Ad

Ad

27 February 2013

ເປີດ​ຫ້ອງ​ຈຳໜ່າຍ​ຜະລິດ​ຕະພັນຂອງ​ຊຳ​ຊຸງ (SAMSUNG)



    ​ໃນ​ວັນ​ທີ 21 ກຸມພາ​ນີ້, ບໍລິສັດ LTH ​ໄດ້​ເປີດ​ຫ້ອງ​ຈຳໜ່າຍ​ຜະ ລິດ​ຕະພັນ​ຊຳ​ຊຸງ “SAMSUNG” ຢູ່​ບ້ານ​ດົງ​ປ່າ​ລານ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສຸ​ກັນ ມະຫາລາດ ​ເຈົ້າຄອງ​ນະ ຄອນຫລວງ​ວຽງ​ຈັນ, ທ່ານ ອາ​ນັດ ຈາງ​ຕະກຸນ ຮອງ​ປະທານ​ບໍລິສັດ​ໄທ​ຊຳ​ຊຸງ ເອເລັກ​ໂຕຣນິກ, ທ່ານ ​ແຈ໋ກ ອຳນວຍ​ການ​ໃຫຍ່​ບໍລິສັດ ​ແອວ​ທົງ​ຮອດ ​ເທ​ເລ​ຄອມ (LTH).
       ທ່ານ ​ແຈ໋ກ ກ່າວ​ວ່າ: ຫ້ອງ ຈຳໜ່າຍ​ຜະລິດ​ຕະພັນ​ຊຳ​ຊຸງ​ແຫ່ງ​ນີ້ຈະ​ເປັນ​ບ່ອນ​ທີ່​ລູກ​ຄ້າ​ທຸກ​ຄົນ​ສາມາດ​ເຂົ້າມາ​ເລືອກ​ຊື້ສິນຄ້າ​ທີ່​ມີ​ຢ່າງຫລວງ​ຫລາຍ,ມີ​ມາດ ຕະ ຖານ​ລະດັບ​ສາກົນ.
     ​ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ ກ່າວ​ວ່າ: ນະ​ວັດຕະ​ກຳ​ຜະລິດ​ຕະພັນ​ຂອງ​ຊຳ​ຊຸງ​​ເປັນ​ທີ່​ນິຍົມ​ຊົມ​ຊອບ​ຂອງ​ຄົນ​ທົ່ວ​ໄປ ​ແລະ ຫ້ອງ​ຂາຍ​ແຫ່ງ​ນີ້ຈະ​ເປັນ​ແຫ​ລ່ງຂໍ້​ມູນ​ຂ່າວສານ ​ແລະ ນຳ​ສະ​ເໜີ​ເຕັກ​ໂນ​ໂລ​ໂຊີ​ໃໝ່​ມາ​ໃຫ້​ລູກ​ຄ້າ​ຊາວ​ລາວ​ໄດ້​ຊົມ​ໃຊ້. ນອກຈາກ​ນີ້,ການ​ລົງທຶນ​ໃນ​ການ​ສ້າງ​ຫ້ອງ​ຂາຍ​ແຫ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ​ທີ່​ມີ​ຂະໜາດ​ໃຫຍ່​ລະດັບ​ສາກົນອັນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ປັບປຸງ​ໂຄງ​ລ່າງ​ພື້ນຖານ​ຂອງ​ຂະ​ແໜງ​ການ​ໂທລະ​ຄົມມະນາຄົມ ​ແລະ ຈະ​ເປັນ​ແຮງ​ຊຸກຍູ້​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ລາວ​ນຳ​ອີກ.

No comments:

Post a Comment