ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ກຸມພາ
2013 ໄດ້ສຳເລັດລົງໃນວັນທີ 22 ກຸມພາ 2013 ນີ້ຢູ່ຫ້ອງວ່າການລັດຖະບານພາຍໃຕ້ການເປັນປະທານ ຂອງ ທ່ານ
ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໂດຍການເຂົ້າ ຮ່ວມຂອງບັນດາຮອງນາຍົກລັດຖະມົນຕີແລະບັນດາສະມາ ຊິກລັດຖະບານ.
ທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານໂຄສົກລັດຖະບານ
ໄດ້ແຈ້ງຜົນ ກອງປະຊຸມ ຄະນະລັດຖະບານໃນເດືອນກຸມພາ ຊຶ່ງມີບາງວຽກສໍາຄັນທີ່ໄດ້ຜ່ານ ແລະ
ຮັບຮອງຈາກກອງປະຊຸມປະຈໍາເດືອນມັງກອນ ເຊັ່ນ: ໃນເດືອນມັງກອນ, ກອງປະຊຸມລັດຖະບານສະໄໝສາມັນໄດ້ພິຈາລະນາເຫັນດີເປັນເອກະພາບຮັບຮອງເອົາຫຼາຍບັນ
ຫາເປັນຕົ້ນແມ່ນ: ທິດທາງ,ໜ້າທີ່ຈຸດສຸມໃນການພັດທະນາເມືອງຮົ່ມ ແລະ ເມືອງ ໄຊສົມບູນແຂວງວຽງຈັນແຕ່ນີ້ຮອດປີ
2015 ເຊິ່ງເຂດດັ່ງກ່າວແມ່ນເຂດຊົນນະບົດໜຶ່ງທີ່ມີຄວາມຈໍາເປັນຕ້ອງໄດ້ສຸມໃສ່ສ້າງສາພັດທະນາເພື່ອສ້າງເງື່ອນໄຂໃຫ້ປະຊາ
ຊົນບັນດາເຜົ່າໄດ້ມີຊີວິດທີ່ດີຂຶ້ນ, ຮ່າງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ໜີ້ສິນຂອງພະນັກງານບັນຫານີ້ຖືວ່າເປັນບັນຫາ ໃໝ່ໃນການຄຸ້ມຄອງພະນັກງານລັດຖະກອນໃນໄລຍະໃໝ່ເພື່ອຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບການຄຸ້ມຄອງທີ່ມີຄວາມຖືກຕ້ອງ ແລະ ປອດໃສກວ່າເກົ່າ.
ຊົນບັນດາເຜົ່າໄດ້ມີຊີວິດທີ່ດີຂຶ້ນ, ຮ່າງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ໜີ້ສິນຂອງພະນັກງານບັນຫານີ້ຖືວ່າເປັນບັນຫາ ໃໝ່ໃນການຄຸ້ມຄອງພະນັກງານລັດຖະກອນໃນໄລຍະໃໝ່ເພື່ອຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບການຄຸ້ມຄອງທີ່ມີຄວາມຖືກຕ້ອງ ແລະ ປອດໃສກວ່າເກົ່າ.
