ໃນວັນທີ 22 ກຸມພານີ້, ລັດວິສາຫະກິດຖືຮຸ້ນລາວ
(ລຮລ) ໄດ້ຈັດກອງປະຊຸມສະຫລຸບວຽກງານປະຈຳປີ 2012 ແລະ ຜ່ານທິດທາງແຜນການດຳເນີນງານໃນປີ
2013 ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານນາງ ທິບພະກອນ ຈັນທະວົງສາ ປະທານສະພາບໍລິຫານ
ລຮລ ທັງເປັນຫົວໜ້າກົມການເງິນຕ່າງປະເທດກະຊວງການເງິນ.
ທ່ານ
ດຣ. ສົມບຸນ ມະໂນລົມ ຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານກ່ຽວກັບຜົນການຈັດຕັ້ງປະ
ຕິບັດວຽກງານປະຈຳປີ 2012 ວ່າ: ການດຳເນີນທຸລະກິດຂອງ ລຮລ ມີຄວາມເຕີບໃຫຍ່ຂະຫຍາຍຕົວດີ
ໂດຍສະເພາະເງິນປັນຜົນທີ່ ລຮລ ໄດ້ຮັບຈາກໂຄງການໄຟຟ້ານ້ຳເທີນ 2 ໃນປີຜ່ານມາແມ່ນມີຈຳນວນ
15 ລ້ານກວ່າໂດລາສະຫະລັດ ຖ້າທຽບໃສ່ແຜນການປີແມ່ນລື່ນແຜນ 22%. ເງິນຈຳນວນດັ່ງກ່າວ
ລຮລ ໄດ້ນຳໃຊ້ເພື່ອຊຳລະຕົ້ນ ທຶນ ແລະ ດອກເບັ້ຍໃຫ້ກະຊວງການເງິນຕາມສັນຍາກູ້ຢືມຈຳ
ນວນ 4 ລ້ານກວ່າໂດລາສະຫະ ລັດ, ໄດ້ຈ່າຍອາກອນເງິນປັນຜົນໃຫ້ກະຊວງການເງິນຈຳນວນ
1,5 ລ້ານກວ່າໂດລາສະຫະລັດ. ນອກຈາກນີ້ແລ້ວ, ໃນວັນທີ 20 ກຸມພາ, ລຮລ ໄດ້ຈ່າຍອາກອນກຳໄລປະຈຳປີ
2011 ຫລາຍກວ່າ 20 ຕື້ກີບ, ສ່ວນທີ່ເຫລືອພາຍຫລັງ
ຫລັກຄ່າໃຊ້ຈ່າຍບໍລິຫານ ແລະ
ຫັກເຂົ້າຄັງຕ່າງໆຕາມລະບຽບກົດໝາຍແລ້ວ ແມ່ນຈະໄດ້ມອບໃຫ້ກະຊວງການເງິນທັງໝົດ.
ສຳລັບຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າຄວາມຮ້ອນຫົງສາທີ່ໄດ້ເລີ່ມການກໍ່ສ້າງນັບແຕ່ທ້າຍປີ
2010 ມາຮອດທ້າຍປີ 2012 ສາມາດປະຕິບັດໄດ້ 40% ລື່ນແຜນການ 2%. ຕາມແຜນການກໍ່ສ້າງໂຄງການນີ້ຈະສຳເລັດໃນກາງປີ
2015. ການພັດ ທະນາໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍມີຄວາມຄືບໜ້າດີ ໂດຍຜູ້ພັດທະນາໂຄງການໄດ້ບັນ
ລຸການເຊັນສັນຍາສຳປະທານ ໃນວັນທີ 19 ຕຸລາ 2012 ແລະ ໄດ້ສຳເລັດການເຊັນສັນຍາຊື້-ຂາຍໄຟ
ຟ້າກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນວັນທີ 6 ກຸມພາຜ່ານມາ. ປັດຈຸບັນໂຄງການພວມກະກຽມເຊັນສັນ
ຍາການສະໜອງທຶນໃຫ້ແກ່ໂຄງ ການ. ຈາກນັ້ນຈຶ່ງຈະເລີ່ມການກໍ່ ສ້າງຢ່າງເປັນທາງການ
ເຊິ່ງ ຄາດວ່າຈະມີຂຶ້ນໃນທ້າຍປີ 2013 ນີ້. ສຳລັບໂຄງການໄຟຟ້ານ້ຳ ງຽບ 1 ແລະ
ໂຄງການໄຟຟ້ານ້ຳ ງື່ມ 3 ແມ່ນຢູ່ໃນຂັ້ນຕອນສຸດທ້າຍ ຂອງການກະກຽມເອກະສານຕ່າງໆຂອງໂຄງການ.
ການລົງມືກໍ່ສ້າງຢ່າງເປັນທາງການຄາດວ່າຈະເລີ່ມໃນທ້າຍປີ 2013 ແລະ ໃນປີ
2014 ຕາມລຳດັບ.
ໃນປີຜ່ານມາ, ລຮລ ໄດ້ອອກແຮງປະຕິບັດໜ້າທີ່ວຽກງານວິ
ຊາສະເພາະຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ເປັນເຈົ້າການສູງ ທັງຮັບປະກັນຄວາມສອດ
ຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ ແລະ ບັນດາສັນຍາຕ່າງໆທີ່ ລຮລ
ເປັນພາຄີ. ນອກຈາກນັ້ນ, ລຮລ ໄດ້ເອົາໃຈໃສ່ໃນການພັດທະນາໂຄງການຮ່ວມກັບບັນດາຂາຮຸ້ນຕ່າງປະເທດຢ່າງໃກ້ຊິດ,
ປະ ກອບສ່ວນຢ່າງຕັ້ງໜ້າໃນວຽກງານຕ່າງໆເຊັ່ນ: ການກະກຽມເອກະສານໂຄງການ, ປະ ສານງານກັບພາກສ່ວນຕ່າງໆທີ່ກ່ຽວ
ຂ້ອງໃນການພັດທະນາໂຄງການ, ເຂົ້າຮ່ວມໃນການເຈລະຈາສັນຍາຕ່າງໆ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືກັບບັນ
ດາຂາຮຸ້ນຕ່າງປະເທດຢ່າງເປັນປະຈຳ ເພື່ອໃຫ້ການພັດທະນາບັນດາໂຄງການທີ່ ລຮລ
ຮ່ວມຖືຮຸ້ນສອດຄ່ອງກັບທິດທາງຂອງພັກ-ລັດ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີ ຄັ້ງທີ VII. ຍ້ອນຄວາມເອົາໃຈໃສ່ໃນໜ້າທີ່ວຽກງານທີ່ກ່າວມາຂ້າງເທິງນັ້ນ
ຈຶ່ງຮັບປະກັນໄດ້ຜົນປະໂຫຍດລວມຂອງລັດຖະບານໃນໂຄງການທີ່ ລຮລ ເຂົ້າຮ່ວມຖືຮຸ້ນ
ທັງເຮັດໃຫ້ການດຳເນີນທຸລະກິດຂອງ ລຮລ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ,
ສ້າງພາບພົດທີ່ດີ ແລະ ຄວາມເຊື່ອໝັ້ນຫລາຍຂຶ້ນຕໍ່ນັກລົງທຶນຕ່າງປະເທດ ແລະ
ບັນດາສະຖາບັນການເງິນສາກົນ ກໍຄືທະນາ ຄານທຸລະກິດຕ່າງໆທີ່ສະໜອງເງິນກູ້ເພື່ອປະກອບເປັນທຶນຮຸ້ນຂອງ
ລຮລ.

No comments:
Post a Comment