
ໃນໂອກາດນີ້ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ
ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານຍີ່ປຸ່ນທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນໂຄງການຊ່ວຍເຫລືອລ້າແກ່ລາວ, ຊຶ່ງໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອເປັນຈຳນວນຫລາຍແກ່ລາວ
ເພື່ອນຳໃຊ້ເຂົ້າໃນການດຸ່ນດ່ຽງງົບປະມານແຫ່ງຊາດ ແລະ ໃນປີນີ້
ກໍສືບຕໍ່ໃຫ້ການຊ່ວຍເຫລືອໃນຈຳນວນ 500 ລ້ານເຢັນ ເພື່ອນຳໃຊ້ເຂົ້າໃນການພັດທະ
ນາເສດຖະກິດ-ສັງຄົມ ເຮັດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມທີ່ວາງໄວ້.
ທ່ານເອກອັກຄະຣາຊະທູດຍີ່ປຸນ
ປະຈຳລາວ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້ ແມ່ນແນໃສ່ສະໜັບສະໜູນຄວາມພະຍາຍາມຂອງລາວ
ໃນການພັດທະນາເສດຖະກິດ-ສັງຄົມ, ຊຶ່ງແມ່ນການຈັດຊື້ສິນຄ້າທີ່ຈຳເປັນຢູ່ໃນປະເທດ
ເພື່ອເຮັດໃຫ້ລາວໄດ້ບັນລຸເປົ້າໝາຍທີ່ວາງໄວ້, ພ້ອມທັງເປັນການໂຮມຕົວເຂົ້າກັບພາກພື້ນ ແລະ ສາກົນ ກໍຄືການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ກໍຄືຫັນເປັນປະເທດອຸດສາຫະກຳ
ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ກໍຄືບັນລຸເປົ້າໝາຍ
ກາຍເປັນປະເທດທີ່ມີລາຍຮັບໄດ້ປານກາງ-ສູງໃນປີ 2030.
ລັດຖະບານຍີ່ປຸ່ນ
ໄດ້ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງລາວ ມາເປັນເວລາຫລາຍປີ, ແຕ່ໃນປີນີ້ເປັນປີທີ່ສຳຄັນຂອງການຊ່ວຍເຫລືອ, ຍ້ອນນາຍົກລັດຖະມົນຕີຂອງສອງປະເທດ
ໄດ້ຕົກລົງເຫັນດີກໍານົດແຜນພັດທະນາຮ່ວມກັນ, ໃນລະຫວ່າງການພົບປະສອງຝ່າຍໃນໂອກາດກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ
ເມື່ອເດືອນກັນຍາຜ່ານມານີ້.
No comments:
Post a Comment