Ad

Ad

26 February 2013

LTC ຂະຫຍາຍສັນຍານໂທລະສັບກວມເນື້ອທີ່ສ່ວນໃຫຍ່ຂອງແຂວງຊຽງຂວາງ



            ທ່ານ ແກ້ວສົມຫວັງ ພັນທະ ລາ ຫົວໜ້າອຳນວຍການລັດວິ ສາຫະກິດ ລາວໂທລະຄົມ (ລລທ)  ສາຂາຊຽງຂວາງ ລາຍງານໃຫ້ ຮູ້ວ່າ: ປີ 2012 ຜ່ານມາ, ລລທ ພວກເຮົາໄດ້ເລັ່ງພັດທະນາເຕັກ ໂນໂລຊີທີ່ທັນສະໄໝເຂົ້າມາໃຊ້ ການບໍລິການ ລູກຄ້າໂດຍໄດ້ຂະຫຍາຍເຄືອຂ່າຍໂທລະສັບມືຖືນອກຈາກ ໂຄງການພັສ (phase 20) ແລ້ວຍັງໄດ້ຕິດຕັ້ງສັນຍານ ແບບ ກາດຄາດ (caskat cell) ເພ່ີມ ແລະ ຍົກຍ້າຍເສົາອາກາດຂຶ້ນສູ່ ຈຸດສູງກວ່າເກົ່າ. ພ້ອມກັນນີ້ ໄດ້ ຕິດຕັ້ງສາຍອອບຕິກ (Optic) ແຕ່ເມືອງຄູນຫາທ່າສີ ເມືອງທ່າໂທມ ທີ່ສາມາດໃຊ້ເປັນແບກອັບ (Backup) ຫາບໍລິຄຳໄຊໄດ້ດີຂຶ້ນ. ປັດຈຸບັນມີ ສູນກາງໂທລະສັບຕັ້ງ ໂຕະມີສາຍ ຫຼື NGN ແລະ ATA  8 ແຫ່ງ 2.140 ໝາຍເລກໃຊ້ແລ້ວ, 957 ໝາຍເລກ, ສູນໂທ ລະສັບຊົນ ນະບົດ 2 ແຫ່ງ 36 ໝາຍເລກ, ຄວາມຍາວສາຍອອບຕິກ (Optic) ທົ່ວແຂວງ 840 ກິໂລແມັດ ໃນນີ້ ແຕ່ພູຄູນເຖິງໂພນສະຫວັນ 125 ກິໂລແມັດ, ແຕ່ໂພນສະຫວັນຫາ ນ້ຳເນີນ 136 ກິໂລແມັດ, ແຕ່ໂພນ ສະຫວັນຫາທ່າສີ 150 ກິໂລແມັດ, ມີເບດ (Base) ໂທລະສັບມືຖື 2G ມີ 59 ສະຖານີ, 3G ມີ 17 ສະຖານີ ສັນຍານກວມ 400 ກວ່າບ້ານ ແລະ
ຕາມເສັ້ນທາງຫຼວງແຫ່ງ ຊາດ. ໃຊ້ລະບົບສາຍສົ່ງ  Link optic 71 ສະຖານີ, ໄມໂຄຣເວບ (Microwave) 4 ສະຖານີ ແລະ IP star 1 ສະຖານີ,ສັນຍານທີ່ໃຊ້ (cell) ທັງໝົດ 228 cell, ໃຊ້ເກີນ 50% ຂຶ້ນໄປມີ 12 cell ໃນ 10 ສະ ຖານີ. ມາຮອດປັດຈຸບັນມີລູກ ຄ້າວິນໂຟນ (Win phone GSM ) 1.800 ໝາຍເລກ, ລູກຄ້າແບບຕັ້ງ ໂຕະໃຊ້ສາຍ 957 ໝາຍ ເລກ, ລູກຄ້າມືຖືແບບລາຍເດືອນ 892 ໝາຍເລກ, ລູກຄ້າມືຖືແບບຕື່ມ ເງິນ 33.293 ໝາຍເລກ. ການ ເຄື່ອນໄຫວ ທຸລະກິດ ແມ່ນປະຕິບັດລາຍຮັບໃນປີ 2012 ໄດ້ 16 ຕື້ກວ່າກີບ ທຽບໃສ່ແຜນການໄດ້ 109%, ປະຕິບັດລາຍຈ່າຍໄດ້ 11 ຕື້ກວ່າກີບ ເທົ່າກັບ 102% ຂອງ ແຜນການປີ,ມີກຳໄລໝົດປີ 4 ຕື້ ກວ່າກີບ, ຖອກພັນທະງົບປະ ມານຂອງແຂວງ 3 ຕື້ກວ່າກີບ ເທົ່າ 110% ຂອງແຜນການ ແລະ ໂອນເຂົ້າບັນຊີ ລລທ ສູນກາງ 9 ຕື້ກວ່າກີບ. ໃນປີ 2013 ນີ້, ລລທ ສາຂາ ຊຽງຂວາງຍັງຈະໄດ້ສືບຕໍ່ພັດທະນາໃນຫຼາຍດ້ານ ເພື່ອດຶງ ດູດລູກຄ້າຫລາຍຂຶ້ນ ເຊິ່ງຈະ ໄດ້ສຸມໃສ່ການສຶກສາອົບຮົມ ແນວຄິດການເມືອງໃຫ້ພະນັກງານມີຄວາມຫ້າວຫັນໃນໜ້າທີ່ວຽກງານ ແລະ ສຸມໃສ່ການພັດ ທະນາວິຊາການຄວບຄູ່ກັບການ ພັດທະນາເຕັກໂນໂລຊີໃຫ້ເຂັ້ມແຂງຂຶ້ນ.

No comments:

Post a Comment