Ad

Ad

27 February 2013

ເຊັນ​ລົງ​ນາມ​ຮ່ວມ​ມື​ເຝິກອົບຮົມ​ຫລັກສູດ​ບໍລິຫານ​ທຸລະ​ກິດ​ຄ້າ​ຍ່ອຍ



     ​ໃນ​ວັນ​ທີ 26 ກຸມພາ​ນີ້, ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນ ຫລວງ​ວຽງ​ຈັນ ​ໄດ້​ມີ​ພິທີ​ເຊັນ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ປີ​ໂຕຣລຽມ​ເທຣດດິງລາວ​ຈຳກັດ ​ແລະ ຄະນະ​ບໍລິຫານ​ທຸລະ​ກິດ​ມະຫາວິທະຍາ​ໄລ​ສີ​ປະທຸມ ​ແລະ ບໍລິສັດ​ປີ​ຊີ​ແນ​ສ​ໂຄສ​ ​ແອນ ຄອນ​ຊາວ​ຕິງ ຈຳກັດ ​ເພື່ອ​ການ ຈັດ​ເຝິກ ອົບຮົມ​ຫລັກສູດ​ບໍລິຫານ​ທຸລະ​ກິດ​ຄ້າ​ຍ່ອຍ (Mini MBA in Retail Manager ment) ​ໃຫ້​ພະ ນັກງານ​ຂອງ​ບໍລິສັດ ຫລັງ​ບໍລິສັດ​ດັ່ງກ່າວ​ຈະ​ຂະຫຍາຍ​ຮ້ານ​ທຸລະ​ກິດ​ຂາຍຍ່ອຍ​ໃນ​ນະຄອນຫລວງ​ວຽງ​ຈັນ.
       ທ່ານ​ນາງ ຈັນທະ​ດອມ ​ເມກ​ສະຫວັນ ຜູ້ອຳນວຍການ​ບໍລິສັດ ປີ​ໂຕຣລຽມ ​ເທຣດດິງລາວ ຈຳ ກັດ ກ່າວ​ວ່າ: ການ​ຮ່ວມ​ມື​ໃນ​ການຈັດ​ອົບຮົມ​ເທື່ອ​ນີ້​ແມ່ນ​ນອນ​ໃນ​ແຜນ​ພັດທະນາ​ບຸກຄະລາ​ກອນ​ຂອງ​ບໍລິສັດ ​ເພື່ອ​ເພີ່ມ​ທະວີ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ພະນັກງານ​ເພື່ອ​ຮອງ​ຮັບ​ກັບ​ການ​ຂະຫຍາຍຕົວ​ຂອງ​ທຸລະ​ກິດ​ຄ້າ​ຍ່ອຍ​ທີ່​ນັບ​ມື້ຫລາຍ​ຂຶ້ນ. ພ້ອມ​ທັງ​ເປັນ​ການວາງ​
ແຜນ​ຮອງ​ຮັບ​ຍຸດ​ທະ​ສາດ​ທາງ​ການ​ຄ້າ​ໃນ​ລະ ດັບ​ສາກົນ ກໍ​ຄື​ການ​ກ້າວ​ສູ່ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015 ​ໂດຍ​ບໍລິສັດ​ມີ​ແຜນ​ຈະ​ຂະຫຍາຍ​ທຸລະ​ກິດ​ຮ້ານ​ຄ້າ​ຍ່ອຍ​ສະດວກ​ຊື້ທີ່​ມີ​ຊື່ວ່າ: “ພຣັສມາດ Plus Mart” ​ເຊິ່ງຈະ​ສ້າງຕັ້ງ​ໃຫ້​ໄດ້​ຫລາຍ​ສິບ​ຮ້ານ​ໃນ​ຂອບ​ເຂດ​ນະຄອນຫລວງ​ວຽງ​ຈັນ​ໃນ​ປີນີ້.
     ການ​ເຝິກອົບຮົມ​ໃນ​ຫລັກສູດ​ບໍລິຫານ​ທຸລະ​ກິດ​ຄ້າ​ຍ່ອຍ​ນີ້ຈະ​ດຳ​ເນີນ​ມາ​ແຕ່​ວັນ​ທີ 26-27 ກຸມ ພາ​ນີ້ ​ເຊິ່ງ​ໄດ້​ຮັບ​ການ​ບັນລະຍາຍ​ໂດຍ​​ຜູ້​ຊ່ວຍ​ສາ​ສະ​ດາ​ຈານ ດຣ. ນາງ ລະວິ​ພາ ລາບ​ສິຣິ ຄະ ນະບໍດີຄະນະ​ບໍລິຫານ​ທຸລະ​ກິດ ມະ​ຫາ​ວິທະ​ຍາ​ໄລ​ສີ​ປະທຸມປະ​ເທດ​ໄທ,ທ່ານສາ​ສະ​ດາ​ຈານ ດຣ. ພີລະ​ພົງ ກິດ​ຕິ​ເວດ​ໂພກ​ເວັນ ປະທານ​ທີ່​ປຶກສາ​ບໍລິສັດ ບີ​ສີ​ເນສ​ໂຄ​ສ ​ແອນ ຄອນ​ເຊົາ​ຕິງ ປະ​ເທດ​ໄທຈຳກັດ.

No comments:

Post a Comment