Ad

Ad

25 February 2013

ເປີດ​ນຳ​ໃຊ້​ເສັ້ນທາງ​ຫລວງໝາຍ​ເລກ 2 E ເມືອງ​ຂວາ-​ໄຕ​ຈາງ ແຂວງ​ຜົ້ງສາລີ



​ໃນ​ວັນ​ທີ 23 ກຸມພາ​ນີ້, ​ໄດ້​ມີ​ພິທີ​ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ເສັ້ນທາງ​ຫລວງ​ມາຍ ​ເລກ 2E ​ເມືອງ​ຂວາ-​ໄຕ​ຈາງ ​ແຂວງ​ຜົ້ງສາລີ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊວນ​ ຟຸກ ຮອງ​ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ, ມີ​ລັດຖະມົນຕີ​ວ່າການ​ກະຊວງ​ໂຍ ທາ​ທິການ ​ແລະ ຂົນ​ສົ່ງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ແລະ ​ເຈົ້າໜ້າ​ທີ່​ລະດັບ​ສູງ​ກ່ຽວຂ້ອງ​ສອງ​ປະ​ເທດ​ເຂົ້າ ຮ່ວມ.
       ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂອງ​ລາວລາຍ​ງານ​ວ່າ: ​ເສັ້ນທາງ​ຫລວງ​ໝາຍ​ເລກ 2E ​ເມືອງ​ຂວາ-​ໄຕ​ຈາງ ​ແມ່ນ​ນອນ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດຖະບານ ກໍ​ຄື​ແຜນ​ຂະຫຍາຍ​ເສັ້ນທາງ​ຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເພື່ອ​ອຳນວຍຄວາມ​ສະດວກ​ໃຫ້​ແກ່​ການ​ຄົມມະນາຄົມ​ລະຫວ່າງ​ສອງ​ປະ​ເທດລາວ- ຫວຽດນາມ ກໍ​ຄື​ໃນ​ອະນຸ​ພາກພື້ນ​​​ໄດ້​ຮັບ​ທຶນ​ກູ້​ຢືມ​ຈາກ​ລັດຖະບານ​ແຫ່ງ ສສ ຫວຽດນາມ ​ໃນ​ມູນ​ຄ່າ 43 ລ້ານ​ໂດ​ລາ​ສະຫະລັດ ​ເປັນ​ທາງ​ປູຢາງ (ປະ​ເພດ 3) ມີ​ຄວາມ​ຍາວ 68,2 ກິ​ໂລ​ແມັດ ​ແລະ ມີ​ຂົວ 8 ​ແຫ່ງ, ມີ​ຄວາມ​ກວ້າງ 6 ​ແມັດ ​
ແລະ ສາມາດ​ຮັບ​ນ້ຳໜັກ​ໄດ້​ປະມານ 9 ​ໂຕນ ​ໂດຍ​ໃຊ້​ເວລາ​ກໍ່ສ້າງ​ປະ ມານ 42 ​ເດືອນ ຈຶ່ງ​ສຳ​ເລັດ ​ໂດຍ​ແມ່ນ​ບໍລິສັດ​ປະສົມ​ລາວ​ຮ່ວມ​ກໍ່ສ້າງ​ຈຳ​ກັດ (LCC) ​ແລະ ບໍລິ ສັດ​ທາງ​ເລກ 18 (CEI 18) ຫວຽດນາມ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.
     ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ກ່າວ​ວ່າ: ​ເສັ້ນທາງ​ດັ່ງກ່າວ​ເປັນ​ໜຶ່ງ​ໃນ​ບັນດາ​ເສັ້ນ ທາງ​ເຊື່ອມ​ຕໍ່​ລະຫວ່າງ​ປະ​ເທດ​ລາວ ​ແລະ ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງເປັນ​​ເສັ້ນທາງ​ບູລິ​ມະ​ສິດ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດຖະບານເຊິ່ງ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ ​ແລະ ກູ້​ຢືມ​ໄລຍະ​ຍາວດ້ວຍ​ດອກ​ເບັ້ຍ ຜ່ອນຜັນ​ຈາກ​ລັດຖະບານ​ຫວຽດນາມ. ອັນ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ລາວ​ມີ​ທາງ​ອອກ​ສູ່​ທະ​ເລ ​ແລະ ​ເປັນ​ເສັ້ນ ທາງ​ຜ່ານ​ລະຫວ່າ​ງບັນດາ​ປະ​ເທດ​ໃນ​ພາກພື້ນ ​ແລະ ອະນຸ​ພາກພື້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ເສດຖະ ກິດ-ສັງຄົມ​ຂອງ ສປປ ລາວ ​ໂດຍ​ສະ​ເພາະ​ດ້ານ​ການ​ຄົມມະນາຄົມ​ຂົນ​ສົ່ງ, ການ​ຄ້າ, ການ​ລົງທຶນ, ການທ່ອງ ທ່ຽວ ​ແລະ ການ​ໄປມາຫາສູ່​ລະຫວ່າງ​ປະຊາຊົນ​ສອງ​ຊາດລາວ-ຫວຽດນາມ ​ເວົ້າສະ​ເພາະ​ແມ່ນ​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ສອງ​ປະ​ເທດ​ໃຫ້​ສະດວກຂຶ້ນກວ່າ​ເກົ່າ.

No comments:

Post a Comment