ກອງປະຊຸມໄດ້ຕົກລົງ ແລະ ໃຫ້ທິດຊີ້ນຳກ່ຽວກັບການປັບປຸງປ່ຽນຖ່າຍລະບົບທໍ່ນ້ຳປະປາເກົ່າຈຳນວນ
200 ກິໂລແມັດ ແລະ ອຸປະກອນຮັບໃຊ້ການຜະລິດ ແລະ ສະໜອງນ້ຳປະປາຈຳນວນໜຶ່ງທີ່ເກົ່າແກ່ ແລະ
ໝົດອາຍຸການນຳໃຊ້ແນໃສ່ເພື່ອ ຫຼຸດຜ່ອນປະລິມານນ້ຳທີ່ສູນເສຍໄປຈຳນວນຫຼວງຫຼາຍ ແລະ ເພື່ອໃຫ້ສາມາດສະໜອງນ້ຳປະປາໃຫ້ແກ່ຜູ້ຊົມໃຊ້ໄດ້ຢ່າງທົ່ວ
ເຖິງ, ພ້ອມນັ້ນ ໃຫ້ຮັກສາລາຄານ້ຳປະປາຄືເກົ່າ ແລະ ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງຄົ້ນຄວ້າເຮັດທົດລອງການ
ເກັບນ້ຳປະປາຢູ່ບັນດາເມືອງ ແລະ ບ້ານເຮັດທົດລອງ 3 ສ້າງ ທີ່ມີລະບົບນ້ຳປະປາໄດ້ມາດຕະຖານເພື່ອເປັນຕົວແບບ,
ພ້ອມ ນັ້ນກໍໃຫ້ປັບປຸງລະບົບການບໍລິການ, ການບໍລິຫານ, ການຄຸ້ມຄອງລະບົບການນຳໃຊ້ນ້ຳປະປາຢູ່ແຕ່ລະແຂວງໃຫ້ດີຂຶ້ນຕື່ມ
ອີກ.
ກອງປະໄດ້ພິຈາລະນາເອົາຫຼາຍບັນຫາທີ່ສຳຄັນທົບທວນຄືນປັບປຸງແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ 2011-2020 ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດໃນໄລ
ຍະໃໝ່. ການປ່ຽນແປງຂອງສະພາບເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ວິທະຍາສາດ- ເຕັກໂນໂລຊີ
ຢູ່ພາກພື້ນ ແລະ ສາກົນເພື່ອຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ VII ໃຫ້ມີປະສິດທິຜົນຢ່າງແທ້ຈິງ. ທັງໝົດ
ນີ້ ແນ່ໃສ່ບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາ (MDGs) ໃນປີ 2015 ແລະ ນຳພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ
2020 ໃຫ້ມີຜົນສຳເລັດຕາມທີ່ວາງໄວ້.
ຄະນະລັດຖະບານໄດ້ປະກອບຄຳເຫັນຢ່າງກົງໄປກົງມາ
ແລະ ເອກະພາບຮັບຮອງເອົາຮ່າງດຳລັດວ່າດ້ວຍການປະຕິ ບັດກົດໝາຍວ່າດ້ວຍການລົງທຶນຂອງລັດເຫດຜົນ
ແລະ ຄວາມຈຳເປັນຂອງຮ່າງດຳລັດສະບັບນີ້ເພື່ອຜັນຂະຫຍາຍ, ອະທິບາຍ ແລະ ແນະນຳເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນຂອງລັດທີ່ໄດ້
ຖືກຮັບຮອງແລະປະກາດໃຊ້ມາແລ້ວນັ້ນ, ໃຫ້ເປັນອັນລະອຽດ, ຄົບຖ້ວນ,ຈະແຈ້ງ ແລະ ເຂົ້າໃຈງ່າຍ.
ທັງໝົດນີ້ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງ ກ່າວໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດພ້ອມທັງຮັບປະກັນໃຫ້ມີຄວາມຍຸຕິທຳ,
ມີປະສິດທິຜົນ, ປອດ ໃສ ແລະ ສາມາດກວດສອບໄດ້.
