Ad

Ad

25 February 2013

ລາວ-​ແຊັກບີ​ ເພີ່ມ​ທະວີ​ການພົວພັນຮ່ວມ​ມື​​



          ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ອີ​ວານ ​ເມີ​ກິກ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງສາ ທາລະນະ​ລັດ ​ແຊັກບີ ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 22- 25 ກຸມພາ 2013.
             ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 23 ກຸມພາ 2013 ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ ​ກັບ​ທ່ານ ອີ​ວານ ​ເມີ​ກິກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດແຫ່ງສາທາ​ລະ​ນະ​ລັດ ​ແຊັກບີ ຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ, ​ໃນ​ການ​ພົບ​ປະຄັ້ງນີ້ ທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ ແລະ ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ​ກໍ​ຄື​ຫລາຍ​ຝ່າ​ຍ​ໃນ​ຫລາຍ​ປີຜ່ານ ມາ ​ແລະ ​ໄດ້​ປຶກສາ​ຫາລື​ ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊອກ​ຊ່ອງ​ທາງ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ການ​ສຶກສາ, ​ເຕັກ​ໂນ​ໂລ​ຊີ ​ແລະ ອື່ນໆ. ຝ່າຍ​ແຊັກບີ ​ຍັງ​ໄດ້​ປະກາດ​ໃຫ້​ທຶນ​ການ​ສຶກສາລະ​ດັບ​ມະຫາວິທະຍາ​ໄລ​ຢູ່​ເບ​ນກຣາດ 4 ທຶນ​ສຳລັບ​ສົກ​ປີ 2013-2014. ນອກ​ນັ້ນ ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

           ພ້ອມ​ກັນນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ລົງ​ນາມ​ໃນ​ບົດ​ບັນ ທຶກ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ການ​ປຶກສາ​ຫາລື ແລະ ການ​ຮ່ວມ​ມື​ລະ​ຫ່ວາງ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ກະ ຊວງ​ການ​ຕ່າງປະ​ເທດ​ແຫ່ງ ສ ​ແຊັກບີ ຊຶ່ງ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ການ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ​ ທີ່​ມີ​ຈຸດປະສົງ​ຢາກ​ສົ່ງ​ເສີມ ​ແລະ ຮັດ​ແໜ້ນ​ການ​ຮ່ວມ​ມື​ກັນ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ. ນອກ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ນຳ​ກັນ ​ເພື່ອ​ຈະ​ກ້າວ​ໄປ​ສູ່​ການ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຍົກ​ເວັ້ນພາສີ​ຊ້ຳ​ຊ້ອນ, ສັນຍາ​ວ່າ​ດ້ວຍ​ການ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ການ​ລົງທຶນ, ສັນຍາ​ຍົກ​ເວັ້ນວິຊາ​ການ​ທູດ ​ແລະ ລັດຖະ ການ ​ແລະ ສັນຍາ​ຮ່ວມ​ມື​ດ້ານ​ວັດທະນະ​ທຳ​ໃນຕໍ່ ໜ້າ​ນີ້,ການ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງນີ້​ ເປັນ​ເຫດການ​ອັນ​ສຳຄັນ​ແຫ່ງ​ການ​ພົວພັນ​ຮ່ວມ​ມື ​ລາວ-​ເຊີ​ເບຍ, ​ເປັນ​ການ​ຢ້ຽມ ຢາມ​ຄັ້ງທຳ​ອິດ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງ​ແຊັກບີ ພາຍຫລັງ​ແຊັກບີ​ໄດ້​ຮັບ​ການ​ສ້າງຕັ້ງ​ເປັນ​ສາທາລະນະ​ລັດ ​ແຊັກ ບີ ​ໃນ​ປີ 2006.

No comments:

Post a Comment