສປປ ລາວຈະກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015.
ທັງໝົດນີ້ເປັນທັດສະນະຂອງນັກທຸລະກິດຈາກບັນດາປະເທດເພື່ອນບ້ານເພື່ອຫາໂອກາດຂະຫຍາຍກິດຈະການ
ແລະ ຕະຫຼາດຈຳໜ່າຍຢູ່ລາວໃນໂອກາດທີ່ ສປປ ລາວຈະກ້າວເຂົ້າສູ່ປະ ຊາຄົມເສດຖະກິດອາຊຽນ.

No comments:
Post a Comment