Ad

Ad

22 July 2016

ນາຍົກລັດຖະມົນຕີແນະນຳໃຫ້ຂະແໜງວັດທະນະທຳມີມາດຕະການຕ້ານການຟູມເຟືອຍໃນພິທີກຳຕ່າງໆ

              ໃນໂອກາດໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແນະນຳໃຫ້ຂະແໜງການດັ່ງກ່າວຮີບຮ້ອນຄົ້ນຄວ້າປັບປຸງບັນດານິຕິກຳຄຸ້ມຄອງທາງດ້ານວັດທະນະທຳໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງດ້ານເສດຖະກິດ, ວັດທະນະທຳ-ສັງຄົມດີຂຶ້ນກວ່າເກົ່າ ພາຍຫລັງເຫັນວ່າໃນປັດຈຸບັນຫລາຍກິດຈະກຳ ແລະ ພິທີກຳຢູ່ສັງຄົມລາວເຮົາແມ່ນໜັກໄປດ້ານຟຸມເຟືອຍວັດຖຸ, ເງິນຄຳຫລາຍ.

              ທ່ານນາຍົກລັດຖະມົນຕີ ກ່າວວ່າ: ໃນໄລຍະຜ່ານມາ, ເຖິງວ່າວຽກງານວັດທະນະທຳໄດ້ຮັບການສືບທອດ ແລະ ປົກປັກຮັກສາເອກະລັກ ທັງເສີມຂະຫຍາຍໃຫ້ມີຄວາມອຸດົມສົມບູນ ແລະ ຫລາກ
ຫລາຍສີສັນກໍຕາມ, ແຕ່ໃນຕົວຈິງແລ້ວເຫັນວ່າການຈັດກິດຈະກຳ ແລະ ພິທີກຳຕ່າງໆໃນສັງຄົມເຮົາແມ່ນຍັງໜັກໄປແບບຄວາມຟຸມເຟືອຍວັດຖຸ, ຊັບສິນເງິນຄຳຕ່າງໆ ແລະ ບາງອັນກໍມີລັກສະ ນະໂລດໂພນບໍ່ຢາກເໝາະສົມປານໃດເຊັ່ນ: ງານວັນເກີດ, ງັນກຳ, ງານດອງ ແລະ ອື່ນໆ ແມ່ນມີລັກສະນະຈັດແບບໃຫຍ່ໂຕເກີນຂອບເຂດ ລວມທັງພິທີຊາປະນາກິດສົບກໍເຊັ່ນດຽວກັນເຫັນວ່າມີລັກສະ ນະຫລາຍຂັ້ນຕອນແກ່ຍາວເວລາ. ນອກຈາກນີ້ ການເປີດສຽງເພງ, ເສບດົນຕີຕາມຮ້ານອາຫານ, ສະຖານບັນເທີງ ແລະ ງານຕ່າງໆກໍຍັງໜັກໄປແຕ່ເພງຕ່າງປະເທດຫລາຍກວ່າເພງລາວເຮົາ ເຊິ່ງບັນຫານີ້ຂະແໜງການກ່ຽວຂ້ອງຕ້ອງໄດ້ມີການຄົ້ນຄວ້າບັນດານິຕິກຳ ເພື່ອເປັນບ່ອນອີງໃນການກຳນົດ, ປັບປຸງການຈັດງານ ຫລື ພິທີກຳຕ່າງໆໃຫ້ເຂົ້າກັບສະພາບເງື່ອນໄຂເສດຖະກິດ, ວັດທະນະ ທຳ-ສັງຄົມ ບົນພື້ນຖານຖືກຕ້ອງຕາມຮີດຄອງປະເພນີອັນດີງາມ, ປະຢັດທັງວັດຖຸ ແລະ ເວລານຳດ້ວຍ.

No comments:

Post a Comment