ວັນທີ 22-25 ກຸມພາ 2013 ນີ້, ອຳນາດການປົກຄອງ
ແລະ ຊາວເມືອງໄຊ ພູທອງໄດ້ຮ່ວມກັນຈັດພິທີເປີດງານບຸນນະ ມັດສະການພະທາດໂຜ່ນຢ່າງເປັນທາງ ການຢູ່ທີ່ບໍລິເວນເດີ່ນພະທາດ ໂຜ່ນໂດຍການເປັນປະທານຂອງທ່ານ
ທອງທ່ຽງ ສີດາວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ,
ເຈົ້າເມືອງໄຊ ພູທອງທັງເປັນປະທານຈັດງານບຸນນະມັດສະການ ພຣະທາດໂຜ່ນ, ບັນດາຄະນະ ປະຈຳພັກແຂວງ,
ກຳມະການພັກແຂວງ, ຫົວໜ້າພະແນກ, ຄະນະພະແນກການ ຕ່າງໆ, ບັນດາ ການນຳຂັ້ນສູງຂອງບັນດາເມືອງອ້ອມຂ້າງ,
ບັນດາສະມາຊິກສະ ພາແຫ່ງຊາດເຂດເລືອກ ຕັ້ງທີ 13 ແຂວງສະຫວັນນະເຂດ, ຕະຫຼອດຮອດບໍລິສັດຫ້າງຮ້ານພາຍໃນເມືອງ
ແລະ ປະຊາຊົນ ທີ່ມາທ່ຽວງານເຂົ້າຮ່ວມ. ທ່ານ
ເຈົ້າເມືອງໄຊພູທອງໄດ້ລາຍ ງານປະຫວັດຄວາມເປັນມາຂອງພະທາດໂຜ່ນ, ວ່າ: ພະທາດ ໂຜ່ນ ແມ່ນປູສະນີຍະສະຖານທີ່ເກົ່າແກ່ອັນລ້ຳຄ່າທາງປະຫວັດ
ສາດ ແລະ ວັດທະນະທຳອົງສັກສິດຄູ່ບ້ານຄູ່ເມືອງຂອງ ຊາວ
ແຂວງສະຫວັນນະເຂດເວົ້າລວມ, ເວົ້າສະເພາະກໍຄືຊາວ
ເມືອງໄຊພູທອງທີ່ມີປະຫວັດສາດອັນເກົ່າແກ່ ແລະ ທັງເປັນສະຖາປັດ ຕະຍະກຳ, ສິລະປະກຳທີ່ງຶດງໍ້ອັນສະຈັນ
ແລະ ເປັນ ບ່ອນປະຊາຊົນທົ່ວປະເທດໄດ້ພ້ອມກັນມາສາກາລະບູຊາ, ກາບໄຫວ້ຕາມ ຮີດຄອງປະເພນີທີ່ເຄີຍປະຕິບັດມາແຕ່ບູຮານນະການງານບຸນນະມັດສະການພະທາດໂຜ່ນນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເອກອ້າງມໍລະດົກອັນລ້ຳຄ່າທາງດ້ານປະຫວັດ
ສາດຂອງຊາດລາວ ທັງເປັນການສືບສານທາງມູນເຊື້ອດ້ານວັດທະນະທຳ,
ຮີດຄອງປະເພນີທີ່ມີມາແຕ່ບູຮານນະການໃຫ້ຢູ່ ຄຽງຄູ່ກັບປະຊາຊົນຊາວຊາວຕະຫຼອດໄປ. ພະທາດໂຜ່ນອົງນີ້
ໄດ້ສ້າງຂຶ້ນໃນວັນພຸດເດືອນ 01 ພ.ສ 118 ໄລຍະນັ້ນມາເຖິງ ປັດຈຸ ບັນມີອາຍຸເກືອບ 2500 ປີ
ເຊິ່ງໃນແຕ່ລະປີພໍເຖິງເດືອນ 3 ເພັງ (ເດືອນລາວ), ປະຊາຊົນພາຍໃນທ້ອງຖິ່ນກໍຄືຊາວພຸດ ທີ່ຢູ່ໃກ້ຢູ່ໄກໄດ້ມີຄວາມເຫຼື້ອມໃສສັດທາກໍໄດ້ພ້ອມກັນຈັດງານບຸນນະມັດສະການພະທາດໂຜ່ນອົງສັກສິດແຫ້ງນີ້ຂຶ້ນໃນທຸກໆປີເພື່ອເປັນການອະນຸລັກຮັກສາໄວ້ຄະນົບທຳນຽມປະເພນີອັນດີງາມຂອງຊາດກໍຄືຂອງທ້ອງຖິ່ນໃຫ້ຢູ່ຄູ່ກັບພວກເຮົາຕະຫຼອດ
ໄປ.ດັ່ງນັ້ນຄະນະພັກອຳນາດການປົກຄອງເມືອງໄຊພູທອງ ຈຶ່ງໄດ້ຮ່ວມຈິດຮ່ວມໃຈກັບພໍ່ແມ່ປະຊາຊົນທັງນີ້ກໍເພື່ອເປັນການ
ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳນຳອີກ. ມາເຖິງເວລານີ້ພະທາດໂຜ່ນອົງສັກສິດນີ້. ນອກຈາກເປັນບ່ອນສະ
ກາລະບູຊາເຄົາລົບນົບໄຫວ້ ແລ້ວ, ສະຖານທີ່ແຫ່ງນີ້ຍັງກາຍ ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມສຳຄັນ
ແລະ ມີຊື່ສຽງຂອງຊາວ ເມືອງໄຊພູທອງນຳອີກ, ເຊິ່ງໃນແຕ່ລະວັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນິຍົມມາສັກກາລະບູຊາທ່ຽວຊົມ
ຢ່າງ ຫຼວງຫຼາຍ, ສະນັ້ນຈິ່ງສ້າງລາຍຮັບສະເລ່ຍບໍ່ຫນ້ອຍກວ່າ 150- 200 ລ້ານກີບຕໍ່ເດືອນ.

No comments:
Post a Comment