Ad

Ad

25 February 2013

ບຸນນະມັດສະການຜາສາດຫີນວັດພູຈຳປາສັກໄຂຂຶ້ນຢ່າງຄຶກຄື້ນ



           ບຸນນະມັດສະການຜາສາດຫີນວັດພູຈຳປາ​ສັກປີນີ້ ໄຂຂຶ້ນໃນ​ວັນ​ທີ 22 ກຸມພານີ້ໂດຍການເຂົ້າຮ່ວມຂອງ ທ່ານດຣ. ສອນໄຊ ສີພັນດອນ ກຳມະການສູນກາ ງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ, ທ່ານ ສຈ ດຣ ພັນດວງຈິດ ວົງສາ ປະທານສູນ​ກາງແນວລາວສ້າງຊາດ, ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼງຂ່າວ​ວັດທະນະ ທໍາທ່ອງທ່ຽວ,ແຂກ​ພາຍ​ໃນ ແລະ ຜູ້​ຕາງ ຫນ້າອົງການຈັດຕັ້ງສາກົນປະຈຳລາວພ້ອມດ້ວຍມວນຊົນເມືອງ ແລະ ແຂວງ ຈຳປາສັກ ເຂົ້າຮ່ວມເປັນຈຳນວນຫຼາຍ.
       ໃນ​ພິທີ​ໄຂງານບຸນດັ່ງກ່າວ, ທ່ານ​ເຈົ້າ​ແຂວງ​ຈຳປາ​ສັກ ໄດ້​ມີ​ຄຳ​ປາ​ໄສ​ວ່າ : ບຸນປີນີ້ຂຶ້ນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມດຳ ເນີນການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ VIIດ້ວຍ ຂະບວນການ 4 ບຸກທະລຸທີ່​ດຳ​ເນີນໄປ​ດ້ວຍ​ບັນຍາ​ກາດ​ອັນ​ຟົດຟື້ນ ແລະ ທ່ານໄດ້ກ່າວສະແດງຄວາມ ຂອບອົກຂອບໃຈຕໍ່ບັນດາປະເທດເພື່ອນ ມິດສາກົນ,ອົງການຢູເນັສໂກທີ່ໄດ້ ໃຫ້ການຊ່ວຍເຫຼືອທຶນຮອນການບູລະນະ ແລະ ປົກປັກຮັກສາຜາສາດຫີນວັດພູອັນເປັນ ມໍລະດົກໂລກແຫ່ງທີ II ຂອງ ສປປ ລາວ, ບຸນຜາສາດຫີນວັດພູ ຈຳປາສັກແຕ່ລະປີໄດ້ກຳນົດເອົາວັນບຸນມາຄະບູຊາ(ເດືອນ 3 ເພັງ) ເປັນມື້ສະເຫຼີມສະຫຼອງມາຕັ້ງ
ແຕ່ບູຮານ​ນະ​ການປະຫວັດສາດ​ໃຫ້​ຮູ້​ວ່າ: ວັດ​ພູ​ຈຳປາ​ສັກມາຮອດປັດຈຸບັນ​ໄດ້​ມີ​ອາຍຸປະມານ 1.500 ປີ ມາແລ້ວໃນສະ ໄໝສາສະໜາຮິນດູພວມຮຸ່ງເຮືອງມາຮອດປັດຈຸບັນຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ, ລັດຖະບານແຫ່ງ ສປປ ລາວ ກໍບໍ່ໄດ້ລົດລະໃນການບູລະນະສົ່ງເສີມວັດ ທະນະທຳຮີດຄອງປະເພນີໃຫ້ດຳລົງຄົງຢູ່ ແລະ ສືບສານຕໍ່ໄປພາຍໜ້າໂດຍຖືເອົາງານບຸນປະເພນີເປັນງານ ບຸນປາງໃຫ່ຍເພື່ອສົ່ງເສີມການທ່ອງທ່ຽວ ​ແລະ ດຶງດູູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວໃຫ້ນັບມື້ນັ ບຫຼາຍຂຶ້ນ.
        ບຸນນະມັດສະການຜາສາດຫີນວັດພູປີນີ້ຖືໄດ້ວ່າເປັນການຈັດຕັ້ງທີ່ຍິ່ງໃຫຍ່ກວ່າທຸກປີຜ່ານມາອັນໄດ້ສ້າງຄວາມສົນໃຈ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈຳປາສັກໂດຍສະເພາະການກະກຽມຈັດຕັ້ງການສະ ແດງແສງ, ສີສຽງຢ່າງຍິ່ງໃຫຍ່, ມີການສະແດງລະຄອນຢ້ອນຍຸກເຊັ່ນຂະບວນການແຫ່ຂອງກ້ອນກຳລັງທ້າວບາສັກ, ນາງມະ ໂລງແລະທ້າວບາຈຽງຕາມຕຳນານຮັກສາມເສົ້າຂອງເລື່ອງລາວຕາມນິທານທີ່ເກີດຂຶ້ນໃນແຂວງຈຳປາສັກ, ຂະບວນການແຫ່ ຊ້າງເຂົ້າເມືອງ, ຂະບວນການອົບພະຍົບຂອງຊຸມຊົນຊາວຂອມ ເມື່ອ1.500 ປີກ່ອນ ແລະ ກ້ອນກຳລັງການສະແດງຈາກນ້ອງ ນັກຮຽນໃນຫຼາຍສາກຫຼາຍຕອນໂດຍໃຊ້ຈຳນວນພົນສະແດງເປັນຈຳນວນຫຼວງຫຼາຍລວມທັງກ້ອນກຳລັງການສະແດງໃຫ້ເຫັນ ສປປ ລາວ ພາຍໃຕ້ແສງສະຫວ່າງຂອງການຊີ້ນຳໆພາຂອງພັກປະຊາຊົນປະຕິວັດລາວພາຍໃນລະບອບໃໝ່ອັນເຮັດໃຫ້ຂະ ບວນການສ້າງສາພັດທະນາ ຮອບດ້ານມີຄວາມກ້າວກະໂດດຢ່າງໄວວາບຸນນະມັດສະການຜາສາດຫີນວັດພູປີນີ້ດຳ​ເນີນໄປຮອດ ວັນທີ 25 ກຸມ ພາ 2013 ຈິ່ງຈະໄດ້ປິດລົງໂດຍການໃສ່ບາດຢາດນ້ຳຢູ່ເດີ່ນວັດພູໃນຕອນເຊົ້າຂອງມື້ເພັງ 15 ຄ່ຳແລະ ຕາມດ້ວຍການຈູດທູບທຽນບູຊາພະຣັດຕະນະໄຕໃນຄືນເດືອນເຕັມໜ່ວຍພ້ອມດ້ວຍການໃຕ້ຕະກຽງ 400 ໜ່ວຍເພື່ອເຮັດ ພິທີນະມັດສະການຜາສາດຫີນວັດພູມໍລະດົກໂລກແຫ່ງນີ້.

No comments:

Post a Comment