Ad

Ad

22 July 2016

ມອບ-ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງຫົວພັນຜູ້ໃໝ່

              ພິທີມອບ-ຮັບໜ້າທີ່ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ລະຫວ່າງທ່ານ ເຂັມພອນ ທະວີໄຊ ຫົວໜ້າພະແນກຜູ້ເກົ່າ ເພື່ອອອກຮັບເບ້ຍບຳນານ ແລະ ທ່ານ ຄຳສິງ ລາດດາວົງ ຫົວໜ້າພະແນກ ຖວທ ຜູ້ໃໝ່ ໄດ້ມີຂຶ້ນໃນວັນທີ 19 ກໍລະກົດນີ້, ພ້ອມທັງແຕ່ງຕັ້ງຄະນະພະແນກຜູ້ໃໝ່ ຈຳນວນ 2 ທ່ານ. ທັງນີ້ກໍເພື່ອເປັນການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານພາຍໃນພະແນກດັ່ງກ່າວໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

             ໃນພິທີມີທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ຜູ້ຊີ້ນຳຂົງເຂດວຽກງານວັດ ທະນະທຳ-ສັງຄົມຂັ້ນແຂວງ ພ້ອມພະນັກງານລັດຖະກອນພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

No comments:

Post a Comment