ຫຼັງຈາກໄປທ່ອງທ່ຽວບຸນ ນະມັດສະການຜະສາດຫີນວັດພູຈຳ
ປາສັກເຊິ່ງເປັນມໍລະດົກໂລກແຫ່ງທີສອງຂອງລາວ ທີ່ອົງການອຸຍເນັດສະໂກມອບໃຫ້ໃນປີ 2001ຜ່ານມາ
ແມ່ນສິ່ງພາກພູມໃຈຂອງຊາວລາວເຮົາ, ແຕ່ໜ້າເສຍດາຍຄວາມພາກ ພູມໃຈນັ້ນໄດ້ຈາງຫາຍໄປກັບການບໍລິການຂອງບຸນປີນີ້ທີ່ອ່ຽງໄປທາງທຸລະກິດຫລາຍກວ່າການສົ່ງເສີມວັດທະນະທຳອັນຊົງຄຸນຄ່າດັ່ງກ່າວ,
ພາຍຫລັງເຈົ້າພາບໄດ້ຕົກລົງມອບໃຫ້ບໍລິສັດເອກະຊົນຄື ກຸ່ມບໍລິສັດຍິ່ງ ໂຊກໄຊເຂົ້າໄປຮັບສຳປະທານເຮັດການບໍລິການ
ໃນບຸນດັ່ງກ່າວໂດຍໄດ້ ລົງ ທຶນໃສ່ໃນການຈັດບຸນຈຳ ນວນ 1,8 ຕື້ກີບ ດັ່ງນັ້ນຈຶ່ງຈະມີການຂາຍປີ້ເຂົ້າຊົມບຸນດັ່ງກ່າວສຳລັບ
ຄົນລາວແມ່ນ10.000ກີບ, ຄົນຕ່າງປະເທດ 40.000 ກີບ/ຄັ້ງ.
ອັນນີ້ແມ່ນຖືກຕ້ອງຕາມ ການຖະແຫຼງຂ່າວແຕ່ສ່ວນຜູ້ທີ່
ໄດ້ໄປຮ່ວມບຸນວັດພູນັ້ນສົນໃຈ ວ່າ:ບຸນປະເພນີທີ່ເປັນ ບຸລິມະ ສິດອັນດັບຕົ້ນໆຂອງລັດຖະບານ
ເພື່ອດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວລາວໃຫ້ຫລາຍຂຶ້ນແຕ່ໜ້າເສຍດາຍພັດເກີດມີ ຄ່າຜ່ານປະຕູທີ່ແພງເກີນໄປພ້ອມຍັງມີຄ່າຜ່ານເສັ້ນທາງ14
ເອ ໄປ ວັດພູ ລົດກະບະຄັນລະ 60.000 ກີບ,ຄ່າຕິດປ້າຍວົງ ກົມ(ເຂົ້າວັດພູ ຈຳປາສັກ)ຄັນລະ30.000ກີບ,ຄ່າ
ບໍລິການຝາກລົດ20.000ກີບແລະ ຄ່າຄົນເຂົ້າຊົມໃນບໍລິເວນເດີ່ນ ວັດພູ
ອີກ ຄົນລະ10.000 ກີບລວມ
ແລ້ວລົດກະບະຄັນໜຶ່ງພ້ອມ ດ້ວຍຄົນ10ຄົນ ທີ່ ໄປນຳກັນຈະເສຍເງິນທັງໝົດປະມານ 210.000 ກີບ.ການຈັດບຸນນະມັດສະການ
ຜາສາດຫີນວັດພູແຕ່ລະປີ,ທາງ ພາກລັດຈະລະດົມທຶນຈາກພາກສ່ວນທຸລະກິດຕ່າງໆມາຈັດຕັ້ງ,ສ່ວນຄ່າເກັບປີ້ຄົນລາວ
ກໍພຽງແຕ່ປີ້ລະ 3.000 ກີບ ເທົ່ານັ້ນ,ມາປີນີ້ ເມື່ອປ່ອຍໃຫ້ນັກທຸລະກິດເປັນຜູ້ສ ຳປະທານການ
ຈັດງານ ດັ່ງກ່າວກໍອາດປ່ຽນໄປແລະມີຄ່າໃຊ້ຈ່າຍ ເພີ່ມຂຶ້ນຫຼາຍ ເທົ່າ, ອັນນີ້ຍັງບໍ່ນັບບັນດາຫ້າງຮ້ານທີ່ເຂົ້າໄປ
ຂາຍເຄື່ອງໃນເດີ່ນວັດພູອີກເຊິ່ງແຕ່ລະຮ້ານຈະຕ້ອງ ເສຍເງິນຄ່າເຊົ່າທີ່ດິນຮ້ານລະ 1.5 ລ້ານກີບ.
ພໍ່ເຖົ້າຄົນໜຶ່ງທີ່ ເປັນຄົນ ໜອງສະບໍລິເວນເດີ່ນ ວັດພູໃຫ້ຂໍ້ມູນກັບຜູ້ສື່ຂ່າວວ່າ: ປີນີ້ບໍ່ໄດ້ເຂົ້າໄປໃນເດີ່ນວັດພູເລີຍ
ເພາະບໍ່ມີເງິນ ຈະຊື້ປີ້ເຂົ້າຊົມໄດ້ຈຳເປັນຈິ່ຶງອັດປະຕູເຮືອນເອົາໄວ້ ຈົນບໍ່ຢາກຕ້ອນຮັບຮອດພີ່ນ້ອງ
ຜູ້ມາແວ່ຢ້ຽມຢາມ.ນອກນັ້ນຍັງ ມີນັກທຸລະກິດທີ່ເຮັດບໍລິການ ທ່ອງທ່ຽວເວົ້າວ່າ:ຫາກປ່ອຍ ໃຫ້ເປັນແບບນີ້ໃນອະນາຄົດຄົນ
ລາວເຮົາອາດຈະບໍ່ໄດ້ໄປຮ່ວມ ບຸນວັດພູອີກເພາະມີຄ່າໃຊ້ຈ່າຍຫລາຍເກີນໄປຈົນຈະບໍ່ແມ່ນບຸນສິນກິນທານຂອງປະຊາຊົນອີກດັ່ງນັ້ນຈຶ່ງຂໍ
ໃຫ້ພາກສ່ວນທີ່ຮັບ ຜິດຊອບຄວນພິຈາລະນາຄືນ.
No comments:
Post a Comment