Ad

Ad

22 July 2016

ອາຊຽນຫາລືການສ້າງບູລິມະສິດດ້ານກະສີກໍາເປັນໜຶ່ງດຽວ

          ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກະກຽມວຽກອາຊຽນ ຄັ້ງທີ 32 ກ່ຽວກັບການສ້າງບູລິມະສິດກະສີກໍາໃຫ້ເປັນໜຶ່ງດຽວ ຂຶ້ນໃນວັນທີ 21-22 ກໍລະກົດ ນີ້ ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້, ມີບັນດາຄະນະຜູ້ແທນຈາກ 10 ປະເທດອາຊຽນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.
          ທ່ານຮອງລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້ ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອເປັນການຫາລື ຫາຊ່ອງທາງການພັດທະນາແບບຍືນຍົງ ຂອງຂະແໜງການກະສິກໍາ, ເພື່ອໃຫ້ເປັນບູລິມະສິດໜຶ່ງດຽວ. ໃນການຜະລິດສິນຄ້າໃຫ້ມີຄຸນນະພາບສູງ, ຜະລິດຕະພັນກະສີກໍາ, ອາຫານທີ່ປອດໄພເພື່ອຊື້-ຂາຍໃຫ້ເປັນຕະຫລາດໜຶ່ງດຽວໃນອາຊຽນ. ພ້ອມນັ້ນ, ກໍເປັນການສົ່ງເສີມການຮ່ວມມືທາງດ້ານມາດຕະຖານກະສີກໍາສະອາດ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມການຄ້າຂອງຕົນ ເຊິ່ງເປັນສິ່ງສໍາຄັນຫລາຍໃນ
ການພັດທະນາກົນໄກລະບົບ ແລະ ຄວາມສາມາດເພື່ອຕອບສະໜອງມາດຕະ ຖານ ລະຫວ່າງປະເທດ ແລະ ຄວາມຕ້ອງການໃນບັນດາປະເທດສະມາຊິກອາຊຽນ. ສໍາລັບ ສປປ ລາວ ຮອດປີ 2030 ໄດ້ວາງວິ ໄສທັດ ແລະ ຍຸດທະສາດ ເພື່ອການພັດທະນາກະສີກໍາທີ່ສະອາດ ແລະ ສີຂຽວ ຜ່ານມາຂະແໜງການປູກພືດໄດ້ມີບົດບາດສໍາຄັນ ໃນການປຸງແຕ່ງອາຫານຜະລິດຕະພັນກະສີກໍາ ເຊັ່ນ: ເຂົ້າໜຽວ, ກາເຟ, ຊາ, ຜັກ ແລະ ສິນຄ້າອື່ນໆ. ເພື່ອສ້າງຄວາມເຊື້ອໝັ້ນ ແລະ ເປັນແຫລ່ງສິນຄ້າເພື່ອຕອບສະໜອງຄວາມຕ້ອງ ການຂອງຕະຫລາດສາກົນ ແລະ ທ້ອງຖິ່ນໃຫ້ພຽງພໍ.

          ສໍາລັບ ສປປ ລາວ 78% ປະຊາກອນໄດ້ຖືອາຊີບກະສີກໍາເປັນພື້ນຖານ, 25% ຂອງຜະລິດຕະ ພັນແຫ່ງຊາດມາຈາກການປູກພືດ.

No comments:

Post a Comment