Ad

Ad

22 July 2016

ຄະນະລັດຖະບານດຳເນີນກອງປະຊຸມປະຈຳເດືອນກໍລະກົດ

          ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2016 ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 21-22 ກໍລະກົດນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຈະໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານກ່ຽວກັບຮ່າງປະມວນກົດໝາຍອາຍາ; ຮ່າງກົດໝາຍວ່າດ້ວຍທະນາຍ ຄວາມຮ່າງກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ; ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ; ຮ່າງດຳລັດວ່າດ້ວຍການຄຸ້ມຄອງສູນຂໍ້ມູນຂ່າວສານ; ຮ່າງດຳລັດວ່າດ້ວຍການສຶກສາ; ການລາຍງານກ່ຽວກັບສະພາບການຄຸ້ມຄອງລັດຖະ
ກອນປະຈຳສົກ ປີ 2015-2016 ແລະ ແຜນຄວາມຕ້ອງການລັດຖະກອນໃນ ປີ 2017. ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ນໍາຈາກ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາວຽກຈຸດສຸມ ຂອງເດືອນ ສິງຫາ 2016 ນີ້ຕື່ມອີກ.

No comments:

Post a Comment