Ad

Ad

24 September 2013

ກິດຈະກຳສຸດທ້າຍຂອງການເຝິກອົບຮົມການເຮັດສາລະຄະດີຮູບເງົາຊີວິດຂອງພວກເຮົາ



         ການເຝິກອົບຮົມການເຮັດ ສາລະຄະດີຮູບເງົາຊີວິດຂອງ ພວກເຮົາ​ໄດ້​ສຳ​ເລັດ​ລົງ​ໃນ​ວັນ​ທີ 22 ກັນຍາ​ນີ້ ພາຍຫລັງ​ດຳ​ເນີນ​ມາ 8 ວັນ ຢູ່ໂຮງແຮມ Mercure ນະຄອນຫຼວງວຽງຈັນ, ໂດຍການ ສະໜັບສະໜູນຂອງ the Asia foundation.
         ທ່ານ Gabriel kuperman ຜູ້ອຳນວຍການ​ບຸນມະ​ໂຫລານ​ຮູບ​ເງົາ​ຫລວງ​ພະ​ບາງ ມີ​ຄຳ​ເຫັນວ່າ: ຖ້າປະເທດໃດມີ ກຸ່ມອຸດສາຫະກຳຮູບເງົາຈະ​ຊ່ວຍ​ໃຫ້ການ ເຮັດສາລະຄະດີຮູບເງົາຈະມີຫຼາຍເພາະການສ້າງຮູບເງົາດັ່ງກ່າວແມ່ນມີລາຄາຖືກ ກວ່າ ແລະ ເຂົ້າເຈົ້າກໍມີ ຫຼາຍໆເລື່ອງທີ່ຢາກປະກາດ​ໃຫ້ ໂລກໄດ້ຮູ້, ​ແຕ່​ປັດຈຸບັນຜູ້​ຈະສ້າງ ຮູບເງົາໃນປະເທດລາວແມ່ນມີຈຳກັດ ​ແລະ ຍັງ​ບໍ່​ມີປະສົບການ, ບໍ່ທັນເປີດກວ້າງສູ່ຕ່າງປະເທດ​ໄດ້. ສະນັ້ນ ​ເພື່ອ​ສ້າງ​ບຸກຄະລາ​ກອນ​ໃນ​ດ້ານ​ນີ້ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຫລາຍ​ເພື່ອ​ເຂົາ​ເຈົ້າສາມາດ​ສ້າງ​ຮູບ​ເງົາ​ຂຶ້ນມາ​ໄດ້.

   ທ່ານກ່າວອີກວ່າ: ພວກເຮົາ ໄດ້ນຳເອົາສາລະຄະດີຮູບເງົາສັ້ນທີ່ຜ່ານການຄັດເລືອກຫົກເລື່ອງຄືເລື່ອງຊາວໜຸ່ມໃນ ສປປ ລາວ ທີ່ມີຄວາມຫຼົງໄຫຼລໃນການໃຊ້ມືຖື, ເລື່ອງຊີວິດຂອງເຈົ້າອາວາດອາໄສຢູ່ໃນວັດນອກເມືອງ, ເລື່ອງຂະບວນການເຮັດ ສິ້ນໄໝພື້ນ ເມືອງຂອງລາວ, ເລື່ອງແມ່ຍິງ ຄົນໜຶ່ງທີ່ອຸທິດຕົນເພື່ອເຮັດບຸນ ໃນບຸນເຂົ້າຫໍ່ສະຫຼາກ, ເລື່ອງແມ່ເບິ່ງແຍງລູກສາວ ພິການ ແລະ ເລື່ອງຜູ້ຍິງຄົນໜຶ່ງທີເກັບກະຕຸກຂາຍເພື່ອລ້ຽງຄອບຄົວເຊິ່ງຮູບເງົາສາລະຄະດີເຫຼົ່ານີ້ແມ່ນສ້າງໂດຍຄົນລາວ ແລະ ​ແມ່ນຊີວິດຈິງ ຂອງຄົນຢູ່ໃນສັງຄົມ, ເພື່ອສ່ອງແສງໃຫ້ເຫັນເຖິງການສູ້ຊີດວິດ ແລະ ທັງເປັນກຳລັງໃຈໃຫ້ຜູ້ທຸກຢາກຂາດເຂີນ ໃນການສູ້ກັບ ຄວາມລຳບາກຕ່າງໆ. ຮູບເງົາດັ່ງກ່າວຈະໄດ້ນຳເອົາໄປສາຍທີ່ບຸນມະໂຫລາຍຮູບເງົາຫຼວງພະບາງ ແລະ ລົງ You tube, Fac ebook ເພື່ອເຮັດໃຫ້ໜັງສັ້ນເຫຼົ່ານີ້ສາມາດແບ່ງປັນໃຫ້ຜູ້ຊົມ​ໄດ້​ກວ້າງຂວາງ.
         ໂຄງການເຝິກອົບຮົມຄັ້ງນີ້ ມີ 15 ກຸ່ມຜູ້ສະໝັກເຂົ້າຮ່ວມ, ໂດຍໄດ້ຮັບການຊີ້ນຳຈາກກົມຮູບເງົາ ແລະ ບຸບມະໂຫລານ ຮູບເງົາຫຼວງພະບາງເນື່ອງໃນການສະຫຼອງກົມຮູບເງົາອາຊີຕາວັນອອກສຽງໃຕ້ໃນວັນທີ 7 ຫາ 11 ທັນວາ 2013 ນີ້.

No comments:

Post a Comment