Ad

Ad

22 July 2016

ຄຳຂວັນອາຊຽນ 2016 ແມ່ນ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”

              ຜູ້ນຳອາຊຽນໄດ້ປະກາດສ້າງຕັ້ງປະຊາຄົມຂອງຕົນຂຶ້ນ ໃນວັນທີ 31 ທັນວາ 2015 ແລະ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນປະຕິບັດງານທັງ 3 ເສົາຄ້ຳ ຄືການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ.
              ປີ 2016 ເປັນປີທຳອິດສຳລັບການເປັນປະຊາຄົມອາຊຽນ ແລະ ເປັນປີທຳອິດຂອງການເລີ່ມຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ແລະ ພໍດີກັບການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງເປັນໄລຍະເສີມຂະຫຍາຍປະຊາຄົມອາຊຽນໃຫ້ເຂັ້ມແຂງ ດ້ວຍການຫັນວິໄສທັດອາຊຽນ 2025 ໃຫ້ເປັນຮູບປະທຳ. ດ້ວຍເຫດຜົນດັ່ງກ່າວ, ສປປ ລາວ ຈຶ່ງກຳນົດເອົາຄຳຂວັນວ່າ: ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ແລະ ກຳນົດ 8 ບູລິມະສິດໃນການເປັນປະທານອາ
ຊຽນຂອງລາວ ຄືຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025, ຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດ ທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາການທ່ອງທ່ຽວ, ການເຊື່ອມຈອດດ້ານການຂົນສົ່ງ ແລະ ໂລຈິສຕິກ, ການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະດົບ ເພື່ອກ້າວສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ ແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ.
               ສຳລັບກາໝາຍຂອງກອງປະຊຸມອາຊຽນ ແລະ ການເປັນປະທານອາຊຽນປີ 2016 ເປັນຮູບ 10 ວົງກົມ ມີອົງປະກອບຄ້າຍຄືໜ່ວຍຕາ ແລະ ຮູບມືປະກົບກັນອ້ອມຮອບກາໝາຍອາຊຽນ ເຊິ່ງມີຄວາມໝາຍເຖິງການເຕົ້າໂຮມເປັນປະຊາຄົມອາຊຽນ, ສ່ວນສີຂອງກາໝາຍປະກອບມີສີແດງໝາຍເຖິງຄວາມກ້າຫານ, ສີເຫລືອງຄວາມຮັ່ງມີຜາສຸກ, ສີຟ້າໝາຍເຖິງສັນຕິພາບ ແລະ ສະຖຽນລະພາບ, ສີຂຽວແມ່ນການພັດທະນາ ແລະ ຄວາມຜາສຸກ ແລະ ສີສົ້ມໝາຍເຖິງຄວາມອົບອຸ່ນ ແລະ ຄວາມສຸກ. ສີເຫລົ່ານີ້ນອກຈາກເປັນສີທຸງຊາດຂອງບັນດາສະມາຊິກອາຊຽນແລ້ວ ຍັງສ່ອງແສງໃຫ້ເຫັນເຖິງຄວາມຫລາກຫລາຍຂອງອາຊຽນອີກດ້ວຍ.

               ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບຈະໄດ້ໄຂຂຶ້ນໃນອີກບໍ່ດົນນີ້, ອັນເປັນໂອກາດສຳຄັນຂອງຊາດເຮົາດັ່ງກ່າວກໍຂໍໃຫ້ທຸກພາກສ່ວນ, ລັດ ແລະ ເອກະຊົນ ຕະຫລອດຮອດປະຊາຊົນບັນດາເຜົ່າຈົ່ງຮ່ວມຈິດຮ່ວມໃຈສ້າງຂະບວນການກະກຽມຄວາມພ້ອມຮອບ ດ້ານເພື່ອເປັນເຈົ້າພາບທີ່ດີ ໂດຍສະເພາະເອົາໃຈໃສ່ຄວາມສະອາດຈົບງາມໃນຕົວເມືອງ, ເຮືອນຊານ ບ້ານຊ່ອງ, ສຳນັກງານອົງການຕ້ອງປະດັບປະດາຕິດທຸງຊາດ, ທຸງທິວ, ທາສີໃຫ້ສວຍງາມ, ອະນາ ໄມເສັ້ນທາງ, ເກັບມ້ຽນຂີ້ເຫຍື້ອຕາມສາຍທາງ, ຮ່ອງນ້ຳເປື້ອນໃຫ້ໝົດໄປ, ພ້ອມທັງເປັນເຈົ້າການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມຮອບດ້ານ ເພື່ອຍາດເອົາກາລະໂອ ກາດດັ່ງກ່າວຍົກສູງຊື່ສຽງ ແລະ ບົດບາດ ສປປ ລາວເຮົາພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

No comments:

Post a Comment