ບັນຫາທີ່ສຳຄັນອີກບັນໜຶ່ງຂອງກອງປະຊຸມໃນຄັ້ງນີ້ແມ່ນໄດ້ປະກອບຄຳເຫັນ
ແລະ ຮັບຮອງເອົາຮ່າງດຳ ລັດວ່າດ້ວຍ ການຕີລາຄາຊັບ, ການຂາຍ ແລະ ການປະມູນຊັບໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານເພື່ອໃຫ້ມີນິຕິກໍາທີ່ເປັນລະ
ບົບທີ່ຈະສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຂົງເຂດວຽກງານດັ່ງກ່າວເຊິ່ງດຳລດສະບັບນີ້ໄດ້ກຳນົດຫຼັກການ,
ລະ ບຽບການ, ວິທີການ ແລະ ຂັ້ນຕອນຕ່າງໆກ່ຽວກັບການຕີລາຄາ, ການປະມູນ ຂາຍ ແລະ ການມອບຊັບເຮັດໃຫ້ເຈົ້າໜີ້
ແລະ ລູກໜີ້ໄດ້ຮັບການປະຕິບັດພັນທະຕໍ່ກັນຢ່າງຍຸຕິທຳແນໃສ່ເຮັດໃຫ້ຄຳຕັດສິນຂອງສານໄດ້ຮັບການຈັດຕັ້ງປະຕິບັດຢ່າງເດັດຂາດ,
ຖືກຕ້ອງ,ວ່ອງໄວ, ເຂັ້ມງວດເປັນເອກະພາບໃນທົ່ວປະເທດ.
ກອງປະຊຸມພິຈາລະນາຮັບຮອງເອົາຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍນະໂຍບາຍສົ່ງເສີມການລົງທຶນ
ຢູ່, ເຂດຈຸດສຸມຂອງສູນກາງ ແລະ ທ້ອງຖິ່ນແນໃສ່ການຊຸກຍູ້ສົ່ງເສີມການລົງທຶນ ແລະ ການພັດທະ
ນາໃນເຂດທີ່ຍັງທຸກຍາກ ແລະ ທຸລະກັນດານທັງເປັນການສ້າງເງື່ອນໄຂ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ໃນເຂດດັ່ງກ່າວ
ໃຫ້ດີຂຶ້ນເທື່ອລະກ້າວ.ຮ່າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກຳນົດຂຶ້ນເພື່ອເປັນບ່ອນອີງໃນການຄຸ້ມ
ຄອງ, ກວດກາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນການຈັດຕັ້ງວຽກງານດັ່ງກ່າວໃຫ້ເປັນລະບົບ
ແລະ ສາມາດເຊື່ອມ ໂຍງກັບສາກົນ-ພາກພື້ນແນໃສ່ຊຸກຍູ້ສົ່ງເສີມການຄົ້ນຄວ້າວິທະຍາສາດ, ການພັດທະນາ,
ການປະດິດສ້າງ, ນະວັດຕະກຳ ແລະ ການບໍລິການດ້ານເຕັກໂນໂລຊີໃໝ່ໃນການຫັນເປັນອຸດສາຫະກຳ ແລະ
ທັນສະໄໝເພື່ອປະກອບສ່ວນໃນການພັດທະນາເສດ ຖະກິດ-ສັງຄົມ ແລະ ຊາດ.
ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາກະຊວງ
ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ນຳໄປປັບປຸງຕາມຄວາມເຫັນ ຂອງບັນດາທ່ານສະມາຊິກລັດຖະບານເພື່ອຮັບປະກັນໃຫ້ເນື້ອໃນຄົບຖ້ວນ,
ຮັດກຸມ,ບໍ່ຂັດກັບນິຕິກຳທີ່ຮັບຮອງກ່ອນ, ອັນສຳ ຄັນເມື່ອຮັບຮອງແລ້ວຕ້ອງສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ.
ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກ ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ເປັນຈຸດສຸມໃນເດືອນມີນາ
2013 ດັ່ງນີ້: ເອົາໃຈໃສ່ຊີ້ນຳວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ເລີກເຊິ່ງ
ແລະ ແທດເຖິງໂດຍສະເພາະແມ່ນການຕ້ານຕໍ່ກົນອຸບາຍ,ການໃສ່ຮ້າຍປ້າຍສີຂອງຜູ້ທີ່ບໍ່ຫວັງດີຕໍ່ປະເທດຊາດ,ເອົາໃຈໃສ່ສືບຕໍ່ຊີ້ນຳຕໍ່ການປັບປຸງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມເປັນຕົ້ນແມ່ນການແກ້ໄຂບັນ
ຫາປາກົດການຫຍໍ້ທໍ້ ເຊັ່ນ: ການປຸ້ນຈີ້, ຂີ້ລັກ, ບັນຫາຢາເສບຕິດ, ອຸປະຕິເຫດໃນທ້ອງຖະໜົນ
ເຊິ່ງບັນຫາເຫຼົ່ານີ້ ຍັງເກີດ ຂຶ້ນແຜ່ຫລາຍທຸກມື້ນີ້,ສຸມໃສ່ຊີ້ນຳ ແລະ ກວດກາວຽກງານພັດທະນາຊົນນະບົດ
ແລະ ແກ້ໄຂຄວາມທຸກຍາກ ຕິດພັນໂດຍກົງກັບການຈັດຕັ້ງ ປະຕິບັດການເຮັດທົດລອງວຽກງານ
3 ສ້າງຢ່າງແທດເຖິງ ແລະ ມີໝາກຜົນຕົວຈິງ. ພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ຜັນຂະ
ຫຍາຍເນື້ອໃນຈິດໃຈຂອງກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ
ແລະ ກ້ວງຂວາງ ກວ່າເກົ່າ. ເອົາໃຈໃສ່ຄຸ້ມຄອງ ແລະ ຄວບຄຸມລາຄາສິນຄ້າບໍ່ໃຫ້ເໜັງຕີງ
ແລະ ເພີ່ມຂຶ້ນແຮງ ເຊິ່ງຈະມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ,
ຕຳຫຼວດ ແລະ ປະຊາຊົນເຮົາ, ສືບຕໍ່ຊຸກຍູ້ການຜະລິດ ລະດູແລ້ງເປັນຕົ້ນແມ່ນ: ການບົວລະບັດປົກປັກຮັກສາເຂົ້ານາແຊງ
ແລະ ຕິດຕາມບັນຫາພະຍາດລະບາດຕ່າງໆ ອາດຈະເກິດຂຶ້ນໃນລະດູແລ້ງນີ້, ເອົາໃຈໃສ່ການເກັບລາຍຮັບເຂົ້າງົບປະມານໃນງວດ
2 ໃຫ້ໄດ້ຕາມແຜນ ແລະ ການປະຕິບັດລາຍຈ່າຍຕ່າງໆໃຫ້ທັນເວລາເປັນຕົ້ນແມ່ນ:ເງິນເດືອນ,
ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆໂດຍສະເພາະແມ່ນເງິນເດືອນຂອງຄູ-ອາຈານ, ພະນັກງານບຳນານ
ໃຫ້ທັນເວລາ. ສຳລັບການເຄື່ອນໄຫວວຽກງານຕ່າງປະເທດໃນເດືອນມີນາ 2013 ນີ້ ແມ່ນການເຄື່ອນໄຫວ
ຢ້ຽມຢາມທາງການຂອງນາຍົກລັດຖະມົນຕີທີ່ປະເທດບຣູໄນ ແລະ ການເປັນເຈົ້າພາບຈັດກອງປະຊຸມຍຸດທະສາດການຮ່ວມມືທາງດ້ານເສດ
ຖະກິດຂອງບັນດາປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳເຈົ້າພະຍາ- ແມ່ນ້ຳເອລະວະດີ (ສຸດຍອດແອກແມກ)
ຄັ້ງທີ 5, ກອງປະຊຸມເວທີພົບປະລະຫວ່າງຜູ້ນຳແອກແມກກັບພາກທຸລະກິດ, ກອງປະຊຸມສຸດຍອດກຳປູເຈຍ-ລາວ-ມຽນມາ-ຫວຽດນາມຄັ້ງທີ
6 ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ຈຶ່ງສະເໜີໃຫ້ກະຊວງກ່ຽວຂ້ອງເປັນເຈົ້າການກະກຽມໃຫ້ດີ.

No comments:
Post a Comment