Ad

Ad

22 July 2016

ຕຳຊ້ຳສອງເສຍຊີວິດຄາທີ່

          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູຸ້ວ່າ: ທ່ຽງຄືນຂອງວັນທີ 20 ກໍລະກົດນີ້, ໄດ້ເກີດອຸປະຕິເຫດລົດຈັກຕຳກັນ ຢູ່ 3 ແຍກບ້ານດົງບອງ, ເມືອງໄຊທາ ນີ, ນະຄອນຫລວງວຽງຈັນ, ໃນຂະນະດຽວກັນ, ໄດ້ມີລົດບັນທຸກທີ່ແລ່ນມາຕາມຫລັງຢຽບ ລາກເອົາຮ່າງທ້າວ ຄຳອວຍ ອາຍຸ 33 ປີ, ຢູ່ບ້ານຈອນມະນີໃຕ້, ເມືອງໄຊເສດຖາ ຜູ້ຂັບລົດຈັກເສຍຊີວິດຄາທີ່, ສ່ວນຜູ້ຂັບລົດຈັກອີກຄັນແມ່ນໄດ້ຮັບບາດເຈັບ. ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບລົດບັນທຸກໄວ້ ເພື່ອດຳເນີນຄະດີຕາມກົດໝາຍ.    ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 19 ກໍລະກົດຜ່ານມາ, ໄດ້ມີອຸປະຕິເຫດເກີດຂຶ້ນຫລາຍກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ຄ້າຍແລງຂອງວັນດັ່ງກ່າວ, ໄດ້ມີລົດໃຫຍ່ຕຳລົດຈັກ, ຢູ່ເຂດບ້ານນາ ໃຫ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ສົ່ງຜົນໃຫ້ທ້າວ ທອງ, ອາຍຸ 40 ປີ,
ກຳມະກອນ, ຢູ່ບ້ານນາໄຮ່ ເມືອງຫາດຊາຍຟອງ ເສຍຊີວິດ ແລະ ໃນທ່ຽງຄືນຂອງວັນດຽວກັນ, ໄດ້ມີລົດຈັກຕຳເອົາຄົນຍ່າງ, ຢູ່ເຂດບ້ານຖິ່ນຕົມ, ເມືອງຫາດຊາຍຟອງ ສົ່ງຜົນໃຫ້ຜູ້ຍ່າງຊື່ ທ້າວ ອຸໄລພອນ ອາຍຸ 49 ປີ, ກຳມະກອນ ຢູ່ບ້ານດັ່ງກ່າວເສຍຊີວິດຄາທີ່. 

No comments:

Post a Comment