Ad

Ad

26 February 2013

ຍ້ອນຫຍັງຄະດີຢາບ້າເກືອບ 2 ລ້ານເມັດ ແຕ່ຈັບຜູ້ຕ້ອງຫາບໍ່ໄດ້



       ແຫລ່ງຂ່າວໜັງສືພິມປ້ອງກັນຄວາມສະຫງົບລາຍງານວ່າ: ເວລາ ປະມານ 20 ໂມງ ຂອງວັນທີ 9 ກຸມ ພານີ້, ປກສ ກຸ່ມຊຽງກົກ ເມືອງລອງ ແຂວງຫລວງນ້ຳທາ ໄດ້ນຳກຳລັງ ເຂົ້າກວດຄົ້ນເຮືອບັນທຸກສິນຄ້າລຳ ໜຶ່ງທີ່ຖືກສົງໄສມີການຂົນສົ່ງຢາ ເສບຕິດທີ່ພວມຈອດຢູ່ທ່ານ້ຳຂອງເຂດບ້ານຫ້ວຍກຸມເມືອງລອງ ແຂວງຫລວງນ້ຳທາ ແລະ ໃນຂະນະນັ້ນກໍໄດ້ກວດພົບ ເຫັນຢາບ້າບັນຈຸຢູ່ໃນເປົາ 8 ໜ່ວຍ ລວມມີ 995 ມັດ ເທົ່າກັບ 1.990.000 ເມັດ, ມີນ້ຳໜັກ 229 ກິໂລກຣາມ. ສ່ວນຜູ້ ຕ້ອງຫາໄດ້ຫລົບໜີ.ໃນຂະນະນັ້ນເຈົ້າໜ້າທີ່ກໍຮູ້ວ່າ: ເຮືອລຳດັ່ງກ່າວເປັນເຮືອຂອງ ທ້າວ ສົມພອນ ອາຍຸ 57 ປີ ຢູ່ບ້ານ ໜອງຄຳ ເມືອງ ແລະ ແຂວງ ຫລວງພະບາງ ເຊິ່ງຜູ້ກ່ຽວ ແລະ ພັກພວກທີ່ຢູ່ໃນເຮືອໄດ້ຫລົບໜີກ່ອນເຈົ້າໜ້າທີ່ຈະເຂົ້າ ໄປກວດຄົ້ນເຮືອດັ່ງກ່າວ ແລະ ປັດຈຸບັນ, ກຳລັງເຈົ້າໜ້າທີ່ພວມເລັ່ງຕິດຕາມຜູ້ຕ້ອງຫາດັ່ງກ່າວມາດຳເນີນການສືບສວນ-ສອບສວນຫາຄວາມເປັນຈິງຂອງແຫລ່ງທີ່ມາຂອງຈຳນວນຢາເສບຕິດອັນມະຫາສານນີ້ ເພື່ອເປີດກວ້າງຄະດີ ແລະ ນຳຈັບຂະ ບວນການ ຄ້າຂາຍຢາເສບຕິດລາຍໃຫຍ່ດັ່ງກ່າວມາດຳເນີນຄະດີໃຫ້ໄດ້.
        ຜ່ານເຫດການດັ່ງກ່າວກໍມີຫລາຍຄຳຖາມຍົກມາວ່າ: ຍ້ອນຫຍັງຄະດີນີ້ຈຶ່ງບໍ່ສາມາດຈັບ ຜູ້ກະທຳຜິດມາດຳເນີນຄະດີໄດ້. ໃນຂະນະທີ່ກຳລັງເຈົ້າໜ້າທີ່ພວກເຮົາກໍຮູ້ ແລະ ມີຄວາມສົງໄສວ່າເຮືອລຳດັ່ງກ່າວຂົນສົ່ງຢາເສບຕິດ, ຜູ້ສັງເກດການຫລາຍຄົນ ໃຫ້ທັດສະນະວ່າ: ອາດເປັນການວາງແຜນປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ບໍ່ທັນມີປະສິດທິຜົນເຮັດໃຫ້ພວກຄ້າຂາຍຢາເສບ
ຕິດດັ່ງກ່າວຮູ້ໄດ້ກ່ອນ ແລະ ອັນທີສອງກໍອາດມີສາຍລັບຂອງພວກເຂົານອນຢູ່ໃນຂະບວນປາບປາມຢາເສບຕິດຂອງ ພວກເຮົາ. ແຕ່ແນວໃດກໍດີຫວັງວ່າຊ້າ ຫລື ໄວກຳລັງເຈົ້າໜ້າທີ່ພວກເຮົາກໍອາດສາມາດຈັບຕົວແກ໊ງຄ້າຂາຍ ແລະ ຂົນສົ່ງຢາ ເສບຕິດລາຍໃຫຍ່ດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍໄດ້.
    ຂ່າວໃຫ້ຮູ້ອີກວ່າ: ກ່ອນນີ້ຄືຕົ້ນເດືອນກຸມພາ 2013, ເຈົ້າໜ້າທີ່ ປກສ ເມືອງລອງ ແຂວງຫລວງ ນ້ຳທາ ກໍສາມາດຈັບຜູ້ຄ້າ ຂາຍຢາເສບຕິດລາຍໃຫຍ່ທີ່ສາ ມາດຢຶດຂອງກາງຢາບ້າໄດ້ ຫລາຍກວ່າ 2.000 ເມັດ ຢູ່ແຂວງ ດັ່ງກ່າວ ຄືທ້າວ ລາວເກີ ອາຍຸ 42 ປີ ຢູ່ບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ, ທ້າວ ໄພອິນ ອາ ຍຸ 54 ປີ ຢູ່ບ້ານທາດ ເມືອງລອງ ແລະ ທ້າວ ຄຳມີ ອາຍຸ 42 ປີ ຢູ່ ບ້ານນາເຕີຍ ເມືອງ ແລະ ແຂວງຫລວງນ້ຳທາ. ສ່ວນຢູ່ນະຄອນ ຫລວງວຽງຈັນ ເມື່ອວັນທີ 12 ກຸມພາ, ເຈົ້າ ໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດກົມໃຫຍ່ ຕຳຫລວດ ກໍສາມາດເຂົ້າຈັບ ຜູ້ຄ້າຂາຍຢາເສບຕິດອີກລາຍໜຶ່ງ ຢູ່ບ້ານ ດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ ຄືທ້າວ ນິດ ຫລື ຊ້າງ ອາຍຸ 35 ປີ ແລະ ນາງ ແອນ້ອຍ ຫລື ຄອມ ອາຍຸ 24 ປີ ທັງສອງຢູ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ພ້ອມຂອງກາງຢາບ້າ ຈຳນວນ 363 ເມັດ.

No comments:

Post a Comment